ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົ​ວ​ໜ້າ​ ອົງ​ການ​ສືບ​ລັບ ສະ​ຫະ​ລັດ ປະຈຳທຳນຽບຂາວ ລາ​ອອກ​ຈາກ​ຕ​ຳ​ແໜ່ງ


ຜູ້​ອຳ​ນວຍ​ການ​ອົງານ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ, ຊ້າຍ, ແລະ ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ ແດນ ໂຄ​ດ​ສ໌ ເດີນ​ທາງ​ຮອດ​ບ່ອນ​ໃຫ້​ປາກ​ຄຳ​ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 13 ກຸມ​ພາ, 2018.
ຜູ້​ອຳ​ນວຍ​ການ​ອົງານ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ, ຊ້າຍ, ແລະ ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ ແດນ ໂຄ​ດ​ສ໌ ເດີນ​ທາງ​ຮອດ​ບ່ອນ​ໃຫ້​ປາກ​ຄຳ​ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 13 ກຸມ​ພາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນລ ທ​ຣຳ ໄດ້​ປະ​ກາດ​ວ່າ ຫົວ​ໜ້າ​ອົງ​ການ​ສືບ​ລັບ​
ແຫ່ງຊາດຂອງທ່ານ, ທ່ານ ແດນ ໂຄດສ໌, ໄດ້ລາອອກຈາກຕຳ​ແໜ່ງຫຼັງ​ຈາກ​ເຮັດ​ວຽກ​
ມາໄດ້ສອງປີ ແລະ ມັກຈະຂັດແຍ້ງກ່ຽວກັບ ນະໂຍບາຍ ຂອງທຳນຽບຂາວ.

ທ່ານ ທ​ຣຳ ໄດ້​ຂຽນ​ຢູ່​ທວິ​ດ​ເຕີ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ ໂຄ​ດ​ສ໌ ຈະ​ລົງ​ຈາກ​ຕຳ​
ແໜ່ງໃນວັນທີ 15 ສິງຫາ. ທ່ານໄດ້ກ່າວຂອບໃຈທ່ານ ໂຄດສ໌ ສຳລັບ “ການຮັບໃຊ້
ຊາດຢ່າງຍິ່ງໃຫຍ່ຂອງເພິ່ນ.” ທ່ານກ່າວວ່າ ທ່ານຈະສະເໜີຊື່ສະມາຊິກສະພາຕ່ຳສັງ
ກັດພັກຣີພັບບລີກັນຈາກລັດ ເທັກຊັສ ແລະ ເປັນຜູ້ທີ່ຈົງຮັກພັກດີຕໍ່ທ່ານ ທຣຳ, ທ່ານ
ຈອນ ແຣັດຄລິຟ ຈະມາຮັບຕຳແໜ່ງແທນທ່ານ ໂຄ​ດ​ສ໌ .

ທ່ານ ທ​ຣຳ ໄດ້​ອະ​ທິ​ບາຍ​ເຖິງທ່ານ ແ​ຣັດ​ຄ​ລິ​ຟ ວ່າ “ເປັນ​ອະ​ດີດ​ໄອ​ຍະ​ການ​ ສະ​ຫະ​ລັດ
ຜູ້ເປັນເຄົາລົບຢ່າງສູງ” ຜູ້ທີ່ຈະ “ນຳໜ້າ ແລະ ເປັນແຮງບັນດານໃຈໃຫ້ປະເທດອັນເປັນ
ທີ່ທ່ານຮັກ.”

ທ່ານ ແ​ຣັດ​ຄ​ລິ​ຟ ໄດ້​ຕຳ​ໜິ​ວິ​ຈານ​ການ​ໃຫ້​ປາກ​ຄຳ​ຂອງ​ໄອ​ຍະ​ກາ​ນ​ພິ​ເສດ​ ທ່ານ ໂຣ​ເບີດ
ມັລເລີ ຕໍ່ຄະນະກຳມະການຕຸລາການສະພາຕ່ຳໃນອາທິດແລ້ວນີ້.

ທ່ານກ່າວ​ວ່າ ທ່ານ​ໄດ້​ເຫັນ​ດີ​ກັບ​ການ​ສະຫຼຸບ​ຂອງ​ທ່ານ ມັ​ລ​ເລີ ວ່າ ຄວາມ​ພະ​ຍາ​ຍາມ
ຂອງ ຣັດເຊຍ ໃນການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ປີ 2016 ແມ່ນ
“ກວ້າງຂວາງ ແລະ ເປັນລະບົບ.”

ແຕ່​ທ່ານ​ໄດ້​ປະ​ນາມ​ທ່ານ ມັ​ລ​ເລີ ສຳ​ລັບ​ການ​ໃຊ້​ເຄື່ອງ​ໝາຍ​ດາວ (*) ໃນ​ລາຍ​ງາ​ນ​ຂອງ
ທ່ານທີ່ໄດ້ກ່າວຢ່າງແຈ່ມແຈ້ງວ່າ ທ່ານ ທຣຳ ແມ່ນບໍ່ໄດ້ຫຼຸດພົ້ນຈາກຄວາມຜິດ.

ທ່ານ ແຣັດ​ຄ​ລິ​ຟ ໄດ້​ຖາມ​ທ່ານ ມັ​ລ​ເລີ ວ່າ “ທ່ານລອງ​ຍົກ​ຕົວ​ຢ່າງມາໃຫ້ເບິ່ງໄດ້ບໍ່ ນອກ​
ຈາກທ່ານ ດໍໂນລ ທຣຳ ທີ່ກະຊວງຍຸຕິທຳໄດ້ພິຈາລະນາວ່າ ໄດ້ສືບສວນສອບສວນຄົນ
ຜູ້ທີ່ບໍ່ໄດ້ພົ້ນຈາກຄວາມຜິດ ຍ້ອນຄວາມບໍລິສຸດຂອງເຂົາເຈົ້າແມ່ນບໍ່ໄດ້ຖືກພິຈາລະນາ
ຢ່າງສົມເຫດສົມຜົນ?

ທ່ານ​ອະ​ດີດ​ໄອ​ຍະ​ການ​ໄດ້​ຕອບ​ວ່າ “ຂ້າພະເຈົ້າ​ເຮັດ​ບໍ່​ໄດ້, ແຕ່ນີ້​ແມ່ນ​ສະ​ຖາ​ນະ​ການ​
ທີ່ພິເສດ.”

ທ່ານ ແຣັດ​ຄ​ລິ​ຟ ໄດ້​ຕອ​ບ​ຄືນ​ວ່າ “ທ່ານຊອກ​ຫາບໍ່​ໄດ້ ເພາະ​ຂ້າພະເຈົ້າຈະ​ບອກ​ທ່ານ​
ວ່າເປັນຫຍັງ ມັນບໍ່ມີຈິງ.”

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG