ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍ​ການ​ບິນ Lufthansa ສືບ​ຕໍ່ຖ້ຽວ​ບິນ ​ໄປ​ນະ​ຄອນຫຼວງ ໄຄ​ໂຣ, ອີ​ຈິບ


ປ້າຍ​ຂອງ​ສາຍ​ການ​ບິນ Lufthansa ຢູ່​ຕໍ່​ໜ້າ​ຕຶກ​ອາ​ຄານ​ສະ​ໜາມ​ບິນ​ສາ​ກົນ ໄຄ​ໂຣ, ປະ​ເທດ ອີ​ຈິບ. 21 ກໍ​ລະ​ກົດ, 2019.
ປ້າຍ​ຂອງ​ສາຍ​ການ​ບິນ Lufthansa ຢູ່​ຕໍ່​ໜ້າ​ຕຶກ​ອາ​ຄານ​ສະ​ໜາມ​ບິນ​ສາ​ກົນ ໄຄ​ໂຣ, ປະ​ເທດ ອີ​ຈິບ. 21 ກໍ​ລະ​ກົດ, 2019.

ສາຍ​ການ​ບິນ ລຸ​ຟ​ທັນ​ຊາ ຂອງ​ ເຢຍ​ຣະ​ມັນ ໄດ້​ສືບ​ຕໍ່​ຖ້ຽວ​ບິນ​ໂດຍ​ກົງ​ປະ​ຈຳ​ວັນ​ໄປ​ນະ
ຄອນຫຼວງ ໄຄໂຣ ຂອງ ອີຈິບ ໃນວັນອາທິດວານນີ້ ຫຼັງຈາກໄດ້ຢຸດການບິນຊົ່ວຄາວນຶ່ງ
ວັນ ຍ້ອນບັນຫາຄວາມປອດໄພທີ່ບໍ່ໄດ້ລະບຸໄວ້.

ແຕ່​ສາຍ​ການ​ບິນ ອັງ​ກິດ ຍັງ​ໂຈະ​ຖ້ຽວ​ບິນ​ທຸກ​ຖ້ຽວ​ ໄປ​ນະ​ຄອນຫຼວງຂອງ ອີ​ຈິບ ນັ້ນ​ໄວ້
ແລະ ມີແຜນທີ່ຈະພັກໄວ້ຕື່ມອີກຫົກວັນ.

ສອງ​ສາຍ​ການ​ບິນ​ດັ່ງ​ກ່າວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ໄປ​ນະ​ຄອນຫຼວງ
ໄຄໂຣ ຢ່າງກະທັນຫັນ ຫຼັງຈາກລັດຖະບານ ອັງກິດ ໄດ້ເຕືອນ ກ່ຽວກັບ “ໄພຂົ່ມຂູ່ທີ່ສູງ
ຂຶ້ນ ກ່ຽວກັບ ການກໍ່ການຮ້າຍຕໍ່ການບິນ.”

ລັດ​ຖະ​ມົນ​ຕີ​ການ​ບິນ​ພົນ​ລະ​ເຮືອ​ຂອງ ອີ​ຈິບ ພົ​ນ​ໂທ ຢູ​ເນັ​ສ ແອ​ລ​ມາ​ສ​ຣີ, ໃນ​ວັນ​ອາ​ທິດ
ວານນີ້ ໄດ້ສະແດງຄວາມອຶດອັດໃຈທີ່ສາຍການບິນດັ່ງກ່າວໄດ້ງົດການບິນຊົ່ວຄາວ
ໂດຍບໍ່ປຶກສາຫາລືກັບບັນດາເຈົ້າໜ້າທີ່ຂອງ ອີຈິບ. ທ່ານໄດ້ພົບປະກັບເອກອັກຄະລັດ
ຖະທູດຂອງ ອັງກິດ ປະຈຳ ອີຈິບ ທ່ານ ເຈັຟຟຣີ ອາດັມສ໌ ແລະ ໄດ້ກ່າວວ່າ ທັງສອງ
ຝ່າຍຈະເຮັດວຽກເພື່ອແຈ້ງສະຖານະການໃຫ້ໄວເທົ່າທີ່ຈະໄວໄດ້.

ບັນ​ດາ​ຜູ້​ໂດຍ​ສານ​ໄດ້​ພາ​ກັນ​ຟ້າວ​ຊອກ​ຫາ​ຖ້ຽວ​ບິນ​ອື່ນ ຫຼັງ​ຈາກ​ໄດ້​ຮັບ​ການ​ແຈ້ງ​ການ​
ຈາກສາຍການບິນ ທີ່ໄດ້ແຈ້ງໃຫ້ເຂົາເຈົ້າຮູ້ ກ່ຽວກັບ ການຕັດສິນໃຈ ເຊິ່ງໄດ້ມີຜົນບັງ
ຄັບໃຊ້ໃນທັນທີ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ສາຍ​ການ​ບິນ ອັງ​ກິດ ໄດ້​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ
ແມ່ນ “ການປ້ອງກັນເພື່ອອະນຸຍາດໃຫ້ມີການປະເມີນຜົນຕໍ່ໄປ” ແລະ ບໍ່ໄດ້ສະໜອງ
ລາຍລະອຽດຕື່ມອີກ.

ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ສະ​ຫະ​ລັດ ໄດ້​ເຕືອນ​ປະ​ຊາ​ຊົນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຜູ້​ທີ່​ກຳ
ລັງຈະເດີນທາງໄປ ອີຈິບ.” ກຸ່ມກໍ່ການຮ້າຍຈຳນວນນຶ່ງ, ລວມທັງກຸ່ມລັດອິສລາມ, ໄດ້
ດຳເນີນການໂຈມຕີທີ່ຮ້າຍແຮງຫຼາຍຄັ້ງໃນ ອີຈິບ, ໂດຍແນເປົ້າໃສ່ບັນດາເຈົ້າໜ້າທີ່ລັດ
ຖະບານ ແລະ ກອງກຳລັງຮັກສາຄວາມປອດໄພ, ສະຖານທີ່ຕ່າງໆໃນສາທາລະນະ,
ສະຖານທີ່ທ່ອງທ່ຽວ, ການບິນພົນລະເຮືອນ ແລະ ການສັນຈອນສາທາລະນະປະເພດ
ອື່ນໆ, ແລະ ສະຖານທີ່ການທູດ.” ອີງຕາມການກ່າວຂອງກະຊວງການຕ່າງປະເທດ.
ເຂົາເຈົ້າໄດ້ກ່າວວ່າ ພວກກໍ່ການຮ້າຍໄດ້ສືບຕໍ່ທີ່ຈະຂົ່ມຂູ່ຊົນກຸ່ມນ້ອຍສາສະໜາຂອງ
ອີຈິບ ແລະ ໄດ້ໂຈມຕີສະຖານທີ່ຕ່າງໆ ແລະ ປະຊາຊົນທີ່ເຂົ້າຮ່ວມກັບໂບດ ຄັອບຕິກ
ອີຈິບ.”

ເຂົາ​ເຈົ້າ​ຍັງ​ໄດ້​ເຕືອນ ກ່ຽວ​ກັບ “ຄວາມ​ສ່ຽງ​ຕໍ່​ການ​ບິນ​ພົນ​ລະ​ເຮືອນ​ທີ່​ປະ​ຕິ​ບັດ​ການ​
ພາຍໃນ ຫຼື ບໍລິເວນທີ່ຢູ່ໃກ້ຄຽງກັບ ອີຈິບ.”

ບໍ່​ມີ​ຖ້ຽວບິນ​ໃດໆ​ຂອງ ອ​າ​ເມ​ຣິ​ກາ ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ເວ​ລານີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG