ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ພວມພິຈາລະນາວ່າຈະຕອບໂຕ້ ຕໍ່ການຍຶດກຳປັ່ນບັນທຸກນ້ຳມັນຂອງຕົນ ໂດຍອີຣ່ານ


ກຳປັ່ນບັນທຸກນ້ຳມັນ ຊື່ວ່າ Stena Impero, ທີ່ຕິດທຸງ
ຊາດອັງກິດ ໂດຍບໍລິສັດ Stena Bulk ເປັນເຈົ້າຂອງ, ເຫັນໄດ້ຢູ່ທີ່ທ່າເຮືອ Bandar Abbas.
ກຳປັ່ນບັນທຸກນ້ຳມັນ ຊື່ວ່າ Stena Impero, ທີ່ຕິດທຸງ ຊາດອັງກິດ ໂດຍບໍລິສັດ Stena Bulk ເປັນເຈົ້າຂອງ, ເຫັນໄດ້ຢູ່ທີ່ທ່າເຮືອ Bandar Abbas.

ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ ພວມເຂົ້າປະຊຸມ ກັບບັນດາລັດຖະ
ມົນຕີ ດ້ານຄວາມປອດໄພ ແລະບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບ ໃນວັນຈັນມື້ນີ້
ສຳລັບການປຶກສາຫາລືສຸກເສີນ ກ່ຽວກັບ ວິທີຮັບມືກັບການຍຶດເອົາກຳປັ່ນບັນທຸກນ້ຳມັນ
ທີ່ຕິດທຸງຊາດອັງກິດ ໃນຊ່ອງແຄບຮໍຣມູຊ.

ໃນການຕອບໂຕ້ທີ່ອາດເປັນໄປໄດ້ສູງ ກໍແມ່ນວ່າອັງກິດກຳລັງພິຈາລະນາ ທີ່ເບິ່ງຄືວ່າ
ຈະເປັນການວາງມາດຕະການລົງໂທດ ທາງດ້ານເສດຖະກິດຕໍ່ອີຣ່ານ. ລັດຖະບານ
ຂອງທ່ານນາງເມ ແມ່ນຄາດກັນວ່າ ຈະແຈ້ງໃຫ້ບັນດາສະມາຊິກສະພາຊາບ ກ່ຽວກັບ
ສະຖານະການດັ່ງກ່າວ ຕາມທີຫຼັງ ໃນວັນຈັນມື້ນີ້.

ບັນທຶກສຽງຂອງເຫດການດັ່ງກ່າວ ໄດ້ຖືກເປີດເຜີຍໃນວັນອາທິດວານນີ້ ໂດຍອົງການ
Dryad Global ທີ່ຮັບຜິດຊອບໃນຄວາມສ່ຽງດ້ານຄວາມປອດໄພທາງທະເລ ທີ່ວ່າ
ກຳປັ່ນລົບຂອງອັງກິດ ໄດ້ເຕືອນເຮືອລາດຕະເວນຂອງອີຣ່ານ ບໍ່ໃຫ້ແຊກແຊງ ໃນ
ການແລ່ນຜ່ານຊ່ອງແຄບຮໍຣມູຊ ຂອງກຳປັ່ນບັນທຸກນ້ຳມັນຊື່ວ່າ Stena Impero ຊຶ່ງພວກກອມມັງໂດ ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມຂອງ​ອີ​ຣ່ານ ໄດ້ຢ່ອນໂຕລົງ
ກຳປັ່ນຈາກເຮລິຄອບເຕີ້ ແລ້ວໄດ້ຍຶດເອົາກຳປັ່ນບັນທຸກລຳດັ່ງກ່າວ ບໍ່ດົນຫຼັງຈາກນັ້ນ.

ນາຍທະຫານກອງທັບເຮືອອັງກິດ ທີ່ສາມາດໄດ້ຍິນ ບອກກຳປັ່ນບັນທຸກວ່າ ຕົນປະຕິ
ບັດງານ ໃນນ່ານນ້ຳສາກົນ ແລະວ່າ “ການແລ່ນຜ່ານຂອງຕົນນັ້ນ ບໍ່ຄວນຖືກເຮັດໃຫ້
ເສຍຫາຍ ລົບກວນ ກີດກັນ ຫຼື ຂັດຂວາງ.”

ຕໍ່ຈາກນັ້ນ ນາຍທະຫານດັ່ງກ່າວ ບອກເຮືອລາດຕະເວນຂອງອີຣ່ານວ່າ “ຂໍຮ້ອງໃຫ້
ຢືນຢັນວ່າ ທ່ານບໍ່ປະສົງຈະລະເມີດຕໍ່ກົດໝາຍສາກົນ ໂດຍການພະຍາຍາມຂຶ້ນກຳປັ່ນ
MV Stena ຢ່າງຜິດກົດໝາຍ.”

ແຕ່ນາຍທະຫານຂອງອີຣ່ານ ໄດ້ບອກກຳປັ່ນບັນທຸກນ້ຳມັນ ໃຫ້ຫັນປ່ຽນທິດທາງ ໂດຍ
ກ່າວວ່າ “ເຈົ້າຕ້ອງກະທຳຕາມ ເຈົ້າຈະປອດໄພ. ໃຫ້ເຈົ້າປ່ຽນທິດທາງ 360 ອົງສາ ໃນ
ທັນທີ, ຕອບດ້ວຍ.”

ນາຍທະຫານເຮືອ ໄດ້ກ່າວວ່າ ເຂົາຕ້ອງການກຳປັ່ນຍ້ອນສາເຫດດ້ານຄວາມປອດໄພ
ຫາກແຕ່ບັນດາເຈົ້າໜ້າທີ່ຂອງອີຣ່ານ ກ່າວວ່າ ການຍຶດເອົາກຳປັ່ນ ເປັນການຕອບໂຕ້
ຕໍ່ການທີ່ອັງກິດ ໄດ້ຍຶດເອົາກຳປັ່ນໃຫຍ່ຂອງອີຣ່ານ ໃກ້ໆກັບເຂດແດນຈີບຣອລຕ້າຂອງ
ອັງກິດ ຢູ່ທາງພາກໃຕ້ແຄມຝັ່ງຂອງສະເປນ ເມື່ອສອງສັບປະດາກ່ອນ ຊຶ່ງເຊື່ອກັນວ່າ
ເປັນການຂົນສົ່ງນ້ຳມັນດິບ 2 ລ້ານຖັງ ໄປໃຫ້ຊີເຣຍ. ອີຣ່ານ ໄດ້ອ້າງວ່າ ກຳປັ່ນ Stena
Impero ໄດ້ແລ່ນຕຳເຮືອຫາປາລຳນຶ່ງ.

ອີຣ່ານສືບຕໍ່ຍຶດເອົາກຳປັ່ນດັ່ງກ່າວໄວ້ ພ້ອມກັບລູກເຮືອຂອງກຳປັ່ນ 23 ຄົນ ທີ່ມີຫຼາຍ
ສັນຊາດປົນກັນ ໂດຍມີ ຊາວອິນເດຍ 18 ຄົນ ຊາວຣັດເຊຍ 3 ຄົນ ຊາວລັດເວຍ 1 ຄົນ
ແລະ ຊາວຟີລິບປິນ 1 ຄົນ ແຕ່ອີຣ່ານໄດ້ກ່າວວ່າ ພວກເຂົາເຈົ້າ ມີສຸຂະພາບດີ.

ອັງກິດ ໄດ້ເອີ້ນການຍຶດເອົາກຳປັ່ນ Stena Impero ນັ້ນວ່າ “ການກະທຳທີ່ເປັນປໍລະປັກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG