ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງ​ກົງ ກຽມ​ຮັບ​ມື ກັບ​ການ​ປະ​ທ້ວງ ຕື່ມ​ອີກ ທີ່​ຄຸ້ມ​ເຢີນ-ລອງ


ພວກ​ເດີນ​ຂະ​ບວນ ໂຮມ​ຊຸມ​ນຸມ ຢູ່ນອກ​ປ້ອມ​ຕຳ​ຫຼວດ ທີ່​ຄຸ້ມ​ເຢີນ-ລອງ ເພື່ອ​ປະ​ທ້ວງ​ຕໍ່​ການ​ໂຈມ​ຕີ ຂອງ​ກຸ່ມ​ອັນ​ທະ​ພານ.
(27 ກໍ​ລະ​ກົດ 2019)
ພວກ​ເດີນ​ຂະ​ບວນ ໂຮມ​ຊຸມ​ນຸມ ຢູ່ນອກ​ປ້ອມ​ຕຳ​ຫຼວດ ທີ່​ຄຸ້ມ​ເຢີນ-ລອງ ເພື່ອ​ປະ​ທ້ວງ​ຕໍ່​ການ​ໂຈມ​ຕີ ຂອງ​ກຸ່ມ​ອັນ​ທະ​ພານ. (27 ກໍ​ລະ​ກົດ 2019)

ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ທີ່​ພາ​ກັນ​ເດີນ​ຂະ​ບວນ​ທີ່​ຄຸ້ມໆ​ນຶ່ງ​ຂອງ​ຮົງ​ກົງ ​ໃກ້​ກັບ​ຊາຍ​ແດນ​ຈີນ ເພື່ອ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຕໍ່ຕ້ານ​ພວກ​ທີ່​ສົງ​ໄສວ່າ ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັນ​ທະ​ພານ ທີ່​ໄດ້​ທຸບ​ຕີ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕໃນວັນ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມາ.

ລາຍ​ງານ​ຂ່າວ​ທາງ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ວ່າ ໄດ້​ມີ​ການ​ຍິງ​ລະ​ເບີດ​ນ້ຳ​ຕາ​ຈຳ​ນວນ​ນຶ່ງ​ເຂົ້າ​ໃສ່​ຝູງ​ຊົນທີ່​ຄຸ້ມ​ເຢີນ-ລອງ ຫຼັງ​ຈາກ​ໄດ້​ມີການ​ປະ​ເຊີນ​ໜ້າ​ທີ່​ເຄັ່ງຕຶງ​ກັບ​ພວກ​ປະ​ທ້ວງ ຊຶ່ງ​ຈຳ​ນວນ​ນຶ່ງ​ໄດ້​ພາ​ກັນ​ແກວ່ງ​ສິ່ງ​ຂອງ​ເຂົ້າ​ໃສ່​ຕຳ​ຫຼວດ.

ພວກ​ປະ​ທ້ວງ​ປະ​ກາດ​ວ່າ ຈະ​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ຢູ່​ຄຸ້ມ​ເຢີນ-ລອງທັງໆ​ທີ່​ໄດ້​ມີ​ການ​ຂົ່ມ​ຂູ່​ວ່າຈະ​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງກຸ່ມ​ອັນ​ທະ​ພານແລະ​ກາ​ນ​ຫ້າມ​ບໍ່​ໃຫ້​ປະ​ທ້ວງ​ຂອງ​ຕຳ​ຫຼວດ.

ຕຳ​ຫຼວດ​ໄດ້​ເຕືອນວ່າ ພວກ​ປະ​ທ້ວງ​ຈະ​ລະ​ເມີດ​ກົດ​ໝາຍ ຖ້າ​ຫາກການ​ເດີນ​ຂະ​ບວນມີຂຶ້ນ​ແທ້.

​ພວກ​ນັກ​ເລງ​ທີ່ໃສ່​ເສື້ອ​ຂາວ​ຊຶ່ງ​ສົງ​ໄສວ່າ​ພົວ​ພັນ​ກັບ​ກຸ່ມ​ອາ​ຊະ​ຍາ​ກອນ ​ໄດ້​ໂຈມ​ຕີ​ພວກ​ປະ​ທ້ວງ​ແລະ​ພວກ​ເດີນ​ທາງ​ໄປ​ມາ​ທີ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ເຢີນ-ລອງ​ໃນອາ​ທິດ​ແລ້ວນີ້.

ການ​ປະ​ທ້ວງ​ໃນ​ວັນ​ທ້າຍ​ສັບ​ປະ​ດາ​ແມ່ນ​ມີ​ຂຶ້ນ​ເກືອບ​ວ່າ​ເປັນ​ປະ​ຈຳ​ຢູ່​ທີ່​ຮົງ​ກົງ​ໃນ​ໄລ​ຍະ​ເກືອບ​ສີ່​ເດືອນ​ທີ່​ຜ່ານ​ມານີ້.

​ໃນການ​ປະ​ທ້ວງ​ທີ່​ເລີ້ມ​ຂຶ້ນ​ຍ້ອນ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ທີ່​ໄດ້​ຖືກ​ໂຈະ​ໄວ້ນັ້ນ​ ພວກ​ນັກ​ເຄື່ອນ​ໄຫວ ຍັງ​ໄດ້​ທວງ​ໃຫ້ ​ນັບ​ແຕ່​ໄດ້​ມີ​ການ​ຂະ​ຫຍາຍການ​ຮຽກ​ຮ້ອງ​ໃຫ້​ເລືອກ​ເອົາ​ພວກ​ຜູ້​ນຳ​ໂດຍ​ກົງແລະ​ການ​ສືບ​ສວນ​ກ່ຽວ​ກັບ​ການກ່າວ​ຫາ​ໃນ​ການ​ໃຊ້​ອຳ​ນາດ​ເກີນ​ຂອບ​ເຂດ​ໂດຍ​ຕຳ​ຫຼວດ. ແນວ​ໃດ​ກໍ​ຕາມ​ ຜູ້​ບໍ​ລິ​ຫານ​ທີ່​ພວມດີ້ນ​ຮົນ​ຂອງຮົງ​ກົງ ທ່ານ​ນາງ​ແຄ​ຣີ ແລມ ໄດ້​ເອີ້ນ​ຮ່າງ​ກົດ​ໝ​າຍສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ວ່າ “ຕາຍ​ແລ້ວ” ແຕ່​ພວກ​ປະ​ທ້ວງ ​ຍັງ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້ຖອນ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຢ່າງ​ເຕັມ​ທີ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG