ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອ​ງ​ທັບ ປາ​ກິ​ສ​ຖານ ​ວ່າ ການ​ໂຈມ​ຕີ ຂອງ​ພວກ​ຫົວ​ຮຸນ​ແຮງ ສັງ​ຫານ ທະ​ຫານ 10 ຄົນ


ແຜນ​ທີ່ຂົງ​ເຂດ ວາ​ຊີ​ຣິ​ສ​ຖານ, ປະ​ເທດ ປາ​ກິ​ສ​ຖານ.
ແຜນ​ທີ່ຂົງ​ເຂດ ວາ​ຊີ​ຣິ​ສ​ຖານ, ປະ​ເທດ ປາ​ກິ​ສ​ຖານ.

ທະຫານປາກິສຖານ ຢ່າງໜ້ອຍ 11 ຄົນ ໄດ້ຖືກຂ້າຕາຍ ໃນວັນເສົາວານນີ້ ໃນການ
ໂຈມຕີໂດຍພວກຫົວຮຸນແຮງສອງຄົນ ອີງຕາມການກ່າວຂອງກອງທັບປາກິສຖານ.

ທະຫານຫົກຄົນໄດ້ເສຍຊີວິດ ໃນການໂຈມຕີບັ້ນທຳອິດ ເມື່ອພວກຫົວຮຸນແຮງຢູ່ຟາກ
ຊາຍແດນຂອງອັຟການິສຖານ ໄດ້ຍິງປືນໃສ່ກຸ່ມທະຫານລາດຕະເວນ ທີ່ຢູ່ໃກ້ກັບດ່ານ
ຮັກສາຄວາມປອດໄພ ໃນພື້ນທີ່ Gurbaz ຂອງຂົງເຂດ ວາຊີຣິສຖານເໜືອ ໃນປາກິສ
ຖານ.

ພວກທະຫານກອງທັບ ອີກສີ່ຄົນ ໄດ້ເສຍຊີວິດ ໃນການໂຈມຕີບັ້ນທີສອງ ໃນລະຫວ່າງ
ການປະຕິບັດຄົ້ນຫາ ຢູ່ໃກ້ກັບພື້ນທີ່ ເທີຣບັດ ໃນແຂວງບາລູຈິສຖານ ທາງພາກຕາ
ເວັນຕົກສຽງໃຕ້ ຂອງປາກິສຖານ.

ກຸ່ມຕາລີບານຂອງປາກິສຖານ ຊຶ່ງເປັນກຸ່ມ ບໍ່ກ່ຽວຂ້ອງກັບ ຂະບວນການຫົວຮຸນແຮງ
ດັ່ງກ່າວ ໃນປະເທດເພື່ອນບ້ານອັຟການິສຖານ ໄດ້ອອກມາອ້າງເອົາຄວາມຮັບຜິດ
ຊອບ ສຳລັບການໂຈມຕີຢູ່ໃນຂົງເຂດ ວາຊີສຖານເໜືອ.

ຍັງບໍ່ມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ ໃນບາລູຈິສ
ຖານ ເທື່ອ.

ເຂດວາຊີຣິສຖານເໜືອ ໃນຄັ້ງນຶ່ງ ເປັນຈຸດເພັ່ງເລັງໃນສົງຄາມກໍ່ການຮ້າຍຂອງໂລກ.
ການເລືອກຕັ້ງຂັ້ນແຂວງ ໄດ້ຖືກຈັດຂຶ້ນ ເປັນຄັ້ງທຳອິດ ໃນຕົ້ນເດືອນນີ້ ອັນເປັນການ
ເຄື່ອນໄຫວໄປສູ່ລະບົບການເມືອງທີ່ສຳຄັນ ຫຼັງຈາກໄດ້ປະສົບກັບຄວາມຮຸນແຮງມາ
ໄດ້ຫຼາຍປີ ທີ່ເກີດມາຈາກກຸ່ມພວກຫົວຮຸນແຮງ.

ສະຫະລັດ ໄດ້ຢືນຢັດມາດົນນານວ່າ ວາຊີສຖານເໜືອ ເປັນບ່ອນພັກພິງຂອງກຸ່ມຕາ
ລີບານ ກຸ່ມອາລ-ກາອີດາ ແລະພວກກຸ່ມຫົວຮຸນແຮງອື່ນໆ ອັນເປັນການກ່າວຫາ ທີ່
ປາກິສຖານ ໄດ້ປະຕິເສດ.

ເຖິງແມ່ນວ່າ ການຮັກສາຄວາມປອດໄພ ຢູ່ໃນພື້ນທີ່ດັ່ງກ່າວ ໄດ້ຮັບການປັບປຸງໃນ
ສອງສາມປີບໍ່ນານມານີ້ ແຕ່ຍັງມີການໂຈມຕີຂະໜາດນ້ອຍ ເກີດຂຶ້ນຢູ່.

ການໂຈມຕີດັ່ງກ່າວ ໄດ້ມີຂຶ້ນ ບໍ່ເທົ່າໃດວັນ ຫຼັງຈາກທີ່ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ແລະນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ
ໄດ້ພົບປະກັນ ແລະປຶກສາຫາລື ໃນບົດບາດຂອງປາກິສຖານ ທີ່ຈະພະຍາຍາມເຈ
ລະຈາຂໍ້ຕົກລົງດ້ານການເມືອງ ເພື່ອຍຸຕິສົງຄາມອັຟການິສຖານ ທີ່ແກ່ຍາວມາໄດ້ 18
ປີແລ້ວນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG