ບັນດາສະມາຊິກສະພາສະຫະລັດໄດ້ສົ່ງສັນຍານທີ່ຈະແຈ້ງໄປຫາບັນດາຜູ້ນຳກຳປູເຈຍ
ເພື່ອໃຫ້ພວກເຂົາເຈົ້າຫັນປ່ຽນທິດທາງກ່ຽວກັບການຈຳກັດປະຊາທິປະໄຕ ຫຼືບໍ່ດັ່ງນັ້ນກໍ
ຈະປະເຊີນໜ້າກັບຜົນທີ່ຈະຕິດຕາມມາຢ່າງຮ້າຍແຮງ.
ສະມາຊິກສະພາຕ່ຳ ສະຕິີຟ ຊາບົດ ທີ່ສັງກັດພັກຣີພັບບລິກັນ ຈາກລັດ ໂອຮາຍໂອ
ກ່າວວ່າ “ການຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະຊາທິປະໄຕໃນກຳປູເຈຍ ເປັນ
ບາດກ້າວທີ່ສຳຄັນໄປສູ່ການເຮັດໃຫ້ນາຍົກລັດຖະມົນຕີຮຸນເຊນ ແລະພັກພວກຂອງ
ຜູ້ກ່ຽວຮັບຜິດຊອບຕໍ່ການຢຽບຢ່ຳສິດທິຂອງປະຊາຊົນກຳປູເຈຍ.”
ສະມາຊິກສະພາຕ່ຳ ເທັດ ໂຢໂຮ ທີ່ສັງກັດພັກຣີພັບບລິກັນ ຈາກລັດຟຣໍລິດາ ໄດ້ນຳ
ສະເໜີຮ່າງກົດໝາຍດັ່ງກ່າວ ໃນເດືອນມັງກອນທີ່ຜ່ານມາ ຫຼັງຈາກພວກເຈົ້າໜ້າທີ່ກຳ
ປູເຈຍໄດ້ອັດປາກອັດສຽງຂອງພວກຕ້ອງຕິ ໂດຍປາບປາມບັນດາກຸ່ມສັງຄົມພົນລະ
ເຮືອນ ສື່ມວນຊົນອິດສະຫຼະ ແລະ ພວກນັກການເມືອງຝ່າຍຄ້ານ ກ່ອນການເລືອກ
ຕັ້ງທົ່ວໄປ ໃນເດືອນກໍລະກົດ ປີ 2018.
ສະພາຕ່ຳສະຫະລັດໄດ້ຮັບຮອງເອົາຢ່າງເປັນເອກກະສັນຮ່າງກົດໝາຍວ່າດ້ວຍ ປະ
ຊາທິປະໄຕໃນກຳປູເຈຍສະບັບປີ 2019 ໃນວັນຈັນທີ່ຜ່ານມາຊຶ່ງຈະກັກຊັບສິນແລະ
ຈຳກັດການອອກວິຊາ ໃຫ້ແກ່ພວກເຈົ້າໜ້າທີ່ອະວຸໂສຂອງທ່ານຮຸນເຊນ ພວກນາຍ
ພົນ ແລະພວກເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ບ່ອນທຳລາຍປະຊາທິປະໄຕແລະ
ລະເມີດສິດທິມະນຸດນັ້ນ.
ກຳປູເຈຍໄດ້ສະແດງຄວາມເສຍໃຈຕໍ່ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ.
ໂຄສົກລັດຖະບານ ທ່ານໄພ ສີພັນ ກ່າວຕໍ່ ວີໂອເອ ພະແນກພາສາຂະແມວ່າ “ຄວາມ
ຕັ້ງໃຈຂອງບັນດານັກການເມືອງສະຫະລັດທີ່ມີຕໍ່ກຳປູເຈຍມັກຈະປະສົບກັບຄວາມລົ້ມ
ແຫຼວສະເໝີ. ຮ່າງກົດໝາຍນີ້ພຽງແຕ່ແນໃສ່ເພື່ອທຳລາຍປະຊາທິປະໄຕທີ່ກຳປູເຈຍ
ສືບຕໍ່ເສີມສ້າງໃຫ້ເຂັ້ມແຂງທີ່ເລີ້ມຈາກສິດທິໃນການເລືອກຕັ້ງຂອງປະຊາຊົນ. ສອງ
ມາ ຮ່າງກົດໝາຍນີ້ ຍັງແນໃສ່ເພື່ອຈະທຳລາຍຄວາມພະຍາຍາມ ເພື່ອເສີມສ້າງຄວາມ
ສຳພັນ ແລະການຮ່ວມມື ລະຫວ່າງປະຊາຊົນທັງສອງ.”
ສະພາສູງກຳປູເຈຍຮ້ອງຮ່າງກົດໝາຍນີ້ວ່າ “ເປັນການແຊກແຊງເຂົ້າໃນກິດຈະການ
ພາຍໃນຂອງກຳປູເຈຍ.”