ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮົງກົງ ກຽມຮັບມື ກັບ ການໂຮມຊຸມນຸມ ເດີນຂະບວນປະທ້ວງ ອີກເທື່ອນຶ່ງ ໃນວັນອາທິດນີ້


ພວກປະທ້ວງ ປະເຊີນໜ້າ ກັບຕຳຫຼວດປາບຈະລາຈົນ face ຢູ່ນອກທາງເຂົ້າຄຸ້ມ ເຢີນລອງ ໃນນະຄອນ ຮົງກົງ, ວັນທີ 27 ກໍລະກົດ 2019.
ພວກປະທ້ວງ ປະເຊີນໜ້າ ກັບຕຳຫຼວດປາບຈະລາຈົນ face ຢູ່ນອກທາງເຂົ້າຄຸ້ມ ເຢີນລອງ ໃນນະຄອນ ຮົງກົງ, ວັນທີ 27 ກໍລະກົດ 2019.

ຮົງກົງ ກຽມຮັບມືກັບການປະທ້ວງອີກນຶ່ງວັນໃນວັນອາທິດມື້ນີ້ ຫຼັງຈາກນຶ່ງມື້ ທີ່ການເດີນ
ຂະບວນປະທ້ວງໃນຄຸ້ມ ເຢີນລອງ ຢູ່ໃກ້ກັບຊາຍແດນຕິດກັບ ຈີນ ແຜ່ນດິນໃຫຍ່ ໄດ້
ຍຸຕິລົງ ດ້ວຍຄວາມຮຸນແຮງ ໃນການປະເຊີນໜ້າກັນ ລະຫວ່າງ ຕຳຫຼວດ ແລະພວກນັກ
ເຄື່ອນໄຫວ.

ຫາກແຕ່ວ່າ ການເດີນຂະບວນປະທ້ວງໃນວັນອາທິດມື້ນີ້ ແມ່ນຄາດກັນວ່າ ຈະຜ່ານຕົວ
ເມືອງດັ່ງກ່າວໃນເກາະໃຫຍ່ ຊຶ່ງເພີ້ມຄວາມເປັນໄປໄດ້ສູງ ໃນການປະເຊີນໜ້າກັນ
ລະຫວ່າງພວກປະທ້ວງກັບຕຳຫຼວດ ອີກເທື່ອນຶ່ງ.

ຕຳຫຼວດໄດ້ຍິງລູກແກັສນ້ຳຕາເຂົ້າໄປ ແລ້ວພາກັນຈູ່ໂຈມສະຖານີລົດໄຟໃຕ້ດິນ ໃນຄຸ້ມ
ເຢີນລອງ ເມື່ອວັນເສົາວານນີ້ ເພື່ອຂັບໄລພວກປະທ້ວງຫຼາຍພັນຄົນ ອອກໄປ ຜູ້ທີ່ໄດ້
ເຂົ້າຮ່ວມການເດີນຂະບວນປະທ້ວງ ທີ່ບໍ່ໄດ້ຮັບອະນຸຍາດ ເພື່ອຕໍ່ຕ້ານການຕອບສະ
ໜອງທີ່ຫລ້າຊ້າຂອງຕຳຫຼວດ ໃນການໂຈມຕີກໍ່ຄວາມຮຸນແຮງ ໂດຍພວກແກັ່ງນັກເລງ
ເມື່ອຫຼາຍວັນກ່ອນໜ້ານີ້.

ພາບບັນທຶກວີດີໂອ ທີ່ໄດ້ຖືກນຳອອກເຜີຍແຜ່ໂດຍບັນດານັກຂ່າວໃນຕອນແລງວັນເສົາ
ວານນີ້ ໄດ້ສະແດງໃຫ້ເຫັນວ່າ ພວກຕຳຫຼວດປາບຈະລາຈົນໄດ້​ໃຊ້ໄມ້ ຄ້ອນທຸບຕີ ແລະ
ໄລ່ພວກຊາວໜຸ່ມທີ່ໃສ່ໜ້າກາກຫາຍໃຈ ແລະ ໝວກກໍ່ສ້າງ ເຂົ້າໄປໃນສະຖານີລົດໄຟ
ໃຕ້ດິນຄຸ້ມ ເຢີນລອງ. ຫຼາຍຊົ່ວກ່ອນໜ້ານີ້ປະຊາຊົນ ຫຼາຍພັນຄົນ ໄດ້ພາກັນເດີນຂະ
ບວນປະທ້ວງຜ່ານເຂດຊານເມືອງ ຊຶ່ງຄຸ້ມບ້ານໂດຍສ່ວນໃຫຍ່ຖືກໜີປະຖິ້ມ ເພື່ອປະ
ທ້ວງການຮັບມືໂດຍຕຳຫຼວດ ຕໍ່ການໂຈມຕີເມື່ອສັບປະດາແລ້ວນີ້. ຮ້ານຄ້າທຸລະກິດ
ຕ່າງໆ ໄດ້ປິດໄວ້ຄືເກົ່າ ແລະພວກພົນລະເມືອງທັງຫຼາຍ ກໍບໍ່ກ້າທີ່ຈະອອກໄປນອກ.

ການປະຕິບັດການກວາດລ້າງຂອງຕຳຫຼວດ ໄດ້ຈົບລົງດ້ວຍການເດີນຂະບວນທີ່ສັນຕິ
ແບບບໍ່​ຄາດ​ຄິດ ຊຶ່ງໄດ້ດຶງດູດເອົາພວກຊາວໜຸ່ມໄວກາງອາຍຸ ແລະພວກ ຜູ້ສູງອາຍຸ
ບາງສ່ວນມາເຂົ້າຮ່ວມນຳ ຜູ້ທີ່ໂມໂຫໂດຍເຫດການທັງຫຼາຍທີ່ເກີດຂຶ້ນ ໃນສັບປະດາ
ຜ່ານມານີ້ ໃນເມື່ອພວກຜູ້ໂດຍສານ ພວກນັກຂ່າວ ແລະ ແມ່ນກະທັງສະມາຊິກສະພາ
ໄດ້ຖືກທຳຮ້າຍຈົນເລືອດອາບ ໂດຍພວກອັນຕະພານ ທີ່ໃຊ້ໄມ້ຫວາຍ ແລະທ່ອນເຫຼັກ
ຕ່າງໆ. 12 ຄົນໄດ້ຖືກແຈ້ງຂໍ້ຫາກໍ່ການໂຈມຕີ ໃນວັນທີ 21 ກໍລະກົດ ທີ່ໄດ້ເຮັດໃຫ້ 45
ຄົນໄດ້ຮັບບາດເຈັບ ບາງສ່ວນບາດ ເຈັບສາຫັດ. ພວກເຫັນເຫດການຈຳນວນນຶ່ງ ໄດ້
ກ່າວວ່າ ພວກເຂົາເຈົ້າປາ ກົດວ່າ ແນເປົ້າໝາຍໃສ່ພວກຄົນຜູ້ທີ່ໃສ່ເຄື່ອງສີດຳ ແລະ
ໄດ້ສັນນິຖານວ່າ ພວກເຂົາເຈົ້າ ແມ່ນມາຈາກກຸ່ມເດີນຂະບວນເພື່ອປະຊາທິປະໄຕ
ໃນມື້ນັ້ນ.

ຄຸ້ມເຢີນລອງ ເປັນຄຸ້ມທີ່ແອອັດ ຊຶ່ງໃນອະດີດເຄີຍເປັນເຂດອຸດສາຫະກຳທີ່ຢູ່ໃກ້ກັບ
ຊາຍຕິດກັບ ຈີນແຜ່ນດິນໃຫຍ່. ມັນເປັນສະຖານທີ່ທີ່ໜ້າຢ້ານໃນວັນເສົາວານນີ້ ບ່ອນ
ທີ່ ແມ່ນກະທັງ ຮ້ານ McDonalds ຮ້ານຊັບພະສິິນຄ້າ ແລະຕະຫຼາດຂາຍອາຫານ
ທັງຫຼາຍໄດ້ຖືກປິດໄວ້ໝົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG