ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ ຈີນ ກັບ ຫວຽດ​ນາມ ຈຶ່ງບໍ່​ສາ​ມາດຢ​ຸດ ການ​ຜິດຖຽງ​ກັນໄດ້


ຜູ້​ປະ​ທ້ວງ ຫວຽດ​ນາມ ຖື​ປ້າຍ​ປະ​ທ້ວງ​ຕໍ່​ຕ​້ານ ຈີນ ໃນ​ການ​ຊຸ​ມ​ນຸມ​ຢູ່​ສະ​ຖານ​ທູດ ຈີນ ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 24 ກໍ​ລະ​ກົດ, 2016.
ຜູ້​ປະ​ທ້ວງ ຫວຽດ​ນາມ ຖື​ປ້າຍ​ປະ​ທ້ວງ​ຕໍ່​ຕ​້ານ ຈີນ ໃນ​ການ​ຊຸ​ມ​ນຸມ​ຢູ່​ສະ​ຖານ​ທູດ ຈີນ ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 24 ກໍ​ລະ​ກົດ, 2016.

ຈີນ ກັບ ຫວຽດ​ນາມ ກຳ​ລັງ​ສືບ​ຕໍ່​ປະ​ທະ​ກັນ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງອຳ​ນາດ​ອະ​ທິ​ປະ
ໄຕທາງທະເລ ເຖິງແມ່ນຈະມີການນຳສະເໜີທາງການທູດ ແລະ ຄວາມງຽບສະຫງົບ
ໂດຍອີກສອງປະເທດທີ່ອ້າງເອົາທະເລດຽວກັນກໍຕາມ.

ສອງ​ປະ​ເທດ​ຄອມ​ມູ​ນິ​ສ​ທີ່​ຢູ່​ໃກ້​ຄຽງ​ກັນນັ້ນ ໄດ້​ເຈ​ລະ​ຈາ​ກັນ​ເປັນ​ປະ​ຈຳ ກ່ຽວ​ກັບ ຂໍ້​ໂຕ້​
ແຍ້ງຂອງເຂົາເຈົ້າ ລະຫວ່າງ ພັກຕໍ່ພັກ ພ້ອມກັບຜ່ານທາງການທູດ. ໃນອ້ອມເຂດທີ່
ເຫຼືອຂອງທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ, ເຊິ່ງໄດ້ມີການອ້າງເອົາສິດທິໂດຍຫົກລັດ
ຖະບານລວມທັງໝົດນັ້ນ, ປະເທດອື່ນໆສ່ວນໃຫຍ່ແມ່ນໄດ້ຫຼີກລ່ຽງການຜິດຖຽງກັນ
ຢ່າງເສລີໃນສາມປີທີ່ຜ່ານມາ.

ແຕ່​ການ​ໂຕ້​ຖຽງ​ຄັ້ງ​ໃໝ່ ​ກໍ​ໄດ້​ເກີດ​ຂຶ້ນ​ອີກ ລະ​ຫວ່າງ ຈີນ ກັບ ຫວຽດ​ນາມ ປະ​ມານ​ນຶ່ງ​
ຄັ້ງຕໍ່ປີ. ເຂົາເຈົ້າໄດ້ໂຕ້ຖຽງກັນອີກຄັ້ງນຶ່ງໃນເວລານີ້ ກ່ຽວກັບ ການຂຸດຄົ້ນພະລັງງານ
ຢູ່ບໍລິເວນນຶ່ງ ໃນທະເລທີ່ທັງສອງປະເທດນັ້ນເອີ້ນວ່າເປັນຂອງເຂົາເຈົ້າ.

ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ສືບ​ຕໍ່​ໂຕ້​ຖຽງ​ກັນ ຍ້ອນ​ຄວາມບໍ່​ເຊື່ອ​ຖືກັນ ​ພ້ອມ​ກັບ​ຄວາມ​ປາ​
ຖະໜາຢາກໄດ້ວັດຖຸໃນທະເລທີ່ມີເນື້ອທີ່ ສາມລ້ານຫ້າແສນຕາລາງກິໂລແມັດມາໄດ້
ຫຼາຍທົດສະວັດແລ້ວ ຖ້າບໍ່ເຖິງສັດຕະວັດ. ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ທ່ານ ເອ​ດູ​ອາ​ໂດ ອາ​ຣາ​ຣັດ, ຮອງສາ​ສະ​ດາ​ຈານ​ຢູ່​ຄະ​ນະ​ວິ​ຊາ ນະ​ໂຍ​ບາຍ​ສາ​ທາ​ລະ​
ນະ ຂອງມະຫາວິທະຍາໄລແຫ່ງຊາດຂອງ ສິງກະໂປ ທີ່ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ
ພາບທີ່ໃຫຍ່ໃນສາຍພົວພັນລະຫວ່າງ ຈີນ ກັບ ຫວຽດນາມ ກໍແມ່ນວ່າ ເຂົາເຈົ້າຈະ
ເລືອກເອົາການທູດ ທັງ ຈະໃຊ້ຄວາມຮຸນແຮງເຊັ່ນກັນ. ມັນແມ່ນສາຍພົວພັນ ຮັກ ແລະ
ຊັງ ທີ່ມີມາດົນນານຫຼາຍ ລະຫວ່າງ ຈີນ ກັບ ຫວຽດນາມ.”

ໃນ​ການ​ປະ​ທະກັນ​ຄັ້ງ​ຫຼ້​າ​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ​ນັ້ນ, ເຮືອ​ຍາມ​ຊາຍ​ຝັ່ງ​ຂອງ
ຈີນ ໄດ້ອອກລາດຕະເວນນັບຕັ້ງແຕ່ວັນທີ 16 ມິຖຸນາທີ່ຜ່ານມາ ຢູ່ອ້ອມບໍລິເວນກົ້ນທະ
ເລ ປະມານ 352 ກິໂລແມັດນອກຊາຍຝັ່ງຂອງພາກຕາເວັນອອກສຽງໃຕ້ຂອງ ຫວຽດ
ນາມ, ອີງຕາມການກ່າວຂອງອົງການ Asia Maritime Transparency Initiative
ເຊິ່ງຢູ່ພາຍໃຕ້ ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG