ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຊາຍ ຈາກບ​ຣຸກ​ລິນ ຖືກ​ຟ້ອງ ໃນ​ຂໍ້​ຫາ ເປັນ​ຫົວ​ໜ້າ ຫຼື ເອ​ເມຍ ຂອງ ກຸ່ມ​ລັດ​ອິ​ສ​ລາມ


ທ້າວ​ຣັ​ສ​ແລນ ມາ​ຣາ​ໂຕວິກ ອາ​ຊາ​ອີນອ​ຟ ຖືກ​ນຳ​ໂຕ​ຂຶ້ນ​ສານ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2019.
ທ້າວ​ຣັ​ສ​ແລນ ມາ​ຣາ​ໂຕວິກ ອາ​ຊາ​ອີນອ​ຟ ຖືກ​ນຳ​ໂຕ​ຂຶ້ນ​ສານ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2019.

ຜູ້​ຊາຍ​ຈາກ​ເຂດບ​ຣຸກ​ລິນ ຂອງ​ນະ​ຄອນ​ນິວຢອກ ອາ​ຍຸ 42 ປີ ໄດ້​ຖືກ​ສົ່ງ​ກັບ​ມາ​ຍັງ​ດິນ​ແດນ​ສະ​ຫະ​ລັດ ໃນ​ຂໍ້​ຫາ​ທຳ​ການ​ຕໍ່​ສູ້​ ໃຫ້​ແກ່​ກຸ່ມກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ໂດຍ​ມີ​ໜ້າ​ທີ່​ເປັນ​ມື​ປືນ ກ່ອນ​ທີ່​ຈະ​ໄດ້​ຖືກ​ເລື່ອນ​ຊັ້ນ​ຂຶ້ນ​ເປັນ​ຂັ້ນ​ຫົວ​ໜ້າ ຫຼືເອ​ເມຍ.

​ຂໍ້​ຫາ​ຕໍ່​ທ້າວ​ຣັ​ສ​ແລນ ມາ​ຣາ​ໂຕວິກ ອາ​ຊາ​ອີນອ​ຟ ໄດ້​ມີ​ການ​ເປີດ​ເຜີຍ​ໃນ​ວັນສຸກວານນີ້ ນຶ່ງມື້​ຫຼັງ​ຈາກ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ມອບ​ຕົວ​ຜູ້​ກ່ຽວ​ໃຫ້​ແກ່ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ.

ກອງ​ທັບ​ສະ​ຫະ​ລັດ ຫຼັງ​ຈາກນັ້ນ ກໍ​ໄດ້​ສົ່ງ​ໂຕ​ຜູ້​ກ່ຽວ​ມາ​ນະ​ຄອນ​ນິວ​ຢອກ ບ່ອນທີ່​ລາວ​ໄດ້​ໄປ​ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າ​ຜູ້​ພິ​ພາກ​ສາ ໃນ​ວັນ​ສຸກວານນີ້.

ອີງ​ຕາມ​ສຳ​ນວນ​ຟ້ອງ​ຕໍ່​ສານ​ແລ້ວ ທ້າວອາ​ຊາ​ອີນອ​ຟ ທີ່​ໄດ້​ໂອນ​ສັນ​ຊາດ ​ຫຼັງ​ຈາກຜູ້​ກ່ຽວ​ໄດ້​ເຂົ້າ​ມາ​ຢູ່​ສະ​ຫະ​ລັດ ຈາກ​ກາ​ຊັກ​ສະ​ຖານ ໄດ້​ເດີນ​ທາງ​ໄປ​ຊີ​ເຣຍໃນ​ທ້າຍ​ປີ 2013 ບ່ອນ​ທີ່​ລາວ​ເລີ້ມ​ທຳ​ການ​ສູ້​ລົບ​ໃຫ້​ແກ່​ກຸ່ມ​ລັດ​ອິ​ສ​ລາມ ໂດຍເປັນ​ມື​ຍິງ​ປືນ​ ໃຫ້​ແກ່​ກຸ່ມ​ດັ່ງ​ກ່າວ.

ໃນ​ທີ່​ສຸດ ລາວ​ໄດ້​ຖືກ​ເລື່ອ​ນ​ຊັ້ນ​ຂຶ້ນ​ເປັນ​ຂັ້ນ​ຫົວ​ໜ້າ ​ຫຼື​ເອ​ເມຍ ​ຂອງ​ກຸ່ມ ຊຶ່ງ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ສູນ​ຝຶກ​ແອບ ໃຫ້​ແກ່​ພວກ ​ທີ່​ກຸ່ມ​ລັດ​ອິ​ສ​ລາມ​ເກັບ​ເກນ​ມາ​ແລະ​ສອນ​ໃຫ້​ພວກ​ເຂົາ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ການ​ໃຊ້​ອາ​ວຸດ.

ລາວ​ໄດ້​ເລີ້ມ​ຕິດ​ຕໍ່​ກັບ​ພວກ​ເກັບ​ກຳ​ຂໍ້​ມູນ​ຂອງ​ອົງ​ການ​ສັນ​ຕິ​ບານ​ກາງ​ເອັ​ຟ​ບີ​ອາຍຂອງ​ສະ​ຫະ​ລັດ ໂດຍ​ຂໍ​ເງິນ​ຊ່ວຍ​ເຫຼືອ ໃນ​ຂະ​ນະ​ທີ່ສະ​ໜອງ​ຮູບ​ພາບຂອງ​ລາວເອງ ພ້ອມ​ກັບ​ນັກ​ລົບ​ຄົນ​ອື່ນໆ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ຊຸດ​ສະ​ໜາມ​ພ້ອມ​ດ້ວຍອາ​ວຸດ ​ໃຫ້​ຜູ້​ເກັບກຳ​ຂໍ້​ມູນອົງ​ການ​ເອັ​ຟ​ບີ​ອາຍ ເປັນ​ບາງ​ຄັ້ງບາງ​ຄ​າວ.

ລາວຖືກ​ກ່າວ​ຫາ​ວ່າ ໄດ້​ຂຽນ​ໃນ​ການ​ຕິດ​ຕໍ່​ເທື່ອ​ນຶ່ງວ່​າ “ພວກ​ເຮົາ (ກຸ່ມ​ລັດ​ອິ​ສ​ລາມ) ເປັນ​ອົງ​ການ​ກໍ່​ການ​ຮ້າຍທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ໂລກເທົ່າ​ທີ່​ເຄີຍ​ມີ​ມາ” ແລະເວົ້າ​ວ່າ ລາວ​ປະ​ສົງ​ທີ່​ຈະ​ຕາຍ​ຢູ່​ໃນ​ສະ​ໜາມ​ລົບ.

ໃນ​ການ​ສົ່ງ​ຂ່າວ​ອີກ​ເທື່ອ​ນຶ່ງນັ້ນ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ້າວ​ອາ​ຊາ​ອີນອ​ຟ ໄດ້​ເວົ້າເຖິງ​ການ​ສູ້​ລົບ​ຢູ່​ໃນ​ແຫ່ງ​ຕ່​າງໆ​ເຊັ່ນ​ເມື​ອງ​ໂກ​ບາ​ນີ ເດຍ​ແອ​ລ-ຊົວ ແລະ​ຕັກ​ບາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG