ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ ​ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ ແລະ ​ປາ​ກິ​ສ​ຖານ ກຳ​ລັງ​ດຳ​ເນີນ​ງານ​ ຮ່ວມ​ກັນ​​ ເພື່ອ​ຫາ​ທາງ​ຍຸ​ຕິສົງຄາມ ໃນ ອັ​ຟ​ກາ​ນິ​ສ​ຖານ


ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ສະ​ແດງ​ອອກ​ຊຶ່ງ​ຄວາມ​ເຫັນ​ພ້ອມ​ກັບ​ທ່ານ Imran Khan ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຂະ​ນະ​ທີ່
​ທ່ານ ໄປ​ຮອດ​ໄປ​ເຖິງ​ທຳ​ນຽບ​ຂາວ, 22 ກໍ​ລະ​ກົດ 2019, ວໍ​ຊີງ​ຕັນ​ດີ​ຊີ.
ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ສະ​ແດງ​ອອກ​ຊຶ່ງ​ຄວາມ​ເຫັນ​ພ້ອມ​ກັບ​ທ່ານ Imran Khan ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຂະ​ນະ​ທີ່ ​ທ່ານ ໄປ​ຮອດ​ໄປ​ເຖິງ​ທຳ​ນຽບ​ຂາວ, 22 ກໍ​ລະ​ກົດ 2019, ວໍ​ຊີງ​ຕັນ​ດີ​ຊີ.

ສະ​ຫະ​ລັດ ແລະ​ປາ​ກິ​ສ​ຖານ ຈະ​ດຳ​ເນີນ​ງານ​ຮ່ວມ​ກັນເພື່ອ​ຫາ​ທາງ​ຍຸ​ຕິສົງຄາມ
​ໃນອັ​ຟ​ກາ​ນິ​ສ​ຖານ, ນັ້ນ​ຄື​ຄຳ​ເວົ້າ​ຂອງ ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່ໄດ້​ກ່າວ​ ​ຂະ​ນະ​ທີ່​ຢືນຄຽງ​ຂ້າງ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ ອິມ​ຣານ ​ຄ່ານ ຢູ່ທຳ​ນຽບ​ຂາວ ໃນ​ວັນ​ຈັນ​ວານ​ນີ້.

“ພວກ​ເຮົາກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັນ ​ກັບ​ປາ​ກິ​ສ​ຖານ​ແລະ​ພວກ​ອື່ນໆ ເພື່ອ​ໃຫ້ມີ​ການລົງ​ນາມ​ໃນ​ຂໍ້​ຕົກ​ລົງ” ກັບ​ກຸ່ມ​ຕາ​ລິ​ບານ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ຍັງສືບ​ຕໍ່ “ຢ່າງ​ຊ້າໆ​ແລະ​ປອດ​ໄພ” ທີ່​ຈະ​ຫຼຸດ​ຈຳ​ນວນ​ພວກ​ທະ​ຫານ​ຂອງ​ຕົນ ​ໃນ​ອັ​ຟກາ​ນິ​ສ​ຖານລົງ ນັ້​ນ​ຄື​ຄຳ​ເວົ້າ​ຂອງທ່ານ​ທ​ຣຳ ​ທີ່ໄດ້ກ່າວໄ​ວ້ ໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ໃນ​ຂັ້ນ​ຕົ້ນ ກັບ​ທ່ານ​ຄ່ານ ທີ່​ທຳ​ນຽບ​ຂາວ​ນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ໄດ້​ປະ​ກາດ​ວ່າ “ນີ້​ແມ່ນ​ຖືວ່າ ພວກ​ເຮົາ​ຍັບ​ເຂົ້າ​ໃກ້​ທີ່​ສຸດ​ແລ້ວ ເທົ່າ​ທີ່​ພວກ​ເຮົາ ໄດ້​ປະ​ຕິ​ບັດ​ກັນມາ ​ສຳ​ລັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບອັ​ຟ​ກາ​ນິ​ສ​ຖານ. ຈະ​ບໍ່​ມີ​ການ​ແກ້​ໄຂທາງ​ທະ​ຫານ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​.”

ໃນ​ອີກ​ບໍ່​ເທົ່​າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ທ່ານ​ຄ່ານ ໄດ້​ກ່າວ​ເພີ້ມ​ວ່າ ມັນ​ມີ​ຄວາມ​ຫວັງ ທີ່​ຈະ​ເຮັດ​ໃຫ້ “ກຸ່ມ​ຕາ​ລິ​ບານ ໂອ້​ລົມ​ກັບລັດ​ຖະ​ບານ​ອັ​ຟ​ການິ​ສ​ຖານ.”

ທ່ານ​ຄ່ານ ຍັງ​ໄດ້​ກ່າວ​ສັນ​ລະ​ເສີນ ທ່ານ​ທ​ຣຳ ໃນ​ຄວາມ​ພະ​ຍາ​ຍາມທັງ​ຫຼາຍ ໂດຍ​ເວົ້າວ່າ “ທ່ານ​ໄດ້​ບັງ​ຄັບ​ໃຫ້​ພວກ​ຜູ້​ຄົນ​ຍຸ​ຕິ​ສົງ​ຄາມ, ໃຫ້​ມີ​ການ​ແກ້​ໄຂ” ຊຶ່ງ​ທ່ານ​ຄ່ານ ໄດ້​ກ່າວ​ເພີ້ມຕື່ມວ່າ ປາ​ກິ​ສ​ຖານ ແມ່ນ​ມີ​ບົດ​ບາດ​ສຳ​ຄັນໃນ​ຖາ​ນະ​ທີ່ ​ມີ​ຊາຍ​ແດນ ປະ​ມານ 2,400 ກິ​ໂລ​ແມັດ ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ​ນັ້ນ. ແລະ​ທ່ານ​ຄ່ານ​ປະ​ກາດ​ວ່າ “ພວກ​ເຮົາ​ແມ່ນ​ຕ້ອງ​ການ​ສັນ​ຕິ​ພາບເປັນ​ທີ່​ສຸດ.

ທ່ານ​ທ​ຣຳ, ໃນ​ຂະ​ນະ​ທີ່​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ໃນ​ທຳ​ນຽບ​ຂາວ ກັບ​ທ່ານ​ຄ່ານ​ນັ້ນ,
ໄດ້​ປະ​ກາດ​ວ່າ ຖ້າ​ຫາກ​ທ່ານ​ຕ້ອງ​ການ​ຊະ​ນະ​ສົງ​ຄາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ“ຂ້າ​ພະ​ເຈົ້າ
​ສາ​ມາດ​ທີ່​ຈະ​ເຮັດ​ໄດ້​ໃນ​ສັບ​ປະ​ດາ​ດຽວ. ຂ້າ​ພະ​ເຈົ້າ ພຽງ​ແຕ່​ບໍ່ຕ້ອງ​ການ​ທີ່​ຈະ​
ສັງ​ຫານ​ພວກ​ຜູ້​ຄົນ ຈຳນ​ວນ 10 ລ້ານ.”

ປະ​ທາ​ນາ​ທິ​ບໍ​ດີ ໄດ້​ເຕືອນ​ອັ​ຟ​ກາ​ນິ​ສ​ຖານ​ ເຖິງ​ການ​ທີ່ “ມັນ​ຈະ​ຖືກ​ລຶບ​ອອກ​ຈາກ​ໂລກ​
ໜ່ວຍ​ນີ້. ມັນ​ຈະ​ໝົດ​ກ້ຽງ. ມັນ​ຈະ​ຈົບ​ລົງ ຄວາມ​ຈິງ​ແລ້ວ ກໍ​ປະ​ມານ 10 ມື້​ເທົ່າ​ນັ້ນ
ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການ​ທີ່​ຈະ​ເລືອກ​ເອົາ​ເສັ້ນທາງ​ແບບ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG