ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍ​ລິ​ສັດ Equifax ຈະ​ຈ່າຍ​ເງິນ 700 ລ້ານ​ໂດ​ລາ ເພື່ອ​​ຕົກ​ລົງ ລະ​ງັບ​ຄະ​ດີ ​ຂໍ້​ມູນ​ຮົ່ວ​ໄຫຼ


ຫ້ອງ​ການ ຂອງ​ບໍ​ລິ​ສັດ Equifax ທີ່​ນະ​ຄອນ​ແອັດ​ແລນ​ຕາ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2012.
ຫ້ອງ​ການ ຂອງ​ບໍ​ລິ​ສັດ Equifax ທີ່​ນະ​ຄອນ​ແອັດ​ແລນ​ຕາ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2012.

ໜັງ​ສື​ພິມ Wall Street Journal ລາຍ​ງານ​ວ່າ ບໍ​ລິ​ສັດ Equifax ຈະ​ຈ່າຍ​ເງິນ​ປະ​ມານ 700 ລ້ານ​ໂດ​ລາເພື່ອ​ເປັນ​ການ​ຕົກ​ລົງ​ກັບ​ກຳ​ມາ​ທິ​ການ​ດ້ານ​ການ​ຄ້າ​ຂອງ​ລັດ​ຖະ​ບານ​ກາງກ່ຽວ​ກັບ​ການຮົ່ວ​ໄຫຼ​ຂອງ​ຂໍ້​ມູນຈາກ​ບໍ​ລິ​ສັດ​ດັ່ງ​ກ່າວ​ໃນປີ 2017 ທີ່​ໄດ້​ເປີດ​ເຜີຍ​ເລກສັງ​ຄົມ​ສົງ​ເຄາະ ​ແລະ​ຂໍ້​ມູນ​ສ່ວນ​ຕົວ ​ຈຳ​ນວນ​ນຶ່ງ ຂອງເກືອບ 150 ລ້ານ​ຄົນ​.

ໜັງ​ສື​ພິມ Wall Street Journal ​ໄດ້​ອ້າງ​ແຫຼ່ງ​ຂ່າວ​ທີ່​ບໍ່​ໄດ້​ລະ​ບຸ​ຊື່ແຕ່​ຮູ້​ເລື້ອງດີ​ກ່າວ​ວ່າ ການ​ຕົກ​ລົງ​ດັ່ງ​ກ່າວ​ອາດ​ຈະ​ມີ​ການ​ປະ​ກາດ​ໃນ​ວັນ​ຈັນ​ຈະ​ມານີ້. ບໍ​ລິ​ສັດ Equifax ກໍ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື້ອງນີ້.

ລາຍ​ງານ​ແຈ້ງວ່າ ການ​ຕົກ​ລົງ​ດັ່ງ​ກ່າວຈະ​ແກ້​ໄຂ​ການ​ສືບ​ສວນ​ຂອງ​ກຳ​ມາ​ທິການ ​ດ້ານ​ການ​ຄ້າ​ຂອງ​ລັດ​ຖະ​ບານ​ກາງຫຼື FTC ຫ້ອງ​ການ​ຄຸ້ມ​ຄອງດ້ານ​ການ​ເງິນ​ຜູ້​ບໍ​ລິ​ໂພກ ແລະເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ດ້ານ​ການ​ເງິນ​ຂອງ​ລັດ​ຕ່າງໆ. ນອກນັ້ນ ການ​ຕົກ​ລົງ​ນີ້ຍັງ​ຈະ​ແກ້​ໄຂ​ການ​ຟ້ອງ​ຮ້ອງ​ຮວມ​ກັນ​ຂອງ​ຜູ້​ບໍ​ລິ​ໂພກ​ໃນ​ທົ່ວ​ປະ​ເທດ​ນຳ​ດ້ວຍ.

ໂຄ​ສົກ​ຂອງ FTC ແລະ​ຫ້ອງ​ການ​ຄຸ້ມ​ຄອງ​ດ້ານ​ການ​ເງິນ​ຜູ້​ບໍ​ລິ​ໂພກ ຍັງ​ບໍ່​ທັນໃຫ້​ຄຳ​ຕອບ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ໃນ​ແລງວັນ​ສຸກວານນີ້.

ຂໍ້​ມູນ​ທີ່​ຮົ່ວ​ໄຫຼແມ່ນ​ນຶ່ງ​ໃນ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ມູນ​ສ່ວນ​ບຸກ​ຄົນທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ. ບໍ​ລິ​ສັດ Equifax ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນແອັດ​ແລນ​ຕາບໍ່​ໄດ້ ​ຮູ້​ຈັກ​ວ່າ​ມີ​ໂຈມ​ຕີ​ເປັນ​ເວ​ລາ​ຫຼາຍໆ​ອາ​ທິດ.​ ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ມູນ​ດັ່ງ​ກ່າວ​ແມ່ນຮວມ​ທັງ​ໝາຍ​ເລກ​ປະ​ກັນ​ສັງ​ຄົມ ວັນ​ເດືອນ​ປີ​ເກີດ ທີ່​ຢູ່ ນ້ຳ​ເບີ​ໃບ​ຂັບ​ຂີ່ ແລະໝາຍ​ເລກ​ບັດ​ສິນ​ເຊື່ອ.

ທາງ​ບໍ​ລິ​ສັດ​ກ່າວ​ໃນ​ຕົ້ນ​ປີນີ້​ວ່າ ຕົນ​ໄດ້​ແຍກ​ເງິນ​ໄວ້ 700 ລ້ານ​ໂດ​ລາ ເພື່ອ​ໃຊ້ຈ່າຍ​ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ ກ່ຽວ​ກັບ​ການ​ຕົກ​ລົງ​ແລະ​ປັບ​ໃໝ​ໃນ​ເລື້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG