ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຂະໜາດໃຫຍ່ ໃນເປີໂຕຣິໂກ ຮຽກຮ້ອງໃຫ້ ຜູ້ປົກຄອງ ລາອອກຈາກຕຳແໜ່ງ


ພວກເດີນຂະບວນປະທ້ວງ ຕໍ່ຕ້ານ ຜູ້ປົກຄອງເປີໂຕຣິໂກ ທ່ານຣີຄາໂດ ໂຣສແສລໂລ ໃນນະຄອນຫຼວງ ແຊນຮວນ ຂອງເປີໂຕຣິໂກ, ວັນທີ 21 ກໍລະກົດ 2019.
ພວກເດີນຂະບວນປະທ້ວງ ຕໍ່ຕ້ານ ຜູ້ປົກຄອງເປີໂຕຣິໂກ ທ່ານຣີຄາໂດ ໂຣສແສລໂລ ໃນນະຄອນຫຼວງ ແຊນຮວນ ຂອງເປີໂຕຣິໂກ, ວັນທີ 21 ກໍລະກົດ 2019.

ມື້ທີສິບ ຂອງການປະທ້ວງ ຕໍ່ຕ້ານຜູ້ປົກຄອງ ເປີໂຕຣິໂກ ທ່ານຣີຄາໂດ ໂຣສແສລໂລ
ໄດ້ຍຸຕິລົງເມື່ອຕອນແລງວັນຈັນວານນີ້ ໂດຍທີ່ຕຳຫຼວດ ໄດ້ໃຊ້ແກັສ ນ້ຳຕາຂັບ​ໄລ່ພວກ
ປະທ້ວງ ຜູ້ທີ່ໄດ້ໄປເຕົ້າໂຮມກັນ ຢູ່ໃກ້ໆທຳນຽບຂອງຜູ້ປົກຄອງ ໃນນະຄອນຫຼວງ
ແຊນຮວນ.

ຝຸງຄົນຂະໜາດໃຫຍ່ ກະປະມານໄດ້ວ່າ ມີ 500,000 ຄົນ ທີ່ປະກອບດ້ວຍ ນັກຮ້ອງ
ເພງປ໋ອບ ທ້າວ ຣິກກີ ມາຕິນ ແລະບັນດານັກສະແດງທີ່ເກີດຢູ່ໃນ ເປີໂຕຣິໂກ ຄົນອື່ນ
ນຳດ້ວຍ ແມ່ນເຕັມຢູ່ໃນຖະໜົນຫົນທາງຫຼາຍສາຍຂອງນະ ຄອນຫຼວງດັ່ງກ່າວ ເມື່ອ
ຕອນເຊົ້າຂອງວັນດຽວກັນ ເພື່ອຮຽກຮ້ອງໃຫ້ ທ່ານໂຣສແສລໂລ ລາອອກຈາກຕຳແໜ່ງ.

ຄວາມຄຽດແຄ້ນຂອງມະຫາຊົນ ໄດ້ລະເບີດຂຶ້ນ ເມື່ອເກືອບສອງສັບປະດາກ່ອນ ໃນ
ເວລາ ສູນກາງເພື່ອການສືບສວນດ້ານການຂ່າວຂອງປະເທດເກາະດອນແຫ່ງນີ້ ໄດ້ພິມ
ເຜີຍແຜ່ ຂໍ້ຄວາມການສົນທະນາທາງອອນລາຍ ຂອງກຸ່ມຄົນກຸ່ມນຶ່ງ ເກືອບ 900 ໜ້າ
ລະຫວ່າງ ຜູ້ປົກຄອງນະຄອນແຊນຮວນ ທ່ານໂຣສແສລໂລ ແລະບັນດາທີ່ປຶກສາຂັ້ນ
ສູງຈຳນວນນຶ່ງ ແລະບັນດາພັກພວກ ທີ່ລວມມີຂໍຄວາມທີ່ເຕັມໄປດ້ວຍຄຳຫຍາບຄາຍ
ໂດຍສະແດງອອກການດູຖູກ ແກ່ພວກຜູ້ເຄາະຮ້າຍ ຈາກພາຍຸເຮີຣິເຄນ ມາເຣຍ ໃນປີ
2017 ຊຶ່ງໄດ້ສັງຫານ 3,000 ຄົນ ແລະເຮັດໃຫ້ປະເທດເກາະດອນແຫ່ງນີ້ ປາດສະຈາກ
ໄຟຟ້າໃຊ້ເປັນເວລາຫຼາຍເດືອນ ພ້ອມກັນນັ້ນ ຍັງມີຂໍ້ຄວາມທີ່ກ່ຽວກັບພວກແມ່ຍິງ ແລະ
ຄວາມກຽດຊັງ ພວກກະເທີຍ ສະເພາະເຈາະຈົງໃສ່ພວກຝ່າຍຄ້ານຂອງ ທ່ານ
ໂຣສແສລໂລ.

ການພິມອອກເຜີຍແຜ່ ຂອງການສົນທະນາທາງອອນລາຍ ໄດ້ພາ​ໃຫ້ຄວາມຄຽດແຄ້ນ
ທີ່ບົ່ມຊ້ອນມາຍາວນານ ລະ​ເບີດ​ຂຶ້ນ ພາຍໃນກຸ່ມຊາວໂປໂຕຣິໂກ ທີ່ປະສົບກັບຄວາມ
ເສື່ອມສະພາບລົງ ໂດຍການສໍ້ລາດບັງຫຼວງ ແລະການ ຄຸ້ມຄອງທີ່ຜິດພາດດ້ານສາທາ
ລະນະ ຈຶ່ງເຮັດໃຫ້ປະເທດເກາະດອນທີ່ເປັນ ດິນແດນຂອງສະຫະລັດ ພາຍໃຕ້ການ
ຄວບຄຸມຂອງຄະນະກວດກາຂອງລັດຖະສະພາ ສະຫະລັດ ທີ່ໄດ້ກຳນົດໄວ້ນີ້ ເພື່ອຊີ້ນຳ
ການຊ່ອຍໃຫ້ເກາະດອນນີ້ ພົ້ນຈາກວິກິດການຕິດໜີ້ ຫຼາຍພັນລ້ານໂດລາ.

ທ່ານໂຣສແສລໂລ ໄດ້ລົງຈາກການເປັນຜູ້ນຳ ຂອງພັກຄວາມກ້າວໜ້າໃໝ່ ໃນລະຫວ່າງ
ການກ່າວຖະ​ແຫຼງ ຜ່ານທາງໂທລະພາບ ໃນວັນອາທິດຜ່ານມານີ້ ແລະ ໄດ້ເວົ້າວ່າ ທ່ານ
ຈະບໍ່ລົງແຂ່ງຂັນເລືອກຕັ້ງອີກ ໃນປີ 2020.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໂຈມຕີ ທ່ານໂຣສແສລໂລ ສຳລັບ “ການນຳພາ
ທີ່ຂາດຄວາມສາມາດ ທີ່ເສຍຫາຍຢ່າງສິ້ນເຊີງ” ຂອງທ່ານໃນ ເປີໂຕຣິໂກ ເມື່ອວັນຈັນ
ວານນີ້ ຢູ່ທີ່ທຳນຽບຂາວ. ທ່ານທຣຳ ໄດ້ປະທະກັບ ທ່ານໂຣສແສລໂລ ແລະບັນດາເຈົ້າ
ໜ້າທີ່ ຂອງເປີໂຕຣິໂກ ກ່ຽວກັບການຮັບມື ກັບພາຍຸເຮີຣິເຄນມາເຣຍ ທີ່ປາກົດວ່າ ຊັກຊ້າ
ຂອງລັດຖະບານເປີໂຕຣິໂກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG