ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຂອງ​ ແອ​ລ ຊາ​ລ​ວາ​ດໍ ບໍ່​ໄດ້​ເພັ່ງ​ເລັງ​ໃສ່ "ເງິນ​ທີ່​ໄດ້​ມາ​ລ້າໆ" ຈາກ ສະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ​ຂອງ ແອ​ລ ຊາ​ລາ​ດໍ, ທ່ານ ນາ​ຢິບ ບູ​ເຄ​ເລ ກ່າວ​ຄຳ​ປາ​ໄສໃນ​ລະ​ຫວ່າງ​ການ​ພົບ​ປະ ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະຫະ​ລັດ, ນະ​ຄອນຫຼວງ ແຊນ ຊາ​ລ​ວາ​ດໍ, ແອ​ລ ຊາ​ລ​ວາ, 21 ກໍ​ລະ​ກົດ, 2019.
ປະ​ທາ​ນາ​ທິ​ບໍ​ດີ​ຂອງ ແອ​ລ ຊາ​ລາ​ດໍ, ທ່ານ ນາ​ຢິບ ບູ​ເຄ​ເລ ກ່າວ​ຄຳ​ປາ​ໄສໃນ​ລະ​ຫວ່າງ​ການ​ພົບ​ປະ ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະຫະ​ລັດ, ນະ​ຄອນຫຼວງ ແຊນ ຊາ​ລ​ວາ​ດໍ, ແອ​ລ ຊາ​ລ​ວາ, 21 ກໍ​ລະ​ກົດ, 2019.

ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ທ່ານ ນາ​ຢິບ ບູ​ເຄ​ເລ ໄດ້​ຍົກ​ຍ້ອງ​ສາຍ​ພົວ
ພັນບັ້ນໃໝ່ຂອງປະເທດຂອງທ່ານ ກັບ ສະຫະລັດ, ດ້ວຍການສະແດງຄວາມຂອບໃຈ
ຕໍ່ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ສຳລັບການເປັນ
ນັກການທູດ ສະຫະລັດ ຄົນທຳອິດ ທີ່ໄດ້ໄປຢ້ຽມຢາມປະເທດຂອງທ່ານໃນຮອບສິບ
ປີ.

ສຳ​ລັບ​ທ່ານ​ ພອມ​ພຽວແລ້ວ ທ່ານ ໄດ້​ຍົກ​ຍ້ອງ​ການ​ຫັນ​ມາ​ຫາ ສະ​ຫະ​ລັດ ຂອງ​ທ່ານ
ບູເຄເລ.

ທ່ານກ່າວ​ວ່າ “ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ດ້ວຍ​ການ​ນຳ​ພາ​ໃໝ່​ຂອງ​ເຂົາ​ເຈົ້າ​ໄດ້​ເອົາ​
ທາງເລືອກທີ່ກະຈ່າງແຈ້ງ ທີ່ຈະຕໍ່ສູ້ກັບການສໍ້ລາດບັງຫຼວງ, ສົ່ງເສີມຄວາມຍຸຕິທຳ ແລະ
ເປັນຄູ່ຮ່ວມກັບ ສະຫະລັດ, ແລະ ພ້ອມດຽວກັນ ປະຊາຊົນຂອງພວກເຮົາທັງສອງຈະ
ເກັບກ່ຽວເອົາຜົນປະໂຫຍດດັ່ງກ່າວ.”

ທ່ານ ພອມ​ພຽວ ຍັງ​ໄດ້​ຍົກ​ຍ້ອງ ແອ​ລ ຊາ​ລ​ວາ​ດໍ ສຳ​ລັບ​ການ​ປະ​ກາດ​ວ່າ​ເຂົາ​ເຈົ້າ​ບໍ່​ຮັບ​
ຮູ້ ສິ່ງທີ່ທ່ານໄດ້ເອີ້ນວ່າ “ລະບອບການປົກຄອງທຸຈະລິດຂອງທ່ານ ມາດູໂຣ” ເປັນລັດ
ຖະບານທີ່ຖືກຕ້ອງຕາມກົດໝາຍຂອງ ເວເນຊູເອລາ.

ທ່ານ ບູ​ເຄ​ເລ ໄດ້​ກ່າວ​ເປັນ​ພາ​ສາ​ ອັງ​ກິດ ແລະ ກໍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ​ທ່ານມີ​ຄວາມ
ສຳພັນທີ່ອົບອຸ່ນກັບທ່ານ ພອມພຽວ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ເວົ້າ ກ່ຽວ​ກັບ ການ​ຕໍ່​ສູ້​ກັບ​ພວກ​ແກັງ​ນັກ​ເລງ​ນຳ​ກັນ, ພວກ​
ເຮົາເວົ້າກ່ຽວກັບການຫ້າມຢາເສບຕິດນຳກັນ, ພວກເຮົາເວົ້າ ກ່ຽວກັບ ການຫຼຸດຜ່ອນ
ຄົນເຂົ້າເມືອງນຳກັນ. ສະນັ້ນຂ້າພະເຈົ້າຈຶ່ງຄິດວ່າ ນີ້ແມ່ນການພົບປະທີ່ສຳຄັນຫຼາຍ. ຂ້າພະເຈົ້າຄິດວ່າມັນແມ່ນຄວາມກ້າວໜ້າໃໝ່.”

ເມື່ອ​ຖືກ​ຖາມ ກ່ຽວ​ກັບ ສະ​ຫະ​ລັດ ລະ​ງັບ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ ສຳ​ລັບ​ ແອ​ລ
ຊາລວາດໍ, ຮອນດູຣັສ ແລະ ກົວເຕມາລາ ເພື່ອບັງຄັບໃຫ້ຜູ້ນຳຂອງເຂົາເຈົ້າສະກັດກັ້ນ
ການຫຼັ່ງໄຫຼ ຂອງຜູ້ຍົກຍ້າຍຖິ່ນຖານໄປເຂດຊາຍແດນພາກໃຕ້ຂອງ ສະຫະລັດ ນັ້ນ,
ທ່ານ ບູເຄເລ ໄດ້ໃຫ້ຄຳຕອບທີ່ເຂັ້ມແຂງ.

ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຢາກ​ເຮັດ​ຫຍັງ​ໃນ ແອ​ລ ຊາ​ລ​ວາ​ດໍ? ພວກ​ເຮົາ​ຢາກ​ໄດ້​ເງິນ​ລ້າໆ
ຫຼາຍຂຶ້ນບໍ? ພວກເຮົາຢາກໄດ້ໃບເຊັກທະນາຄານຕື່ມບໍ? ບໍ່. ພວກເຮົາຢາກປັບປຸງ
ສະຖານະການຢູ່ບ້ານຂອງພວກເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG