ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ ອາ​ເມ​ຣິ​ກັນ ໄດ​້​ປະ​ສົບ ​ຄ​ວາມທໍ​ລະ​ມານ ຈາກ​ການ​ປະ​ຫານ​ຊີ​ວິດ ຫຼາຍ​ທົດ​ສະ​ວັດ​ແລ້ວ


ຜູ້​ປະ​ທ້ວງ​ຖື​ປ້າຍ​ຕໍ່​ຕ້ານ​ການ​ປະ​ຫານ​ຊີ​ວິດ ຢູ່​ນອກ​ຫ້ອງ​ການ​ຜູ້​ປົກ​ຄອງ​ລັດ, ເມືອງ ໂອກ​ລາ​ໂຮ​ມາ. 18 ມິ​ຖຸ​ນາ, 2013.
ຜູ້​ປະ​ທ້ວງ​ຖື​ປ້າຍ​ຕໍ່​ຕ້ານ​ການ​ປະ​ຫານ​ຊີ​ວິດ ຢູ່​ນອກ​ຫ້ອງ​ການ​ຜູ້​ປົກ​ຄອງ​ລັດ, ເມືອງ ໂອກ​ລາ​ໂຮ​ມາ. 18 ມິ​ຖຸ​ນາ, 2013.

ການປະກາດຂອງກະຊວງຍຸຕິທຳ ໃນວັນພະຫັດຜ່ານມານີ້ ທີ່ວ່າ ຕົນຈະຮື້ຟື້ນຄືນໃໝ່
ການລົງໂທດປະຫານຊີວິດ ໃນສະຫະລັດ ຫຼັງຈາກທີ່ໄດ້ຢຸດເຊົາ ມາໄດ້ 16 ປີແລ້ວນັ້ນ
ມີຂຶ້ນໃນຂະນະທີ່ ການສະໜັບສະໜຸນຂອງມະຫາຊົນ ຕໍ່ການລົງໂທດປະຫານຊີວິດ
ໄດ້ຫຼຸດນ້ອຍຖອຍລົງ ໃນຫຼາຍປີບໍ່ນານມານີ້ ແລະມີຫຼາຍໆລັດຈຳນວນນຶ່ງ ເລີ້ມເຄື່ອນ
ໄຫວທີ່ຈະຍົກເລີກການປະຫານຊີວິດໂດຍສິ້ນເຊີງ.

ໃນຂະນະດຽວກັນການລົງໂທດປະຫານຊີວິດ ຍັງຄົງມີຄວາມນິຍົມ ໃນກຸ່ມຊາວອາເມຣິ
ກັນໂດຍສ່ວນຫຼາຍ ລະດັບຂອງການສະໜັບສະໜຸນ ຕໍ່ການລົງໂທດປະຫານຊີວິດ ໄດ້
ຕົກຕ່ຳລົງ ຈົນເຖິງລະດັບຕ່ຳສຸດທີ່ເຄີຍເຫັນ ເມື່ອການປະຫານຊີວິດຄັ້ງສຸດທ້າຍໄດ້ເກີດ
ຂຶ້ນ ເມື່ອປີ 2003.

ອີງຕາມການຢັ່ງຫາງສຽງໂດຍ Gallup ໃນປີ 2018 56 ເປີເຊັນຂອງຊາວອາເມຣິກັນ
ເຫັນດີ ໃຫ້ປະຫານຊີວິດສຳລັບການຄາດຕະກຳ ຊຶ່ງຫລຸດລົງ ຈາກ 70 ເປີເຊັນໃນປີ
2003 ໃນເວລາ ທະຫານຜ່ານເສິກສົງຄາມອ່າວເປີເຊຍ ທ້າວລູອິສ ໂຈນສ໌ ຈູເນຍ ໄດ້
ຖືກປະຫານຊີວິດ ສຳລັບການສັງຫານເພື່ອທະຫານຮ່ວມຊາດຄົນນຶ່ງ. ການສະໜັບສະ
ໜຸນ ໄດ້ຕົກຕ່ຳລົງ ສ່ວນນຶ່ງກໍຍ້ອນຫຼັກຖານດ້ານພັນທຸກຳ ຫຼື DNA ທີ່ໄດ້ເຮັດໃຫ້ພວກ
ນັກໂທດປະຫານຊີວິດ ທີ່ຄອຍຖ້າການປະຫານນັ້ນ ຫຼາຍສິບຄົນ ພົ້ນຈາກຂໍ້ຫາກ່າວຫາ
ໃນຫຼາຍປີບໍ່ດົນມານີ້ ແລະໃນຂະນະທີ່ ການປະຫານຊີວິດທີ່ພິດພາດໂດຍທາງການລັດ
ຈຳນວນນຶ່ງ ກໍໄດ້ສະທ້ອນໃຫ້ເຫັນ ຄວາມທາລຸນຂອງການປະຫານຊີວິດ.

ການອະພິປາຍໃນເລື້ອງທີ່ເກົ່າແກ່ຫຼາຍທົດສະວັດໃນອາເມຣິກາ ຊຶ່ງພວກສະໜັບສະ
ໜຸນການລົງໂທດປະຫານຊີວິດ ໄດ້ກ່າວວ່າ ການລົງໂທດນັ້ນ ຈະຢັບຢັ້ງອາຊະຍາກຳ
ຈະຊ່ອຍຊີວິດ ແລະໃຫ້ຄວາມເປັນທຳແກ່ພວກຜູ້ເຄາະຮ້າຍ ໃນຂະນະທີ່ພວກຝ່າຍຄ້ານ
ໄດ້ເອີ້ນການກະທຳດັ່ງກ່າວ ເປັນການທາລຸນ ແລະໄດ້ກ່າວວ່າ ມັນເປັນການໃຊ້ກັບຕໍ່
ກຸ່ມຄົນທີ່ບໍ່ເປັນທຳ ເປັນການຈຳແນກເຊື້ອຊາດຊົນກຸ່ມນ້ອຍ ແລະເປັນການສ່ຽງທີ່ຈະ
ປະຫານຊີຜິດຄົນທີ່ບໍລິສຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG