ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບໍ່​ເອົາ​ມາດ​ຕະ​ການ ຮັກ​ສາ​ຄວາມ​ປອດ​ໄພ ​ການເລືອກ​ຕັ້ງ ເຮັດ​ໃຫ້ ສະ​ຫະ​ລັດ ມີ​ຄວາມ​ສ່ຽງ


ຜູ​້​ລົງ​ຄະ​ແນນ​ສຽງ​ປ່ອນ​ບັດ​ ທີ່​ເມືອງ ຮິນ​ເດ​ລ, ລັດ ອີລີ​ນອຍ. 6 ພຶ​ດ​ສະ​ພາ, 2019.
ຜູ​້​ລົງ​ຄະ​ແນນ​ສຽງ​ປ່ອນ​ບັດ​ ທີ່​ເມືອງ ຮິນ​ເດ​ລ, ລັດ ອີລີ​ນອຍ. 6 ພຶ​ດ​ສະ​ພາ, 2019.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ
ທ່ານ ດໍໂນລ ທຣຳ ແລະ ສະພາສູງທີ່ນຳພາໂດຍພັກຣີພັບບລີກັນ ກ່ຽວກັບ ການເຮັດ
ວຽກເພື່ອລົບລ້າງຮ່າງກົດໝາຍ ທີ່ຈະປົກປ້ອງການເລືອກຕັ້ງປະທານາທິບໍດີ ສະຫະລັດ
ທີ່ໃກ້ຈະມາເຖິງ ຈາກການຖືກແຊກແຊງໂດຍ ຣັດເຊຍ ແລະ ປະເທດອື່ນໆ.

ເຂົາ​ເຈົ້າ​ຍັງ​ໄດ້​ເຕືອນ​ວ່າ ຍ້ອນຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທ​ຣຳ ແລະ ຜູ້​ນຳ​ສຽງ​ສ່ວນ
ຫຼາຍສະພາສູງພັກຣີພັບບລີກັນ ທ່ານ ມິຈ ແມັກຄອນແນລ, ເວລາແມ່ນກຳລັງໃກ້ຈະ
ໝົດ ເພື່ອປັບປຸງມາດຕະການຮັກສາຄວາມປອດໄພ ສຳລັບການລົງຄະແນນສຽງປີ
2020.

ທ່ານ ມາກ ວອ​ລ​ເນີ, ຮອງ​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ, ໄດ້​ກ່າວ​ຕໍ່​
ບັນດານັກຂ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຢູ່ຫໍລັດຖະສະພາແຄັບປິຕອລ
ໃນວັນອັງຄານວານນີ້ວ່າ “ມັນປາກົດວ່າ ຜູ້ນຳສຽງສ່ວນຫຼາຍ, ຕາມຄຳສັ່ງຂອງທຳນຽບ
ຂາວ, ໄດ້ເຮັດໃຫ້ມັນເປັນເປົ້າໝາຍຂອງທ່ານ ທີ່ຈະລົບລ້າງຮ່າງກົດໝາຍທີ່ມີຄວາມ
ໝາຍສຳຄັນ.”

ທ່ານ ວອ​ລ​ເນີ ໄດ້​ກ່າວ​ຕື່ມ​ວ່າ “ແມ່ນ​ກະ​ທັ້ງ​ການ​ສືບ​ລັບ​ລະ​ດັບ​ສູງ​ຂອງ​ປະ​ທາ​ນາ​ທິ​ບໍ​
ດີນີ້, ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທຸກຄົນໄດ້ລະບຸວ່າ ຣັດເຊຍ, ເຊິ່ງໄດ້ແຊກ
ແຊງເຂົ້າໃນການເລືອກຕັ້ງຂອງພວກເຮົາໃນປີ 2016 ຢ່າງສຳເລັດນັ້ນ ຈະກັບຄືນມາ
ອີກ, ຂ້າພະເຈົ້າບໍ່ເຂົ້າໃຈວ່າເມື່ອເຮົາມີສາມັນສຳນຶກ, ຮ່າງກົດໝາຍຈາກສອງພັກ
ການເມືອງ, ເປັນຫຍັງພວກເຮົາຈຶ່ງບໍ່ສາມາດນຳມັນຂຶ້ນມາໃນກອງປະຊຸມຂອງສະພາ
ສູງ ແລະ ໃຫ້ສະພາສູງລົງຄະແນນສຽງ.”

ຜ່ານ​ຜູ້​ຊ່ວຍ​ເຫຼືອທັງຫຼາຍ, ທ່ານ ແມັກ​ຄອນ​ແນ​ລ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຕອບ​ໂດຍ​ກົງ​ຕໍ່​
ການກ່າວຫາຄັ້ງຫຼ້າສຸດ. ແຕ່ໃນການໃຫ້ຄຳເຫັນໃນຕົ້ນເດືອນນີ້, ທ່ານໄດ້ວິພາກວິ
ຈານພັກເດໂມແຄຣັດ ສຳລັບການໃຊ້ບັນຫາຄວາມປອດໄພການເລືອກຕັ້ງ ເພື່ອພະ
ຍາຍາມບັນລຸແຜນການຝ່າຍດຽວ.

ທ່ານ​ໄດ້​ກ່າວ​ວ່າ “ຂໍ້​ສະ​ເໜີຫຼາຍ​ສະ​ບັບ​ທີ່​ຖືກ​ຈັດ​ເປັນ​ມາດ​ຕະ​ການ​ຮັກ​ສາ​ຄວາມ​ປອດ
ໄພການເລືອກຕັ້ງໂດຍພັກເດໂມແຄຣັດ ແນ່ນອນແມ່ນມາດຕະການປະຕິຮູບການ
ເລືອກຕັ້ງ ທີ່ເປັນສ່ວນນຶ່ງຂອງລາຍການທີ່ຕ້ອງການຂອງຝ່າຍຊ້າຍ. ເຂົາເຈົ້າເມີນ
ເສີຍຕໍ່ວຽກງານທີ່ສຳຄັນຫຼາຍທີ່ລັດຖະບານນີ້ໄດ້ເຮັດ ແລະ ປະຕິເສດມາດຕະການ
ທີ່ຈຳເປັນທີ່ສະພານີ້ໄດ້ຮັບຜ່ານ.”

ການ​ກ່າ​ວ​ຫາ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ມີ​ຂຶ້ນນຶ່ງວັນ ​
ກ່ອນໄອຍະການພິເສດ ສະຫະລັດ ທ່ານ ໂຣເບີດ ມັລເລີ, ທີ່ໄດ້ຮັບຜິດຊອບໃນການ
ສືບສວນສອບສວນ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016, ມີກຳ
ນົດທີ່ຈະໃຫ້ການຕໍ່ຄະນະກຳມະການລັດຖະສະພາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG