ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຣັດ​ເຊຍ ປາ​ບ​ປາມ ການ​ປະ​ທ້ວງ ຕໍ່ຕ້ານການ​ເລືອກ​ຕັ້ງ ໃນມົ​ສ​ກູ ຢ່າງ​ໜັກ


ຕຳ​ຫຼວດ ຈັບ​ຜູ້​ຊາຍ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ທີ​່​ຖືກ​ຫ້າມ ໃນ​ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 27 ກໍ​ລະ​ກົດ, 2019.
ຕຳ​ຫຼວດ ຈັບ​ຜູ້​ຊາຍ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ທີ​່​ຖືກ​ຫ້າມ ໃນ​ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 27 ກໍ​ລະ​ກົດ, 2019.

ຕຳຫຼວດ ຣັດ​ເຊຍ ໄດ້​ຈັບ​ກຸມ​ປະ​ຊາ​ຊົນຫຼາຍກວ່າ 1,000 ຄົນ ​ໃນ​ວັນ​ເສົາ​ວານນີ້ ໃນ​ຂະ
ນະທີ່ເຂົາເຈົ້າໄດ້ປະທ້ວງໃນນະຄອນຫຼວງ ມົສກູ ຕໍ່ຕ້ານການບໍ່ລວມເອົາຜູ້ລົງແຂ່ງຂັນ
ຝ່າຍຄ້ານ ຈາກການເລືອກຕັ້ງໃນທ້ອງຖິ່ນ ທີ່ຈະຈັດຂຶ້ນໃນທ້າຍປີນີ້, ອີງຕາມອົງການ
ຂ່າວ ຣັດເຊຍ.

ລວມ​ທັງ​ໝົດ “1,074 ຄົນ​ໄດ້​ຖືກ​ຈັບ​ສຳ​ລັບ​ການ​ກະ​ທຳ​ຜິດຫຼາຍ​ຢ່າງ ໃນ​ລະ​ຫວ່າງ ການ​
ປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ ໃນເຂດໃຈກາງຂອງນະຄອນຫຼວງ.” ອີງຕາມການເນັ້ນຄຳ
ເວົ້າຂອງຕຳຫຼວດ ມົສກູ ໂດຍອົງການຂ່າວ Tass ແລະ Ria-Novosti.

ການ​ຈັບ​ກຸມຫຼາຍ​ຄັ້ງ​ແມ່ນ​ຮຸນ​ແຮງ, ເຊິ່​ງຫຼາຍເທື່ອ​ ຕຳຫຼວດ​ໄດ້​ປ້ຳ​ຜູ້​ປະ​ທ້ວງ​ລົງ​ພື້ນ​ດິນ
ແລະ ໄດ້ໃຊ້ໄມ້ຄ້ອນທຸບຕີເຂົາເຈົ້າ, ອີງຕາມການກ່າວຂອງຜູ້ເຫັນເຫດການ.

ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ອາ​ເລັກ​ເຊ ນາ​ວາ​ລ​ນີ ໄດ້​ຖືກ​ຈັບ​ກຸມ​ໃນ​ຕົ້ນ​ສັບ​ປະ​ດານີ້ ສຳ​ລັບ​
ການຮຽກຮ້ອງຈັດການປະທ້ວງຂອງວັນເສົາວານນີ້ ເພື່ອຊັກຊວນໃຫ້ອຳນາດການປົກ
ຄອງ ອະນຸຍາດໃຫ້ບັນດາຜູ້ລົງແຂ່ງຂັນຝ່າຍຄ້ານສາມາດເຂົ້າຮ່ວມໃນການເລືອກງຕັ້ງ
ສະພານະຄອນຫຼວງ ມົສກູ ໃນວັນທີ 8 ກັນຍານີ້.

ບັນ​ດາ​ຜູ້​ນຳ​ຝ່າຍ​ຄ້ານ​ຄົນ​ອື່ນໆ​ກໍ​ຖືກ​ຈັບ​ ໃນ​ການ​ປະ​ທ້ວງ​ຂອງ​ວັນ​ເສົາ​ວານນີ້, ລວມ​ມີ​
ທ່ານ ອີລີຢາ ຢາຊິນ, ທ່ານ ດີມິທຣີ ກຸດຄອຟ ແລະ ທ່ານ ອີວານ ຊດານອຟ.

ປະ​ມານ 3,500 ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຂອງ​ວັນ​ເສົາ​ວານນີ້, ເຊິ່ງ​ຖືກ​ປະ​ກາດ​
ວ່າຜິດກົດໝາຍກ່ອນໜ້ານີ້ແລ້ວ. ໃນອາທິດທີ່ຜ່ານມາ 22,000 ຄົນໄດ້ປະທ້ວງໃນ
ການປະທ້ວງທີ່ຄ້າຍຄືກັນໃນນະຄອນຫຼວງ ມົສກູ.

ຕຳຫຼວດ​ໄດ້​ບຸກ​ເຂົ້າໄປ​ຫ້ອງ​ອັດ​ວິ​ດີ​ໂອ​ຂອງ​ທ່ານ ນາ​ວາ​ລ​ນີ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​
ອອກອາກາດການປະທ້ວງຜ່ານ YouTube ແລະ ໄດ້ຈັບກຸມຜູ້ນຳລາຍການ, ທ່ານ
ວລາດິເມຍ ມິໂລນອຟ.

ຕຳຫຼວດ​ຍັງ​ໄດ້​ກວດ​ຄົ້ນ​ສະ​ຖາ​ນີ​ໂທ​ລະ​ພາບ​ອິນ​ເຕີ​ແນັດ ໂດ​ຊັດ, ເຊິ່ງ​ໄດ້​ຖ່າຍ​ທອດ​
ການປະທ້ວງ, ແລະ ສັ່ງໃຫ້ຫົວໜ້າບັນນາທິການ ທ່ານນາງ ອາເລັກແຊນດຣາ ເປເຣເປ
ໂລວາ ຖືກສອບຖາມໂດຍບັນດາເຈົ້າໜ້າທີ່.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ ​ໄດ້​ຫ້າມ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍ​ຄ້ານ​ບາງ​ຄົນ​ຈາກ​ການ​ລົງ
ແຂ່ງຂັນເອົາຕຳແໜ່ງ, ໂດຍກ່າວຫາວ່າບໍ່ມີລາຍເຊັນພຽງພໍ ກ່ຽວກັບ ການຂໍຮ້ອງສະ
ເໜີຊື່ຂອງເຂົາເຈົ້າ.

ສາ​ພາ​ນະ​ຄອນຫຼວງ ມົ​ສ​ກູ, ເຊິ່ງ​ມີ 45 ບ່ອນ​ນັ່ງ, ແມ່ນ​ຖືກ​ຄວບ​ຄຸມ​ໂດຍ​ພັກ​ ສະ​ມັກ​ຄີ
ຣັດເຊຍ ທີ່ສະໜັບສະໜູນວັງ ເຄຣັມລິນ. ບ່ອນນັ່ງທັງໝົດແມ່ນຈະຖືກແຂ່ງຂັນເອົາໃນ
ວັນທີ 8 ກັນຍານີ້.

ການ​ປະ​ທ້ວງ ແລະ ການຈັບ​ກຸມ​ໄດ້​ເກີດ​ຂຶ້ນ ​ທ່າມ​ກາງ​ມາດ​ຕະ​ຖານ​ການ​ຄອງ​ຊີບ​ທີ່ຫຼຸດ
ລົງ ແລະ ລະດັບການນິຍົມຊົມຊອບຂອງທ່ານ ປູຕິນ ໄດ້ຕົກຕ່ຳລົງ.

ອ່ານ​ຂ່າວ​ນີ້ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG