ໂທລະພາບຂອງລັດຖະບານອີຣ່ານກ່າວໃນວັນພະຫັດວານນີ້ວ່າ ກຳລັງທະຫານຈາກໜ່ວຍພິທັກປະຕິວັດ ຫລື Revolutionary Guard ໄດ້ຍຶດເອົາກຳປັ່ນຂົນສົ່ງນ້ຳມັນຂອງຕ່າງປະເທດທີ່ຖືກກ່າວຫາວ່າລັກລອບຄ້ານ້ຳມັນເຖື່ອນນັ້ນ. ລາຍ ງານເວົ້າວ່າ ກຳປັ່ນດັ່ງກ່າວ ຖືກສະກັດໄວ້ ໃນວັນອາທິດຜ່ານມາຢູ່ໃນສ່ວນນຶ່ງຂອງຊ່ອງແຄບຮໍມຸສ (Hormuz) ຢູ່ທາງໃຕ້ຂອງເກາະລາຣັກ (Larak) ຂອງອີຣ່ານ ໂດຍມີລູກເຮືອ 12 ຄົນຢູ່ໃນນັ້ນ.
ລາຍງານຍັງເວົ້າວ່າກ່ຳປັ່ນບັນທຸກນ້ຳມັນລຳດັ່ງກ່າວ ໄດ້ລັກລອບຂົນສົ່ງນ້ຳມັນ 1 ລ້ານລິດ, ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ນ້ຳມັນນັ້ນມາແຕ່ປະເທດໃດ.
ການຍຶດກຳປັ່ນດັ່ງກ່າວໄດ້ເກີດຂຶ້ນພາຍຫລັງທີ່ກຳປັ່ນຂົນສົ່ງນ້ຳມັນ MT Riah ທີ່ຕິດທຸງປານາມາທີ່ມີສຳນັກງານຕັ້ງຢູ່ໃນສະຫະຣັດ ອາຣັບເອເມີເຣັສ ໄດ້ຫາຍສາບສູນໄປຈາກແຜນທີ່ເສັ້ນທາງເດີນເຮືອ ຢູ່ໃນເຂດໜ່ານນ້ຳຂອງອີຣ່ານ ໃນວັນທີ 14 ກໍລະກົດຜ່ານມາ.
ກຳລັງພິທັກປະຕິວັດ ຫລື Revolutionary Guard ເວົ້າວ່າ ຕົນໄດ້ຮັບໂທລະສັບທີ່ມີສຽງຮ້ອງທຸກລະທົມອອກມາຈາກກຳປັ່ນທີ່ "ຖືກຍຶດໃນເວລາຕໍ່ມາໂດຍມີຄຳສັ່ງຈາກສານ ເມື່ອພວກເຮົາໄດ້ພົບວ່າ ກຳປັ່ນລຳນັ້ນ ໄດ້ລັກລອບຂົນສົ່ງນ້ຳມັນເຖື່ອນ," ອີງຕາມລາຍງານນັ້ນ ທີ່ກ່າວເພີ້ມອີກວ່າ ພວກລັກລອບຄ້ານ້ຳມັນຊາວອີຣ່ານມີເຈດຕະນາທີ່ຈະຂົນສົ່ງນ້ຳມັນໄປໃຫ້ລູກຄ້າທີ່ເປັນຄົນຕ່າງປະເທດ.
"ສະຫະລັດໄດ້ປະນາມການສືບຕໍ່ຮາວີ ຂອງກອງທັບເຮືອກຳລັງພິທັກປະຕິວັດ ອິສລາມຂອງອີຣ່ານ ຫລື Revolutionary Guard ຕໍ່ກຳປັ່ນ ແລະການເຂົ້າໄປລົບກວນການເດີນເຮືອຢ່າງປອດໄພແລະໃນເຂດອ້ອມແອ້ມຜ່ານຊ່ອງແຄບ ຮໍມຸສ,” ນັ້ນຄືຄຳເວົ້າຂອງໂຄສົກປະຈຳກະຊວງການຕ່າງປະເທດຂອງສະຫະລັດ ຊຶ່ງໄດ້ກ່າວຕໍ່ໄປວ່າ "ອີຣ່ານຕ້ອງຍົກເລີກການກະທຳທີ່ບໍ່ຖືກຕ້ອງຕາມກົດໝາຍ ນີ້ ແລະປ່ອຍພວກລູກເຮືອ ແລະກຳປັ່ນທີ່ຖືກກັກໄວ້ນັ້ນ ໃນທັນທີທັນໃດ.”
ການຍຶດກຳປັ່ນດັ່ງກ່າວ ເກີດຂັ້ນທ້າມກາງຄວາມເຄັ່ງຕຶງ ລະຫວ່າງສະຫະລັດ ແລະອີຣ່ານກຳລັງເພີ້ມທະວີຂຶ້ນ ຊຶ່ງເລີ້ມຕົ້ນມີມາແຕ່ຕອນທີ່ປະທານາທິບໍດີດໍ ໂນລທຣຳຂອງສະຫະລັດ ຖອນສະຫະລັດອອກຈາກຂໍ້ຕົກລົງກັບອີຣ່ານ ແລະປະເທດມະຫາອຳນາດຕ່າງໆຂອງໂລກປີ 2015 ແລະໄດ້ວາງມາດຕະການລົງໂທດໜັກຕໍ່ອີຣ່ານ ລວມທັງຕໍ່ການສົ່ງອອກນ້ຳມັນ.
ອີຣ່ານ ເມື່ອມໍ່ໆມານີ້ ໄດ້ຜະລິດ ແລະເພີ້ມແສນຍານຸພາບຂອງທາດຢູເຣນຽມ ແລະເກີນກຳນົດທີ່ວາງໄວ້ ຊຶ່ງເປັນການລະເມີດຕໍ່ຂໍ້ຕົກລົງໃນການດຳເນີນຄວາມພະຍາຍາມ ທີ່ຈະກົດດັນໃຫ້ຢູໂຣບສະເໜີຂໍ້ກຳນົດທີ່ດີກວ່າເກົ່າໃຫ້ຕົນ ເພື່ອໃຫ້ຕົນສາມາດຂາຍນ້ຳມັນດິບ ຂອງຕົນຢູ່ຕ່າງປະເທດໄດ້.