ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ແລະ ສ​ຫລ ປາບ​ປາມ ພວກ​ຫົວ​ຮຸນ​ແຮງ ກ່ອນ​ການ​ພົບ​ປະ ລະ​ຫວ່າງ ປ. ທ​ຣຳ ແລະ ທ່ານ​ຄານ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣ່ານ ຄານ ແຫ່ງ​ປາ​ກິ​ສ​ຖານ ໄປ​ຮ່ວມ ພິ​ທີ​ສວນ​ສະ​ໜາມ ຂອງກອງ​ທັບ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 23 ມີ​ນາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣ່ານ ຄານ ແຫ່ງ​ປາ​ກິ​ສ​ຖານ ໄປ​ຮ່ວມ ພິ​ທີ​ສວນ​ສະ​ໜາມ ຂອງກອງ​ທັບ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 23 ມີ​ນາ 2019.

ສະ​ຫະ​ລັດ​ແລະ​ປາ​ກິ​ສ​ຖານ ເລີ້ມ​ການ​ປາບ​ປາມ​ໃນ​ເດືອນນີ້ ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ​ຕ່າງໆ ໃນ​ອັນ​ທີ່​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າເປັນ​ການ​ສ້າງ​ຕັ້ງ​ພື້ນ​ຖານ​ກ່ອນ​ການພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ອາ​ທິດໜ້ານີ້.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ຢູ່​ທີ່​ແຂວງ​ປັນ​ຈາບ ໃນ​ວັນ​ພຸດ​ຜ່​ານ​ມານີ້ ໄດ້​ຈັບ​ກຸມທ້າວຮາ​ຟິ​ສ ຊາ​ອີ​ສ ​ຫົວໜ້າ​ຂອງ​ກຸ່ມກໍ່​ການ​ຮ້າຍ ລັ​ສ​ກາ ອີ ໄຕ​ບາ ທີ່​ມີການ​ກ່າວ​ຫາ​ວ່າຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີຢູ່​ນະ​ຄອນ​ມູມ​ບາຍ ເມື່ອ​ປີ 2008 ທີ່​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ 166 ຄົນ ຮວມ​ທັງ​ຊາວ​ອາ​ເມ​ຣິ​ກັນ 6 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ການ​ຂຽນ​ຂໍ້​ຄ​ວາມ ​ລົງ​ໃນ​ທວີດ​ເຕີ້ ຫຼັງ​ຈາກ​ໄດ້​ມີການ​ຈັບ​ກຸມ​ແລ້ວນັ້ນໄດ້​ກ່າວ​ຊົມ​ເຊີຍ “ຕໍ່​ການ​ກົດ​ດັນ​ຢ່າງ​ໃຫຍ່” ໃນ​ໄລ​ຍະ 2 ປີ​ທີ່​ຜ່ານ​ມາ ຕໍ່​ຜູ້​ສອນ​ສາ​ສະ​ໜາ​ຄົນ​ນີ້.

ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ປາ​ກິ​ສ​ຖານ​ພຽງ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ການ​ເດີນ​ທາງ​ມາ​ວໍ​ຊິງ​ຕັນ​ຂອງ​ທ່ານ​ຄານນັ້ນ​ແມ່ນເປັນ​ການ​ສະ​ແດງ​ອອກ​ເຖິງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ດີ ເພື່ອ​ປັ​ບ​ປຸງ​ຄວາມ​ສຳພັນ​ກັບ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຊຶ່ງ​ໄດ້​ກ່າວ​ຫາ​ປາ​ກິ​ສ​ຖານ​ວ່າ ບໍ່​ໄດ້​ປາບ​ປາມພວກ​ຫົວ​ຮຸນ​ແຮງ​ຈັດ​ທີ່​ຢູ່​ໃນ​ດິນ​ແດນ​ຂອງ​ຕົນ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG