ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ເງິນ ສະ​ຫະ​ລັດ ຈະ​ຈັດ​ການ​ເຈ​ລະ​ຈາ ດ້ານ​ການ​ຄ້າ ກັບ ຈີນ ໃນອາ​ທິ​ດ​ໜ້າ


ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ສ​ຕີ​ຟ ມະ​ນູ​ຊິນ ໃຫ້​ປາກ​ຄຳ​ຕໍ່​ອະ​ນຸ​ກຳ​ມະ​ການ ການ​ຈັດ​ສັນ​ເງິນ ສະ​ພາ​ຕ​່ຳ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ເມ​ສາ, 2019.
ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ສ​ຕີ​ຟ ມະ​ນູ​ຊິນ ໃຫ້​ປາກ​ຄຳ​ຕໍ່​ອະ​ນຸ​ກຳ​ມະ​ການ ການ​ຈັດ​ສັນ​ເງິນ ສະ​ພາ​ຕ​່ຳ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ເມ​ສາ, 2019.

ລັດ​ຖະ​ມົນ​ຕີ​ການ​ເງິນ ສະ​ຫະ​ລັດ ທ່ານ ສ​ຕີ​ຟ ມະ​ນູ​ຊິນ ກ່າວ​ວ່າ ທ່ານ​ຈະ​ເດີນ​ທາງ​ໄປ​
ຢ້ຽມຢາມ ຈີນ ໃນອາທິດໜ້າ ເພື່ອການເຈລະຈາສອງວັນ ເພື່ອຢຸດສົງຄາມການຄ້າທີ່
ແກ່ຍາວມາເປັນປີ ລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກນັ້ນ.

ທ່ານ ມະ​ນູ​ຊິນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ CNBC ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ ແລະ ບັນ​
ດາເຈົ້າໜ້າທີ່ ຈີນ ຈະປຶກສາຫາລື ກ່ຽວກັບ “ຫຼາຍບັນຫາ” ແລະ ທ່ານໄດ້ຍອມຮັບຢູ່
ທຳນຽບຂາວ ໃນເວລາຕໍ່ມາວ່າ ທ່ານບໍ່ຄາດວ່າທຸກຢ່າງຈະຖືກແກ້ໄຂ.

ທຳ​ນຽບ​ຂາວ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ເຈ​ລະ​ຈາ “ໄດ້​ເພັ່ງ​ເລັງ​ໃສ່
ການປັບປຸງສາຍພົວພັນດ້ານການຄ້າ” ລະຫວ່າງສອງປະເທດດັ່ງກ່າວ ແລະ ຈະປົກ
ຄຸມ “ຫຼາກຫຼາຍບັນຫາ” ລວມທັງການຂາດດຸນການຄ້າ ແລະ “ການບັງຄັບໂອນເທັກ
ໂນໂລຈີ.”

ການ​ເຈ​ລ​ະ​ຈາ​ທີ່​ໃກ້​ຈະ​ມາ​ເຖິງນີ້ ຈະ​ເປັນ​ການ​ພົບ​ປະ​ຊ່ອງ​ໜ້າ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​
ມັນໄດ້ພັງລົງໃນເດືອນພຶດສະພາທີ່ຜ່ານມາ ຫຼັງຈາກປະທານາທິບໍດີ ທຣຳ ໄດ້ກ່າວຫາ
ຈີນ ກ່ຽວກັບ ການປ່ຽນໃຈໃນຄຳໝັ້ນສັນຍາຂອງເຂົາເຈົ້າ.

ທ່ານ ທ​ຣຳ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ຕົກ​ລົງ​ກັນ​ໃນ​ປະ​ເທດ ຍີ່​ປຸ່ນ
ເມື່ອເດືອນທີ່ຜ່ານມາ ທີ່ຈະຢຸດການກະທຳທີ່ມີເຈຕະນາຮ້າຍຕໍ່ໄປ ໃນຂະນະທີ່ສອງ
ປະເທດມະຫາອຳນາດນັ້ນ ເຮັດວຽກເພື່ອຟື້ນຟູການເຈລະຈາຄືນ.

ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ວາງ​ການ​ເກັບ​ພາ​ສີ​ຕໍ່​ການ​ຄ້າສົ່ງ​ອອກ ແລະ ນຳ​ເຂົ້າ ​ມູນ​ຄ່າ
360 ພັນລ້ານໂດລາ, ແລະ ເຖິງແມ່ນຈະມີການຢຸດມຸ່ງຮ້າຍແລ້ວກໍຕາມ, ທ່ານ ທຣຳ
ກໍໄດ້ຂົ່ມຂູ່ທີ່ຈະເກັບພາສີລົງໂທດເພີ່ມເຕີມ ຕໍ່ສິນຄ້າຂອງ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG