ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີ​ຣັກ ຂຸດ​ຄົ້ນຂຸມ​ຝັງ​ສົບ​ ຂ​ະ​ໜາດ​ໃຫຍ່ ທີ່​ເຊື່​ອ ວ່າ ມີ​ສົບ​ຂອງ​ຊາວ ເຄີດ ທີ່​ຖືກ​ຂ້າ​ຕາຍ


​ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ອີ​ຣັກ ປົກ​ກະ​ດູກ​ຂອງ​ຊາວ ເຄີດ ຈາກ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່ ໃນ​ເມືອງ ຊາ​ມາ​ວາ, ປະ​ເທດ ອີ​ຣັກ. 14 ເມ​ສາ, 2019.
​ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ອີ​ຣັກ ປົກ​ກະ​ດູກ​ຂອງ​ຊາວ ເຄີດ ຈາກ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່ ໃນ​ເມືອງ ຊາ​ມາ​ວາ, ປະ​ເທດ ອີ​ຣັກ. 14 ເມ​ສາ, 2019.

ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ພ້ອມ​ກັບ​ຫຼາຍ​ສິບ​ສົບ ທີ່​ເຊື່ອ​ວ່າ​ແມ່ນ​ຊາວ ເຄີດ ທີ່​ຖືກ​ຂ້າ​ຕາຍ
ໂດຍກອງກຳລັງຂອງອະດີດຜູ້ນຳ ອີຣັກ ທ່ານ ຊັດດຳ ຮຸສເຊນ ໄດ້ຖືກພົບເຫັນໃນທະ
ເລຊາຍຂອງແຂວງ ອາລ-ມູທານນາ ໃນພາກໃຕ້ຂອງປະເທດ ອີຣັກ.

ການ​ຂຸດ​ຄົ້ນ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ກ່ອນ​ໜ້ານີ້ ໃນ​ເມືອງ ອາ​ລ-ຊາ​ມາ​ວາ ປະ​ມານ
80 ກິໂລແມັດທາງພາກຕາເວັນຕົກສຽງໃຕ້ ໄດ້ພົບເຫັນ 70 ສົບ, ອີງຕາມຄຳເວົ້າຂອງ
ທ່ານ ຈາບາ ໂອມາ, ຫົວໜ້າຫ້ອງການ ວີລະຊົນສາສະໜາ ແລະ ອານຟາລ, ໃນເມືອງ
ກາມຢານ ຂອງພາກພື້ນ ເຄີດິສຖານ, ທັງເປັນຜູ້ຄວບຄຸມຂະບວນການຂຸດຄົ້ນສົບເຊັ່ນ
ກັນ.

ຄົນຈຸດັ່ງ​ກ່າວ, ເຊິ່ງ​ປະ​ກອບ​ມີ​ແມ່​ຍິງ ແລະ ເດັກ​ນ້ອຍ​ເປັນ​ສ່ວນຫຼາຍ, ເຊື່ອ​ວ່າ​ຖືກ​ຂ້າ​
ຕາຍໃນລະຫວ່າງປີ 1987-1988, ໃນລະຫວ່າງບັ້ນລົບ “ອານຟາລ” ຕໍ່ຊາວ ເຄີດ
ໂດຍອະດີດລະບອບການປົກຄອງຂອງ ອີຣັກ.

ທ່ານ ໂອ​ມາ ໄດ້​ກ່າວ​ວ່າ “ຜູ້​ເຄາະ​ຮ້າຍ​ໄດ້​ຖືກ​ຝັງ​ຢອງ​ກັນ ແລະ ສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ
ແລະ ເດັກນ້ອຍ. ການແຍກສົບອອກຈາກກັນແມ່ນຍາກ ເພາະວ່າ ຫຼາຍຄົນໃນນັ້ນ
ແມ່ນເດັກທາຣົກ ລະຫວ່າງ 1 ແລະ 2 ປີ, ຖືກຝັງໃນຫວ່າງແຂນຂອງແມ່ຂອງເຂົາເຈົ້າ.”

ບັ້ນ​ລົບ ອານ​ຟາ ​ແມ່ນ​ການ​ບຸກ​ໂຈມ​ຕີ​ຕໍ່​ຊາວ ເຄີດ ໃນ​ທ້າຍ​ຊຸມ​ປີ 1980 ໂດຍ ກອງ​ກຳ​
ລັງຂອງທ່ານ ຮຸສເຊນ ແລະ ນຳພາໂດຍພີ່ນ້ອງຂອງລາວ ທ່ານ ອາລີ ຮາ​ສ​ຊານ ອາ​ລ-
ມາຈິດ. ບັ້ນລົບດັ່ງກ່າວມີລາຍງານວ່າໄດ້ເຮັດໃຫ້ຊາວ ເຄີດ ເສຍຊີວິດ 180,000 ຄົນ
ແລະ ປະມານ 4,500 ໝູ່ບ້ານ ໄດ້ຖືກທຳລາຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຊາວ ເຄີດ ກ່າວ​ວ່າ ສະ​ຖານ​ທີ່​ຂອງ​ຜູ້​ທີ່​ໄດ້​ຫາຍ​ສາບ​ສູນ​ໃນ​ການ​ຕໍ່​ສູ້​
ແມ່ນຍັງບໍ່ກະຈ່າງແຈ້ງ, ດ້ວຍຫຼາຍຄອບຄົວຍັງພະຍາຍາມທີ່ຈະຄົ້ນຫາວ່າເຂົາເຈົ້າຍັງ
ມີຊີວິດ ຫຼື ຖືກຝັງຢູ່ທະເລຊາຍ ໃນພາກໃຕ້ຂອງ ອີຣັກ.

ກຸ່ມ​ທີ່​ຖືກ​ຈັດ​ໃຫ້​ໄປ​ລະ​ບຸ​ຕົວ​ສົບ​ທີ່​ຖືກ​ພົບ​ເຫັນ​ໃນ​ແຂວງ ອາ​ລ-ມູ​ທານ​ນາ ແມ່ນ​ກຳ​ລັງ
ຂຸດຄົ້ນຂຸມຝັງສົບຂະໜາດໃຫຍ່ຂຸມນຶ່ງ, ອີງຕາມການກ່າວຂອງທ່ານ ໂອມາ, ນອກ
ຈາກນັ້ນ ຕົວເລກຂອງສົບຜູ້ເສຍຊີວິດ ແມ່ນຄາດວ່າ ຈະເພີ່ມຂຶ້ນໃນວັນຕໍ່ມາ ໃນຂະ
ນະທີ່ການຂຸດຄົ້ນຂຸມຝັງສົບອີກສາມແຫ່ງໄດ້ເລີ່ມຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG