ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ນາ​ວາ​ລ​ນີ ຜູ້​ນຳຝ່າຍ​ຄ້ານ ຣັດ​ເຊ​ຍ ອາດ​ຖືກວາງ ຢາ​ພິດເຄ​ມີ


ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ, ເຂົ້າ​ຮ່ວມ​ການ​ໃຫ້​ປາກ​ຄຳ​ຢູ່​ສານ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 1 ກໍ​ລະ​ກົດ, 2019..
ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ, ເຂົ້າ​ຮ່ວມ​ການ​ໃຫ້​ປາກ​ຄຳ​ຢູ່​ສານ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 1 ກໍ​ລະ​ກົດ, 2019..

ແພດ​ສ່ວນ​ຕົວ​ຂອງ​ຜູ້​ນຳ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ ກ່າວ​ວ່າ ມັນ​
ມີຄວາມເປັນໄປໄດ້ວ່າ ທ່ານ ນາວາລນີ ໄດ້ຖືກວາງຢາພິດເຄມີ.

ທ່ານ​ນາງ ອາ​ນາ​ສ​ຕາ​ເຊຍ ວາ​ສ​ຊິ​ລີ​ເອ​ວາ ໄດ້​ກ່າວ​ໃນ​ເຟ​ສ​ບຸກ ຫຼັງ​ຈາກ​ໄດ້​ໄປ​ຢ້ຽມ​
ຢາມທ່ານ ນາວາລນີ ຢູ່ໂຮງໝໍວ່າ “ພວກເຮົາບໍ່ສາມາດປະຕິເສດວ່າຜິວ​ໜັງ​ຂອງ​ເພິ່ນ​
ໄດ້ໄປສຳຜັດກັບສານພິດ ແລະ ໄດ້ຮັບຄວາມເສຍຫາຍຍ້ອນວັດຖຸເຄມີທີ່ບໍ່ຮູ້ຊະນິດ
ຈາກມືທີສາມ.”

ທ່ານ​ ນາ​ວາ​ລ​ນີ ໄດ້​ຖືກ​ຂັງ​ຄຸກມາໄດ້ 30 ວັນແລ້ວ ​ຕອນ​ທີ່​ເພິ່ນ​ຖືກ​ສົ່ງ​ເຂົ້າ​ໂຮງ​ໝໍໃນ​
ຕອນເຊົ້າຂອງວັນອາທິດວານນີ້ ຫຼັງຈາກໄດ້ປະສົບກັບສິ່ງທີ່ບັນດາເຈົ້າໜ້າທີ່ໄດ້ອະ
ທິບາຍວ່າເປັນ “ປະຕິກິລິຍາພູມແພ້ທີ່ຮຸນແຮງ.”

ທ່ານ​ນາງ ຄີ​ຣາ ຢາມ​ຢຸ​ສ ໂຄ​ສົກ​ຍິງ​ຂອງ​ທ່ານ ນາວ​າ​ລ​ນີ ກາວ​ວ່າ ບຸກ​ຄົນ​ຝ່າຍ​ຄ້ານ
ແລະ ປໍລະປັກຂອງວັງ ເຄຣັມລິນ ໄດ້ໄປຮອດໂຮງໝໍດ້ວຍ “ອາການໜ້າບວມຢ່າງ
ໃຫຍ່ ແລະ ມີຜື່ນສີແດງຢູ່ຜິວໜັງ.” ທ່ານນາງໄດ້ກ່າວຕື່ມວ່າ ທ່ານ ນາວາລນີ ບໍ່ເຄີຍ
ມີອາການພູມແພ້ແບບນີ້ມາກ່ອນ.”

ທ່ານ ເລ​ໂອ​ນິດ ໂວ​ລ​ຄອ​ຟ, ຜູ້​ຊ່ວຍ​ລະ​ດັບ​ສູງ​ຂອງ​ທ່ານ ນາ​ວາ​ລ​ນີ, ໄດ້​ຂຽນ​ຂໍ້​ຄວາມ​
ໃນທວິດເຕີວ່າ ທ່ານເຄີຍມີປະຕິກິລິຍາທີ່ຄ້າຍຄືກັນ ຫຼັງຈາກໄດ້ຖືກຂັງຢູ່ໃນຫ້ອງດຽວ
ກັບທ່ານ ນາວາລນີ ເມື່ອເດືອນທີ່ຜ່ານມາ. ທ່ານໄດ້ຮຽກຮ້ອງໃຫ້ “ທຳການກວດສອບ
ຢ່າງຈິງຈັງ” ກ່ຽວກັບ ມາດຕະຖານສຸຂະອະນາໄມຢູ່ສູນກັກຂັງນັ້ນ.

ໃນ​ວັນ​ຈັນ​ມື້ນີ້, ຕົວ​ແທນ​ຂອງໂຮງ​ໝໍ ບ່ອນ​ທີ່​ທ່ານ​ ນາ​ວາ​ລ​ນີ​ ໄດ້​ຮັບ​ການ​ປິ່ນ​ປົວ​ ໄດ້
ກ່າວຕໍ່ອົງການຂ່າວຕາເວັນຕົກວ່າ “ທ່ານມີອາການທີ່ໜ້າພໍໃຈ.”

ທ່ານ​ ນາ​ວາ​ລ​ນີ ໄດ້​ຖືກ​ຕັດ​ສິນ​ຂັງ​ຄຸກ 30 ວັນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ຍ້ອນ​ການ​ຮຽກ​
ຮ້ອງໃຫ້ຈັດການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດໃນນະຄອນຫຼວງ ມົສກູ ໃນວັນເສົາທີ່
ຜ່ານມາ, ເຊິ່ງປະຊາຊົນຫຼາຍກວ່າ 1,300 ຄົນໄດ້ຖືກຕຳຫຼວດຈັບ, ອີງຕາມການກ່າວ
ຂອງກຸ່ມອິດສະຫຼະ ທີ່ຕິດຕາມເບິ່ງການປາບປາມການປະທ້ວງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG