ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ທະວີຂຶ້ນ ໃນໂລກ ຍ້ອນ ອີຣ່ານ ຍຶດເອົາກຳປັ່ນ ບັນທຸກນ້ຳມັນ ຂອງອັງກິດ


ກຳປັ່ນບັນທຸກນ້ຳມັນ ຊື່ວ່າ Stena Impero, ຕິດທຸກຊາດອັງກິດ ເປັນກຳປັ່ນຂອງບໍລິສັດ Stena Bulk, ເຫັນໄດ້ຢູ່ທີ່ທ່າເຮືອ Bander Abass
ກຳປັ່ນບັນທຸກນ້ຳມັນ ຊື່ວ່າ Stena Impero, ຕິດທຸກຊາດອັງກິດ ເປັນກຳປັ່ນຂອງບໍລິສັດ Stena Bulk, ເຫັນໄດ້ຢູ່ທີ່ທ່າເຮືອ Bander Abass

ຄວາມເຄັ່ງຕຶງໃນໂລກສືບຕໍ່ທະວີຂຶ້ນ ຍ້ອນການຢຶດເອົາກຳປັ່ນບັນທຸກນ້ຳມັນທີ່ຕິດທຸງ
ຂອງອັງກິດ ໃນຊ່ອງແຄບຂອງຮໍຣມູຊ ໂດຍທີ່ອັງກິດ ໄດ້ແຈ້ງເຕືອນຢ່າງໜັກແໜ້ນ
ຕໍ່ເຕຫະຣ່ານ ແລະສາທາລະນະລັດອິສລາມ ທີ່ຢືນຢັນວ່າ ການຍຶດເອົາກຳປັ່ນດັ່ງ
ກ່າວນັ້ນ ວ່າ ເປັນ ການເຄື່ອນໄຫວ “ຕອບໂຕ້ຄືນ.”

ສຳນັກງານກະຊວງການຕ່າງປະເທດ ໄດ້ກ່າວໃນວັນເສົາວານນີ້ວ່າ ຕົນໄດ້ຮຽກຕົວ
ຮັກສາການເອກອັກຄະລັດຖະທູດຂອງອີຣ່ານ ປະຈຳນະຄອນລອນດອນ ໃຫ້ເຂົ້າ
ພົບ ນຶ່ງວັນຫຼັງຈາກລັດຖະມົນຕີວ່າການຕ່າງປະເທດຂອງອັງກິດ ທ່ານເຈີເຣີມີ ຮັ້ນ
ໄດ້ກ່າວວ່າ ເຕຫະຣ່ານ “ອາດເລືອກເອົາເສັ້ນທາງອັນຕະລາຍ ທີ່ບໍ່ຖືກຕ້ອງ ແລະມີພຶດຕິກຳສ້າງຄວາມບໍ່ທຸ່ນທ່ຽງ” ແລະໄດ້ເຕືອນວ່າ “ການຕອບໂຕຂອງອັງກິດ
ຈະຖືໄດ້ວ່າຮອບດ້ານ.”

ສະພາຜູ້ປົກຄອງຂອງອີຣ່ານທີ່ມີອຳນາດສູງ ໄດ້ກ່າວໃນວັນເສົາວານນີ້ວ່າ ການຍຶດ
ເອົາກຳປັ່ນນັ້ນ ເປັນການຕອບໂຕ້ຕໍ່ການມີສ່ວນຮ່ວມຂອງອັງກິດ ໃນການຍຶດເອົາ
ກຳປັ່ນບັນທຸກນ້ຳມັນຂອງອີຣ່ານ ທີ່ກຳລັງຂົນສົ່ງນ້ຳມັນດິບຂອງອີຣ່ານ ຫຼາຍກວ່າ 2
ລ້ານກາລອນສ໌ ໃກ້ໆກັບເຂດແດນ ຈີບຣໍຕ້າຂອງອັງກິດ ຢູ່ທາງພາກໃຕ້ແຄມຝັ່ງຂອງ
ສະເປນ ເມື່ອສອງສັບປະດາກ່ອນ.

ໂຄສົກຂອງສະພາດັ່ງກ່າວ ທ່ານອັບບັສ ອາລີ ຄາໂກເດ ໄດ້ກ່າວຕໍ່ ອົງການຂ່າວ
ຟາຣສ໌ ຂອງອີຣ່ານ ວ່າ “ກົດລະບຽບຂອງມາດຕະການຕອບໂຕ້ຄືນ ແມ່ນຮູ້ຈັກກັນດີ
ຢູ່ໃນກົດໝາຍສາກົນ” ແລະວ່າ ການຍຶດເອົາກຳປັ່ນໂດຍອີຣ່ານນັ້ນ ແມ່ນຊອບທຳແລ້ວ
ເມື່ອຄຳນຶງເຖິງ “ສົງຄາມດ້ານເສດຖະກິດທີ່ບໍ່ຊອບທຳ ແລະການຍຶດເອົາກຳປັ່ນບັນທຸກ
ນ້ຳມັນຫຼາຍລຳ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດພາຍຫຼັງຈາກ ອີຣ່ານໄດ້ຍຶດ
ເອົາກຳປັ່ນ ໃນວັນສຸກ ວ່າ ອີຣ່ານ “ບໍ່ມີຫຍັງເລີຍ ມີແຕ່ກໍ່ເລື້ອງ” ແລະໄດ້ກ່າວຕໍ່ໄປວ່າ
ສະຫະລັດ ຈະ “ທຳງານຮ່ວມກັບອັງກິດ.” ໃນການຕອບຕໍ່ຄຳຖາມຈາກວີໂອເອ ຢູ່ທີ່ເດີ່ນ
ຫຍ້າກ້ຳໃຕ້ຂອງທຳນຽບຂາວ ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ມີຂໍ້ຕົກລົງທີ່ຂຽນ
ເປັນລາຍຫຼັກອັກສອນກັບອັງກິດ ແຕ່ຂ້າພະເຈົ້າຄຶດວ່າ ພວກເຮົາມີຂໍ້ຕົກລົງທີ່ມີຢູ່ມາ
ດົນນານແລ້ວ.”

ສ່ວນເຢຍຣະມັນ ກໍໄດ້ຮຽກຮ້ອງໃຫ້ປ່ອຍກຳປັ່ນທີ່ສະວີເດັນເປັນເຈົ້າຂອງ ຊຶ່ງຕິດທຸງ
ຊາດອັງກິດ ຊື່ວ່າ Stena Impero ໂດຍມີກະຊວງການຕ່າງປະເທດຂອງຕົນ ປະກາດ
ວ່າ ການຍຶດເອົາກຳປັ່ນໂດຍອີຣ່ານນັ້ນ ເປັນ “ການເຮັດໃຫ້ສະຖານະການທີ່ເຄັ່ງຕຶກ
ຢູ່ແລ້ວ ຮ້າຍແຮງອັນຕະລາຍຂຶ້ນຕື່ມອີກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG