ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ມັ​ລ​ເລີ ກ່າວ​ວ່າ ການ​ສ​ອບ​ສວນ ບໍ່​ໄດ້​​ໃຫ້​ທ່ານ ທຣຳ ພົ້ນ​ຈາກ​ຄວາມ​ຜິດ ກ່ຽວ​ກັບ ການ​ຂັດ​ຂວາງ ​ຂະ​ບວນ​ການ ຍຸ​ຕິ​ທຳ


​ອະ​ດີດ​ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມັ​ລ​ເລີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ກ່ຽວ​ກັບ ລາຍ​ງານ​ຂອງ​ທ່ານ ເລື້ອງການ​ແຊກ​ແຊງຂອງ ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນານ​ທິ​ບໍ​ດີ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກໍ​ລະ​ກົດ, 2019.
​ອະ​ດີດ​ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມັ​ລ​ເລີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ກ່ຽວ​ກັບ ລາຍ​ງານ​ຂອງ​ທ່ານ ເລື້ອງການ​ແຊກ​ແຊງຂອງ ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນານ​ທິ​ບໍ​ດີ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກໍ​ລະ​ກົດ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສະ​ເຫຼີມ​ສະຫຼອງ​ການ​ປາ​ກົດ​ຕົວ
ຂອງອະດີດໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ຕໍ່ຄະນະກຳມະການສະພາຕ່ຳ
ຈາກສອງພັກການເມືອງ ໃນວັນພຸດວານນີ້ວ່າ ເປັນ “ວັນທີ່ດີຫຼາຍ” ສຳລັບທ່ານ ແລະ
ເພື່ອນຮ່ວມພັກຣີພັບບລີກັນ.

ທ່ານ​ໄດ້​ກ່າວ​ວ່າ ການ​ໃຫ້​ການຂອງ​ທ່ານ ມັ​ລ​ເລີ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສອບ​ສວນ​
ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016 ແລະ ການກ່າວຫາ
ທ່ານ ທຣຳ ກ່ຽວກັບ ການຂັດຂວາງຂະບວນການຍຸຕິທຳ ດ້ວຍການພະຍາຍາມທີ່ຈະ
ທຳລາຍການສືບສວນສອບສວນວ່າ “ເປັນການເສຍເວລາ.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ລັດ​ຖະ​
ບານທ່ານ ທຣຳ “ອາດເຮັດໃຫ້ຄວາມປອດໄພຂອງປະເທດຕົກຢູ່ໃນອັນຕະລາ ດ້ວຍ
ການຂະຫຍາຍອຳນາດຂອງ ຣັດເຊຍ” ແລະ ວ່າພັກເດໂມແຄຣັດ ຈະຜັກດັນກ່ຽວກັບ
ການສອບສວນຂອງເຂົາເຈົ້າເອງ ແລະ ມີຄວາມເປັນໄປໄດ້ທີ່ຈະດຳເນີນການຟ້ອງ
ຮ້ອງ.

ທ່ານ ມັ​ລ​ເລີ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາວ່າ ການ​ສືບ​ສວນ​ສອບ​ສວນ​ຂອງ​ທ່ານ
ບໍ່ໄດ້ໃຫ້ທ່ານ ທຣຳ ພົ້ນຈາກຄວາມຜິດ ກ່ຽວກັບ ການຖືກກ່າວຫາໃນການຂັດຂວາງ
ຂະບວນການຍຸຕິທຳ.

ໃນ​ຂະ​ນະ​ທີ່​ເວ​ລາ​ການ​ໃຫ້​ການຫຼາຍ​ຊົ່ວ​ໂມງ​ໄດ້​ເລີ່ມ​ຂຶ້ນ​ນັ້ນ, ປະ​ທານ​ຄະ​ນະ​ກຳ​ມະ​
ການຕຸລາການສະພາຕ່ຳ ທ່ານ ເຈີໂຣລ ແນດເລີ ໄດ້ຖາມທ່ານໄອຍະການວ່າ, “ເຈົ້າ
ໄດ້ໃຫ້ທ່ານປະທານາທິບໍດີພົ້ນຈາກຄວາມຜິດທັງໝົດເລີຍບໍ່?”

ທ່ານ ມັ​ລ​ເລີ ໄດ້​ຕອບ​ວ່າ “ບໍ່, ທ່ານປະ​ທາ​ນາ​ທິ​ບໍ​ດີບໍ່​ໄດ້​ພົ້ນ​ຈາກ​ຄວາມ​ຜິດ​ທີ່​ລາວ​ຖືກ​
ກ່າວຫາວ່າໄດ້ເຮັດ.” ຕໍ່ມາໃນການໃຫ້ປາກຄຳນັ້ນ, ທ່ານ ມັລເລີ ໄດ້ກ່າວວ່າ “ແມ່ນ”
ເມື່ອຖືກຖາມວ່າ ທ່ານຈະຕັ້ງຂໍ້ກ່າວຫາຕໍ່ທ່ານປະທານາທິບໍດີ ດ້ວຍຄວາມຜິດທາງ
ອາຍາ ຫຼັງຈາກທ່ານໄດ້ອອກຈາກຕຳແໜ່ງ.

ທ່ານ ມັ​ລ​ເລີ ໄດ້​ກ່າວ​ວ່າ ທີມ​ຂອງ​ທ່ານບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ພະ​ຍາ​
ຍາມທີ່ຈະບັນລຸຂໍ້ຕົກລົງດົນນຶ່ງປີກັບທ່ານ ທຣຳ ທີ່ຈະໃຫ້ທ່ານມາໃຫ້ປາກຄຳສົດ,
ຊ່ອງໜ້າ, ແຕ່ທ່ານປະທານາທິບໍດີ ພຽງແຕ່ຕອບບາງຄຳຖາມທີ່ຂຽນຢູ່ໃນເຈ້ຍ, ແລະ
ບໍ່ແມ່ນ ກ່ຽວກັບ ການຖືກກ່າວຫາຂັດຂວາງຂະບວນການຍຸຕິທຳ.

ແນວ​ໃດ​ກໍ​ຕາມ, ທ່ານ ມັ​ລ​ເລີ, ເຊິ່ງ​ໄດ້ຕັດລາຍ​ງານການ​ສືບ​ສວນ​ສອບ​ສວນ​ຂອງ​ທ່ານ
ລົງເກືອບ 448 ໜ້າ ຫຼັງຈາກການສອບສວນດົນ 22 ເດືອນນັ້ນ, ໄດ້ຍອມຮັບຕໍ່ສະມາ
ຊິກສະພາຕ່ຳ ສັງກັດພັກຣີພັບບລີກັນ ທ່ານ ດັກ ຄອລລິນສ໌ ວ່າການສືບສວນສອບ
ສວນຂອງທ່ານໄດ້ສະຫຼຸບວ່າ ມັນບໍ່ມີຫຼັກຖານພຽງພໍ ເພື່ອຕັ້ງຂໍ້ກ່າວຫາຕໍ່ທ່ານ ທຣຳ
ຫຼື ພະນັກງານການໂຄສະນາຫາສຽງ ປີ 2016 ຂອງທ່ານ ໃນການສົມຮູ້ຮ່ວມຄິດກັບ
ຣັດເຊຍ ເພື່ອຊ່ວຍທ່ານ ທຣຳ ໄດ້ຊະນະການດຳລົງຕຳແໜ່ງສີ່ປີໃນທຳນຽບຂາວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG