ສະຫະລັດແລະອີຣ່ານ ຕ່າງກໍຜັກດັນໄປໜ້າ ຢ່າງບໍ່ຢຸດຢັ້ງ ຊຶ່ງຕ່າງຝ່າຍເປີດສາກ
ໂຈມຕີກັນທາງວາຈາຮອບໃໝ່ ໃນຂະນະທີ່ ຄວາມເຄັ່ງຕຶງທາງດ້ານທະຫານ ລະຫວ່າງ
ເຕຫະຣ່ານ ແລະປະເທດຕາເວັນຕົກໄດ້ເພີ້ມສູງຂຶ້ນສູ່ລະດັບໃໝ່ ເມື່ອວັນຈັນວານນີ້.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກໍໄດ້ເຮັດໃນສ່ວນຂອງທ່ານ ເພື່ອປຸກລະ
ດົມດ້ວຍສຳນວນຄຳເວົ້າ ໂດຍກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ວ່າ ວໍຊິງຕັນ
ພ້ອມແລ້ວສຳລັບ “ສິ່ງທີ່ຮ້າຍແຮງທີ່ສຸດ” ຈາກອີຣ່ານ.
“ພວກເຂົາເຈົ້າ ເປັນປະເທດນ້ຳເບີນຶ່ງໃນການກໍ່ການຮ້າຍໃນໂລກແທ້ໆເລີຍ” ທ່ານ
ທຣຳ ໄດ້ກ່າວໄປ ໃນລະຫວ່າງ ການຖ່າຍຮູບກັບປະທານາທິບໍດີ ຂອງປາກິສຖານ
ທ່ານອິມຣານ ຄານ ຢູ່ໃນຫ້ອງການໂອໂວລຂອງທຳນຽບຂາວ ໃນວັນຈັນວານນີ້.
ທ່ານທຣຳ ກ່າວຕື່ມວ່າ ການກະທຳຕ່າງໆຂອງອີຣ່ານ ແລະການຂາດຄວາມນັບຖື
ເຮັດໃຫ້ມັນຍາກຫຼາຍສຳລັບທ່ານ ທີ່ຈະເຈລະຈາ ກັບເຕຫະຣ່ານໄດ້.
ທ່ານເວົ້າວ່າ “ພວກເຂົາເຈົ້າ ບໍ່ຄວນເຮັດຈັ່ງຊັ້ນ. ມັນອາດໄປທາງໃດກໍໄດ້.”
ການໃຫ້ຄວາມເຫັນຂອງປະທານາທິບໍດີສະຫະລັດມີຂຶ້ນບໍ່ເທົ່າໃດຊົ່ວ ຫຼັງຈາກອີຣ່ານ
ໄດ້ເຮັດໃນສ່ວນຂອງຕົນເຊັ່ນກັນ ເພື່ອສ້າງຄວາມເຄັ່ງຕຶງຕື່ມອີກ ກັບ ປະເທດຕາເວັນ
ຕົກ ໂດຍການປະກາດວ່າ ຕົນຈັບໄດ້ພວກສາຍລັບສະຫະລັດ 17 ຄົນ ແລະໄດ້ຕັດສິນ
ລົງໂທດປະຫານຊີວິດບາງສ່ວນ.
ການປະກາດຈາກກະຊວງສືບລັບຂອງອີຣ່ານນັ້ນ ອ້າງວ່າ ພວກສາຍລັບຖືກຈັບໄດ້ ໃນ
ໄລຍະນຶ່ງປີຜ່ານມາ ແລະພວກເຂົາໄດ້ເກັບກຳຂໍ້ມູນຈາກ “ສະຖານທີ່ລັບ ທັງຫຼາຍ” ເຊັ່ນ
ວ່າ ສະຖານທີ່ຕັ້ງທາງທະຫານ ແລະນິວເຄລຍ ໃຫ້ແກ່ອົງການສືບລັບສະຫະລັດ ຫຼື CIA.
ເຈົ້າໜ້າທີ່ຕໍ່ຕ້ານການສືບລັບຂອງອີຣ່ານ ໄດ້ກ່າວຕື່ມອີກວ່າ ເຖິງແມ່ນຈະໄດ້ຮັບການຝຶກ
ແອບຢ່າງຊຳນິຊຳນານ ຈາກສະຫະລັດກໍຕາມ ບໍ່ມີສາຍລັບຜູ້ຖືກກ່າວຫາຄົນໃດ ປະສົບ
ຜົນສຳເລັດໃນຄວາມພະຍາຍາມກໍ່ວິນາດສະກຳ ຕໍ່ສະຖານທີ່ຕ່າງໆ ຂອງອີຣ່ານ. ລາຍ
ງານໂທລະພາບ ຍັງໄດ້ສະແດງຮູບພາບຕ່າງໆ ຂອງພວກທີ່ ຖືກກ່າວຫາວ່າ ເປັນເຈົ້າ
ໜ້າທີ່ CIA ຜູ້ທີ່ໄດ້ຕິດຕໍ່ກັບພວກສາຍລັບດັ່ງກ່າວນັ້ນ.
ທັງທ່ານທຣຳ ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌
ພອມພຽວ ໄດ້ປະຕິເສດຕໍ່ການກ່າວອ້າງຂອງອີຣ່ານ.