ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ​ສືບ​ຕໍ່ໂຈມ​ຕີ ນະ​ຄອນ ບອ​ລ​ຕິ​ມໍ ແລະ ສະ​ມາ​ຊິກ​ສະ​ພາ​ຄົນ​ນຶ່ງ


ປະ​ທານ​ຄະ​ນະ​ກຳ​ມະ​ການສະ​ພາ​ຕ່ຳ ກ່ຽວ​ກັບ ການຄວບ​ຄຸມ ແລະ ປະຕິ​ຮູບ, ທ່ານ ເອ​ໄລ​ຈາ ຄຳ​ມິງ​ສ໌ ລົມ​ກັບ​ບັນ​ດາ​ນັກ​
ຂ່າ​ວ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ກໍ​ລະ​ກົດ, 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການສະ​ພາ​ຕ່ຳ ກ່ຽວ​ກັບ ການຄວບ​ຄຸມ ແລະ ປະຕິ​ຮູບ, ທ່ານ ເອ​ໄລ​ຈາ ຄຳ​ມິງ​ສ໌ ລົມ​ກັບ​ບັນ​ດາ​ນັກ​ ຂ່າ​ວ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ກໍ​ລະ​ກົດ, 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໂຈມ​ຕີ​ນະ​ຄອນ ບອ​ລ​ຕິ​ມໍ ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​
ຂອງ ສະຫະລັດ ຫຼາຍວັນ ແລະ ເຈົ້າໜ້າທີ່ລະດັບສູງຂອງເຂົາເຈົ້າຄົນນຶ່ງຄື, ສະມາຊິກ
ສະພາຕ່ຳ ທ່ານ ເອໄລຈາ ຄຳມິງສ໌, ຫຼັງຈາກສະມາຊິກສະພາຄົນຜິວດຳດັ່ງກ່າວ ໄດ້
ກ່າວໂຈມຕີລັດຖະບານຂອງທ່ານ ທຣຳ ກ່ຽວກັບ ການປະຕິບັດຕໍ່ຜູ້ຍົກຍ້າຍຖິ່ນຖານ
ຢູ່ເຂດຊາຍແດນພາກໃຕ້ຕິດກັບປະເທດ ເມັກຊິໂກ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່ ທວິ​ດ​ເຕີ ຫຼາຍ​ຄັ້ງ​ນັ້ນ, ທ່ານ ທ​ຣຳ ໄດ້​ເອີ້ນ​ທ່ານ ຄຳ​ມິງ​ສ໌ ອາ​ຍຸ 68
ປີ, ເຊິ່ງຕອນນີ້ໄດ້ດຳລົງຕຳແໜ່ງຢູ່ສະພາຕ່ຳໄດ້ 13 ສະໄໝມາແລ້ວນັ້ນ, ວ່າ “ເປັນອັນ
ຕະພານທີ່ໂຫດຮ້າຍ” ແລະ ໄດ້ອ້າງວ່າເມືອງຂອງທ່ານ “ແມ່ນເປັນຕາຂີ້ດຽດ, ສົກກະ
ປົກ ແລະ ເຕັມໄປດ້ວຍໂຕໜູ.” ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ ເມືອງຂອງທ່ານ ຄຳມິງສ໌
ແມ່ນ “ຂີ້ຮ້າຍຫຼາຍ ແລະ ອັນຕະລາຍຫຼາຍກວ່າ” ສະຖານທີ່ຄຸມຂັງຢູ່ເຂດຊາຍແດນ
ບ່ອນທີ່ລັດຖະບານໄດ້ກັກຂັງຜູ້ຍົກຍ້າຍຖິ່ນຖານ ຜູ້ທີ່ໄດ້ຂ້າມເຂດຊາຍແດນ ສະຫະລັດ
ໂດຍບໍ່ມີເອກະສານ.

ແນວ​ໃດ​ກໍ​ຕາມ, ສະ​ຖິ​ຕິ​ຂອງ​ລັດ​ຖະ​ບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ເມືອງ​ຂອງ​ທ່ານ
ຄຳມິງສ໌, ເຊິ່ງລວມມີຫຼາຍພາກສ່ວນທີ່ທຸກຍາກຂອງນະຄອນ ບອລຕິມໍ ແລະ ເຂດຕົວ
ເມືອງທີ່ຮັ່ງມີຢູ່ອ້ອມເມືອງດັ່ງກ່າວນັ້ນ, ມີລາຍໄດ້ຕໍ່ບຸກຄົນທີ່ສູງກວ່າ ແລະ ມີມູນຄ່າ
ເຮືອນລະດັບກາງທີ່ສູງກວ່າລະດັບສະເລ່ຍທົ່ວປະເທດ.

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດ​ການ​ຕຳ​ໜິ​ວິ​ຈານ ກ່ຽວ​ກັບ ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານຕໍ່​
ສະມາຊິກສະພາສຽງສ່ວນນ້ອຍ ໂດຍກ່າວວ່າ “ມັນບໍ່ມີຫຍັງທີ່ເປັນການແບ່ງແຍກເຊື້ອ
ຊາດສີຜິວ ໃນການເວົ້າສິ່ງທີ່ຄົນສ່ວນຫຼາຍຮູ້ຢູ່ແລ້ວ, ວ່າທ່ານ ເອໄລຈາ ຄຳມິງສ໌ ບໍ່ໄດ້
ເຮັດວຽກເປັນຢ່າງດີ ສຳລັບປະຊາຊົນໃນເມືອງຂອງລາວ ແລະ ນະຄອນ ບອລຕິມໍ ເອງ.
ພັກເດໂມແຄຣັດ ມັກຈະຍົກເລື່ອງແບ່ງແຍກເຊື້ອຊາດສີຜິວຂຶ້ນມາຕະຫຼອດ ໃນເວລາທີ່
ເຂົາເຈົ້າບໍ່ສາມາດເອົາຊະນະຄວາມຈິງໄດ້. ເປັນຕາອັບອາຍຂາຍໜ້າຫລາຍ.”

ທ່ານ ທ​ຣຳ ເມື່ອບໍ່​ດົນ​ມານີ້​ໄດ້​ປະ​ຕິ​ເສດ ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ​ສີ່​ຄົນ
ທີ່ດຳລົງຕຳແໜ່ງເປັນສະໄໝທຳອິດ, ເຊິ່ງທັງໝົດແມ່ນແມ່ຍິງຜິວຄ້ຳ ວ່າເຂົາເຈົ້າ ຄວນ
ກັບໄປ “ປະເທດບ້ານເກີດຂອງເຂົາເຈົ້າ”, ເຖິງແມ່ນວ່າທັງສີ່ຄົນດັ່ງກ່າວຈະມີສັນຊາດ
ອາເມຣິກັນ ກໍຕາມ, ເຊິ່ງສາມຄົນໃນນັ້ນໄດ້ເກີດຢູ່ ສະຫະລັດ ແລະ ຄົນທີສີ່ ແມ່ນອົບ
ພະຍົບ ໂຊມາເລຍ, ແລະ ໄດ້ປ່ຽນສັນຊາດເປັນອາເມລິກັນແລ້ວ.

ໃນ​ຄຳ​ເຫັນ​ອີກ​ອັນ​ນຶ່ງ, ທ່ານ ທ​ຣຳ ໄດ້​ຕຳ​ໜິ​ວ່າ, “ເປັນ​ຫຍັງ​ເງິນ​ຈຳ​ນວນຫຼວງ ຫຼາຍ​ຈຶ່ງ
ຖືກສົ່ງໃຫ້ເມືອງຂອງທ່ານ ເອໄລຈາ ຄຳມິງສ໌ ເມື່ອມັນຖືກພິຈາລະຈາວ່າ ດຳເນີນງານ
ຂີ້ຮ້າຍທີ່ສຸດ ແລະ ເປັນອັນຕະລາຍກວ່າບ່ອນອື່ນໆໃນ ສະຫະລັດ. ບໍ່ມີມະນຸດຄົນໃດ
ຄົງຢາກອາໄສຢູ່ທີ່ນັ້ນ. ເງິນທັງໝົດນີ້ມັນໄປຢູ່ໃສ? ມັນຖືກລັກຫຼາຍຊ່ຳໃດ? ຈົງສືບ
ສວນສອບສວນການສໍ້ລາດບັງຫຼວງນີ້ໃນທັນທີ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG