ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍີ່​ປຸ່ນ​ ​ຮຽກທູດ ​ເກົາ​ຫຼີ​ໃຕ້ ເຂົ້າ​ພົບ ຍ້ອນການ​ໂຕ້ແຍ້ງ ​ກ່ຽວ​ກັບ ການອອກ​ແຮງ​ງານ​ ​ສະ​ໄໝ​ສົງ​ຄາ​ມ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຕາ​ໂຣ ໂກ​ໂນ ພົບ​ປະ​ກັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເກົາ​ຫຼີ​ໃຕ້ ທ່າ​​ນ​ນາມ ກວານ-ພຽວ ທີ່ກະ​ຊວງ​ຕ່າງ​ປະເ​ທດ​ບີ່​ປຸ່ນ ໃນ​ນ​ະ​ຄອນ​ຫຼວງ​ໂຕ​ກຽວ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຕາ​ໂຣ ໂກ​ໂນ ພົບ​ປະ​ກັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເກົາ​ຫຼີ​ໃຕ້ ທ່າ​​ນ​ນາມ ກວານ-ພຽວ ທີ່ກະ​ຊວງ​ຕ່າງ​ປະເ​ທດ​ບີ່​ປຸ່ນ ໃນ​ນ​ະ​ຄອນ​ຫຼວງ​ໂຕ​ກຽວ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ໄດ້​ຮຽກໂຕ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເກົາ​ຫຼີ​ໃຕ້ ເຂົ້າ​ພົບ ​
ໃນ​ວັນ​ສຸກ​ມື້​ນີ້ ເພາະ​ວ່າ​ເກົາ​ຫຼີ​ໃຕ້​ຍັງ​ບໍ່​ທັນ​ໄດ້​ເຂົ້າສູ່​ການ​ໄກ່​ເກ່ຍ​ເພື່ອ​ຕົກ​ລົງ ໃນການ
​ໂຕ້​ແຍ້ງ​ກ່ຽວ​ກັບ​ການ​ບັງ​ຄັບ​ອອກ​ແຮງ​ງານ​ໃນ​ສ​ະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

​ໃນປີ​ກາຍ​ນີ້ ​ສານ​ເກົາ​ຫຼີ​ໃຕ້​ໄດ້​ສັ່ງ​ໃຫ້ບັນ​ດາ​ບໍ​ລິ​ສັດ​ຍີ່​ປຸ່ນ ຈ່າຍ​ເງິນ​ຊົດ​ເຊີຍທີ່ບັງ​ຄັບ​
ໃຫ້ຊາວ​ເກົາ​ຫຼີ​ໃຕ້ ​ອອກ​ແຮງ​ງານ​ໃນລະ​ຫວ່າງ​ສົງ​ຄາມ.

ຍີ່​ປຸ່ນ​ໄດ້​ໃຫ້​ເວ​ລາ​ແກ່​ເກົາ​ຫຼີ​ໃຕ້​ໄປ​ຈົນ​ຮອດຕອນ​ທ່ຽງ​ຄືນວັນ​ພະ​ຫັດ​ເພື່ອສະ​ໜອງ
ຕອບ​ຕໍ່​ການຮ້ອງ​ຂໍ​ໃຫ້ທຳ​ການໄກ່​ເກ່ຍ​ດັ່ງ​ກ່າວ.

ການ​ຂັດ​ແຍ້ງ​ທີ່​ແກ່​ຍາວ​ມາ​ດັ່ງ​ກ່າວ ເຮັດ​ໃຫ້​ຍີ່​ປຸ່ນ​ຫລຸດ​ການ​ສົ່ງ​ອອກວັດຖຸ​ຮາຍ​ເທັກ
ໄປ​ໃຫ້​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນການ​ເຄື່ອນ​ໄຫວ​ທີ່​ອາດ​ເຮັດ​ໃຫ້​ເກີດ​ຜົນ​ກະ​ທົບ ​ທີ່​ຈະ​ຕິດ
​ຕາມ​ມາ​ຢູ່​ໃນ​ທົ່ວ​ໂລກ​ຕໍ່ອຸດສາ​ຫະ​ກຳ​ໂທ​ລະ​ສັບ​ສະ​ຫຼາດ.

ອົງ​ການ​ຂ່າວ AP ລາຍ​ງານ​ວ່າ ກອງ​ປະ​ຊຸມ​ໃນ​ວັນ​ສຸກ​ມື້​ນີ້ ​ລະ​ຫວ່າງ​ນັກ​ການ​ທູດ
​ສອງ​ຝ່າຍ​ ໄດ້ “ຈັດ​ຂຶ້ນທ່າມ​ກາງ​ບັນ​ຍາ​ກາດ ​ທີ່​ເຍືອກ​ເຢັນ ​ແລະກາຍມາ​ເປັນການ
ໂຕ້​ຖຽງ​ກັນ​ໜ້ອຍ​ນຶ່ງ.”

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຕາ​ໂຣ ໂກ​ໂນະ ກ່າວ​ຕໍ່​ເອກ​ອັກ​ຄະ​ລັດ​ຖະ​ທູດ
​ນາມ ກວານ-ພຽວ ວ່າ ເກົາ​ຫຼີ​ໃຕ້​ໄດ້​ລະ​ເມີດກົດ​ໝາຍ​ສາ​ກົນ ໂດຍ​ບໍ່​ເລີ້ມການ​ໄກ່​ເກ່ຍ
ກ່ຽວ​ກັບ​ເລື້ອງນີ້.

ອ່ນ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG