ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ, ທ່ານ ຫຼີ ເຜິ້ງ, ເຖິງ​ແກ່​ມໍ​ລະ​ນະ​ກຳ ຮວມອາ​ຍຸ​ໄດ້ 90 ປີ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼີ​ ເພິ້ງ, ກາງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ປິດ​ລັບ ຂອງກອ​ງ​ປະ​ຊຸມ​ພັກ ຄັ້ງ​ທີ 19 ຂອງ ຈີນ ທີ່​ຫໍ​ປະ​ຊຸມ​ໃຫຍ່ ແຫ່ງ​ປະ​ຊາ​ຊົນ ຈີນ. ນະ​ຄອນຫຼວງ ປັກ​ກິ່ງ, ຈີນ.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼີ​ ເພິ້ງ, ກາງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ປິດ​ລັບ ຂອງກອ​ງ​ປະ​ຊຸມ​ພັກ ຄັ້ງ​ທີ 19 ຂອງ ຈີນ ທີ່​ຫໍ​ປະ​ຊຸມ​ໃຫຍ່ ແຫ່ງ​ປະ​ຊາ​ຊົນ ຈີນ. ນະ​ຄອນຫຼວງ ປັກ​ກິ່ງ, ຈີນ.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼີ ເ​ຜິ້ງ, ຜູ້​ທີ່​ໄດ້​ປະ​ກົດ​ໄອ​ຍະ​ກາ​ນ​ເສິກ ພຽງ​ບໍ່​ເທົ່າ
ໃດວັນ ກ່ອນການປາບປາມການປະທ້ວງສະໜັບສະໜູນປະຊາທິປະໄຕທີ່ໂຫດຮ້າຍ
ໃນປີ 1989 ຢູ່ຈະຕຸລັດ ທຽນອັນເໝິນ ໃນນະຄອນປັກກິ່ງ ນັ້ນ, ໄດ້ເຖິງແກ່ມໍລະນຳກຳ
ແລ້ວ ຮວມອາຍຸໄດ້ 90 ປີ.

ອົງ​ການ​ຂ່າວ​ ຊິນ​ຫົວ ​ຂອງທາງ​ການ​ຈີນ ​ກ່າວ​ວ່າ ທ່ານ ຫຼີ ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​
ຈັນທີ່ຜ່ານມາດ້ ວຍຄວາມເຈັບປ່ວຍທີ່ບໍ່ໄດ້ລະບຸໄວ້.

ທ່ານ ຫຼີ ເຜິ້ງ ໄດ້​ມີ​ມີ​ອຳ​ນາດ​ສູງ​ຂຶ້ນ ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ ຜ່ານ​ຕຳ​ແໜ່ງ​ຕ່າງໆ​ຂອງ​ພັກ​
ຄອມມູນິສ ຈົນທ່ານໄດ້ກາຍເປັນນາຍົກລັດຖະມົນຕີໃນປີ 1987 ທ່າມກາງຄື້ນຂອງ
ການປະທ້ວງສະໜັບສະໜູນປະຊາທິປະໄຕ ນຳພາໂດຍນັກສຶກສາໃນທົ່ວ ຈີນ.

ຫຼັງ​ຈາກ​ທ່ານ​ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ຄວາມ​ເຂົ້າ​ໃຈ ​ກັບ​ພວກ​ຜູ້​ນຳ​ຂອງ​ການ​ເຄື່ອນ​ໄຫວ
ນັ້ນ, ທ່ານ ຫຼີ ໄປປະກາດກົດໄອຍະການເສິກ ໃນວັນທີ 20 ພຶດສະພາ 1989.

ຫຼາຍກວ່າ​ສອງ​ອາ​ທິດ​ຕໍ່​ມາ, ກອງ​ກຳ​ລັງ ຈີນ ໄດ້​ບຸກ​ເຂົ້າ​ ປັກ​ກິ່ງ, ສັງ​ຫານ​ປະ​ຊາ​ຊົນ
ຫຼາຍຮ້ອຍຄົນ ແລະ ບາງເທື່ອຫຼາຍພັນຄົນ ໃນການພະຍາຍາມທີ່ຈະຍຸດຕິການເຂົ້າ
ຄອບຄອງຈະຕຸລັດ ທຽນອັນເໝິນ ໂດຍນັກສຶກສາ.

ທ່ານ ຫຼີ ໄດ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ່​ຄື​ເກົ່າ ເຖິງ​ແມ່​ນ​ຊື່​ສຽງ​ຂ​ອງ​ທ່ານ​ໃນ​ສາ​ກົນ​ຈະ​
ເສື່ອມເສຍຍ້ອນການສັງຫານໝູ່, ທ່ານ ຫຼີ ໄດ້ເປັນນາຍົກລັດຖະມົນຕີຈົນຮອດປີ
1998, ເມື່ອທ່ານໄດ້ກາຍເປັນປະທານສະພາປະຊາຊົນແຫ່ງຊາດ ຈີນ. ທ່ານໄດ້
ອອກບຳນານຈາກການເມືອງໃນປີ 2002.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG