ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ພາບ​ອາ​ກາດ​ໃນ ສະ​ຫະ​ລັດ ຈະ​ດີ​ຂຶ້ນ ຫຼັງ​ຈາກ​​ປະ​ເຊີນ​ກັບ ຄື້ນ​ອາຍ​ຮ້ອນ


ຕຳຫຼວດ​ຍາມ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ເຊັດ​ເຫື່ອ​ອອກ​ຈາກ​ຕາ​ຂອງ​ລາວ. 20 ກໍ​ລະ​ກົດ, 2019.
ຕຳຫຼວດ​ຍາມ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ເຊັດ​ເຫື່ອ​ອອກ​ຈາກ​ຕາ​ຂອງ​ລາວ. 20 ກໍ​ລະ​ກົດ, 2019.

ພື້ນທີ່ທາງພາກກາງ ແລະພາກຕາເວັນອອກ ຂອງສະຫະລັດ ກຳລັງໄດ້ຮັບການບັນເທົາ
ໃນວັນຈັນມື້ນີ້ ໃນຮູບແບບຂອງອຸນຫະພູມທີ່ຕ່ຳລົງ ຫຼັງຈາກ ເຂດດັ່ງກ່າວໄດ້ທົນທໍລະ
ມານກັບສະພາບອາກາດຮ້ອນເອົ້າມາໄດ້ຫຼາຍວັນ ທີ່ນຳໄປສູ່ການຂາດໄຟຟ້າໃຊ້ ການ
ຍົກເລີກງານຕ່າງໆ ແລະການເສຍຊີວິດຈຳນວນນຶ່ງ.

ບັນຍາກາດທີ່ເຢັນ ກຳລັງເຄື່ອນຍ້າຍຜ່ານໄປທາງທິດຕາເວັນອອກ ຊຶ່ງມັນນຳມາພ້ອມ
ໂດຍມີພາຍຸລົມແຮງຈຳນວນນຶ່ງ ແລະຝົນຕົກໜັກ ທີ່ບັນດານັກພະຍາກອນອາກາດ
ເຕືອນວ່າ ອາດເກີດນ້ຳຖ້ວມຢ່າງກະທັນຫັນ ແລະລົມພັດແຮງທີ່ສ້າງຄວາມເສຍຫາຍ.

ແຕ່ຕິດຕາມຫຼັງມາຂອງບັນຍາກາດດັ່ງກ່າວ ໃນສອງສາມມື້ຂ້າງໜ້າ ຈະມີອາກາດທີ່ມີ
ຄວາມຊຸ່ມຕ່ຳກວ່າເກົ່າ ແລະອຸນຫະພູມ ຕ່ຳກວ່າ 30 ອົງສາ ໃນຫຼາຍໆພື້ນທີ່ ທີ່ໄດ້ປະ
ສົບກັບອຸນຫະພູມ ປະມານ 38 ອົງສາ.

ການ​ຈັດ​ງານຕ່າງໆ​ ໄດ້​ຖືກ​ຍົກ​ເລີກ​ໃນທົ່ວ​ປະ​ເທດ ເມື່ອວັນເສົາ ແລະວັນອາທິດວານ
ນີ້, ນັບຈາກການຈັດເທດສະການ ແລະ ຄອນເສີດ ຈົນເຖິງການແຂ່ງຂັນກິລາຕ່າງໆ.
ໃນນະຄອນນິວຢອກ ປະຊາຊົນຫຼາຍສິບພັນຄົນ ຍັງບໍ່ມີໄຟຟ້າໃຊ້ ໃນວັນຈັນມື້ນີ້ ໃນ
ຂະນະທີ່ ທີມງານ ກໍໄດ້ທຳການຊ້ອມແປງຕາຂ່າຍໄຟຟ້າ ແລະພະຍາຍາມ ຈະບໍ່ໃຫ້ມີ
ການຂາດໄຟຟ້າ ຂະຫຍາຍກວ້າງອອກໄປຕື່ມ.

ບັນດາເຈົ້າໜ້າທີ່ ໃນນະຄອນບອສຕັນ ແລະ ນະຄອນຫຼວງວໍຊິງຕັນ ໄດ້ຂະຫຍາຍ
ການເຂົ້າເຖິງ ສະລອຍນ້ຳສາທາລະນະ ເພື່ອຊ່ອຍບັນດາພົນລະເມືອງດັ່ງກ່າວ ໃຫ້ສາ
ມາດຮັບມືກັບອາກາດຮ້ອນໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG