ປະຊາຊົນ ຢູເຄຣນ ກຳລັງພາກັນໄປສະຖານທີ່ເລືອກຕັ້ງໃນວັນອາທິດມື້ນີ້ ເພື່ອປ່ອນ
ບັດຂອງເຂົາເຈົ້າ ໃນການເລືອກຕັ້ງສະພາແຫ່ງຊາດກະທັນຫັນ ທີ່ອາດຂະຫຍາຍອຳ
ນາດໃຫ້ປະທານາທິບໍດີທີ່ຫາກໍ່ຖືກເລືອກ ເມື່ອບໍ່ດົນມານີ້ຂອງເຂົາເຈົ້າ.
ຄື້ນສະໜັບສະໜູນຄວາມນິຍົມຂະໜາດໃຫຍ່ໃນເດືອນເມສາທີ່ຜ່ານມາ ໄດ້ນຳພາທ່ານ
ໂວໂລດີເມຍ ເຊເລັນສກີ, ນັກສະແດງຕະຫຼົກ ຜູ້ທີ່ໄດ້ສະແດງເປັນປະທານາທິບໍດີໃນ
ລາຍການຕະຫຼົກໂທລະພາບທີ່ມີຊື່ສຽງນັ້ນ, ໄປສູ່ການໄດ້ຮັບຕຳແໜ່ງສູງທີ່ສຸດຂອງ
ຢູເຄຣນ.
ທ່ານນາງ ແອກເນັສ ອໍໂຕລານີ ຈາກ ບໍລິສັດ Economic Intelligence Unit ໄດ້
ກ່າວວ່າ “ດ້ວຍການຮຽກຈັດການເລືອກຕັ້ງລ່ວງໜ້າ, ປະທານາທິບໍດີຄົນໃໝ່ ໄດ້
ຫວັງທີ່ຈະຮັກສາແຮງກະຕຸ້ນ ກ່ຽວກັບ ໄຊຊະນະ ການເລືອກຕັ້ງປະທານາທິບໍດີຂອງ
ທ່ານໃຫ້ດຳເນີນຕໍ່ໄປ.” ທ່ານນາງໄດ້ເວົ້າຕື່ມວ່າ “ທ່ານໄດ້ຮັບການສະໜັບສະໜູນ
ໃນການພະຍາຍາມຄັ້ງນີ້ໂດຍປະຊາຊົນ ຢູເຄຣນ ສ່ວນຫຼາຍ ຜູ້ທີ່ໄດ້ພິຈາລະນາສະ
ພາແຫ່ງຊາດວ່າ ມີການສໍ້ລາດບັງຫຼວງຢ່າງຫຼວງ ຫຼາຍ ແລະ ໄດ້ມອບອຳນາດໃຫ້
ທ່ານ ເຊເລັນສກີ ທີ່ຈະ “ສະສາງ” ນັກການເມືອງລະດັບສູງ.”
ພັກ ຜູ້ໃຫ້ບໍລິການຂອງປະຊາຊົນ ຂອງທ່ານ ເຊເລັນສກີ, ທີ່ຖືກຕັ້ງຊື່ຕາມລາຍການ
ໂທລະພາບນັ້ນ, ແມ່ນຄາດວ່າຈະປະຕິບັດໜ້າທີ່ໄດ້ດີ, ແຕ່ອາດຈະຂາດສຽງສ່ວນ
ຫຼາຍ, ຈົນບັງຄັບໃຫ້ເຂົາເຈົ້າຕ້ອງຕັ້ງພັນທະມິດຂຶ້ນ.
ບັນດານັກວິເຄາະການເມືອງເວົ້າວ່າ ການຕັ້ງສະພາແຫ່ງຊາດໃໝ່ອາດເບິ່ງແຕກຕ່າງ
ຢ່າງຍິ່ງ ດ້ວຍສະມາຊິກເຖິງ 70 ເປີເຊັນຂອງເຂົາເຈົ້າ ແມ່ນສະມາຊິກສະພາຊຸດໃໝ່.
Ukrainians are going to the polls Sunday to cast their ballots in a snap parliamentary election that could consolidate the power of its recently elected president.
A tidal wave of popular support in April carried Volodymyr Zelenskiy, a comedian who played the president on a popular television comedy, to Ukraine's highest office.
"By calling an early election, the new president hoped to keep the momentum of his presidential victory going," says Agnese Ortolani of the Economist Intelligence Unit."He is backed in this attempt by a majority of Ukrainians who view parliament as inherently corrupt and have given Mr. Zelenskiy a mandate to 'clean up' the political class."
Zelenskiy's Servant of the People Party, named after the television show, is expected to do well, but may fall short of a majority, forcing it to form a coalition.
Political analysts say the composition of the new parliament could look dramatically different with up to 70 percent of its members being new lawmakers.