ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ປົກ​ປ້ອງ ສິດ​ທິ​ພົນ​ລະ​ເມືອງ ຍື່ນ​ຟ້ອງ ກົດ​ລະ​ບຽບ ຂໍ​ລີ້​ໄພ​ໃໝ່


ຍາມ​ຄົນ​ນຶ່ງ ພວມ​ນຳ​ພາ ພວກ​ຂໍ​​ລີ້​ໄພ ທີ່​ຖືກ​ສົ່ງ​ກັບ​ໄປ​ຈາກ​ສະ​ຫະ​ລັດ.
ຍາມ​ຄົນ​ນຶ່ງ ພວມ​ນຳ​ພາ ພວກ​ຂໍ​​ລີ້​ໄພ ທີ່​ຖືກ​ສົ່ງ​ກັບ​ໄປ​ຈາກ​ສະ​ຫະ​ລັດ.

ກຸ່ມປົກ​ປ້ອງ​ສິດ​ທິ​ພົນ​ລະ​ເຮືອນ​ຈຳ​ນວນ​ນຶ່ງ​ ໄດ້ຍື່ນ​ຟ້ອງ​ໃນ​ວັນ​ພຸດ​ວານ​ນີ້ ເພື່ອ​ໃຫ້ອອກ ຄຳ​ສັ່ງ​ຢັບ​ຢັ້ງ​ເປັນ​ການຊົ່ວ​ຄາວ ​ຕໍ່ກົດ​ລະ​ບຽບຂໍ​ລີ້​ໄພ​ໃໝ່ ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ຊຶ່ງໄດ້​ເລີ້ມ​ມີຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ອັງ​ຄານ​ແລ້ວ​ນີ້.

ກົດ​ລະ​ບຽບ​ໃໝ່ ​ຈະ​ຫ້າມບໍ່​ໃຫ້ພວກ​ຄົນ​ເຂົ້າເມືອງ ​ທີ່​ຂ້າມ​ຊາຍ​ແດນ​ສະ​ຫະ​ລັດ ຕິດ​ກັບເມັກ​ຊິ​ໂກ ເຂົ້າ​ມາ ​ຂໍ​ລີ້​ໄພ ໂດຍປາດ​ສ​ະ​ຈາກ​ການ​ຖືກ​ປະ​ຕິ​ເສດ​ໃນການຂໍ​ລີ້​ໄພ​ຢູ່​ປະ​ເທດ​ໃດ​ປະ​ເທດ​ນຶ່ງ ທີ່​ເຂົາ​ເຈົ້າ​ຜ່ານ​ມາ​ ໃນ​ລະ​ຫວ່າງ​ເດີນ​ທາງ ມາ​ຍັງສະ​ຫະ​ລັດ.

ການ​ເຄື່ອນ​ໄຫວດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ສາມ​ອົງ​ການ ປະ​ກອບ​ດ້ວຍ ສະ​ຫະ​ພັນ ອິດ​ສະ​ຫຼະ​ພາບ​ພົນ​ລະ​ເມືອງອາ​ເມ​ຣິ​ກັນ ສູນ​ກາງ​ກົດ​ໝາຍ​ຄວາມ​ທຸກ​ຈົນ​ພາກ​ໃຕ້ ຫຼື SPLC ແລະ​ສູນ​ກາງ​ສິ​ດ​ທິ​ລັດ​ຖະ​ທຳ​ມະ​ນູນ ໄດ້​ຍື່ນ​ຟ້ອງໃນ​ວັນ​ອັງ​ຄານ ​ທີ່​ຜ່ານ​ມາ ເພື່ອທ້າ​ທາຍ​ຕໍ່​ລະ​ບຽບ​ການ​ດັ່ງ​ກ່າວ.

ທ່ານ​ນາງ​ເມລິສຊາ ໂຄ​ຣ ທະ​ນາຍ​ຄວາມອາ​ວຸ​ໂສ ທີ່ສູນ​ກາງ SPLC ແລະ​ທີ່​ປຶກ​ສາ​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ຄະ​ດີນີ້ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກ​ເຮົາ​ໄດ້ຍື່ນ​ຟ້ອງ​ມື້​ວານ​ນີ້ ແລະ​ໄດ້​ຍື່ນ​ໜັງ​ສື​ຂໍໃຫ້ອ​ອກ​ຄຳ​ສັ່ງຢັບ​ຢັ້ງເປັນ​ການ​ຊົ່​ວຄາວ ໃນ​ຕອນ​ເຊົ້າ​ມື້​ນີ້. ພ​ວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັ້ນ​ກົດ​ລະ​ບຽບ​ໃໝ່​ທີ່ຮ້າຍ​ແຮງ ​ຊຶ່ງມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ມື້​ວານ​ນີ້.”

ທ່ານ​ນາງ​ໂຄ​ຣ ກ່າວ​ວ່າ “ກົດ​ລະ​ບຽບ​ໃໝ່​ອາດ​ເປັນທີ່ໜ້າ​ຢ້ານ​ກົວ​ແທ້ໆ ​ສຳ​ລັບຫຼາຍ​ພັນ​ຄົນ ໂດຍ​ສະ​ເພາະ​ພວກ​ທີ່​ໄດ້​ລໍ​ຖ້າ​ຢູ່ໃນ​ເມັກ​ຊິ​ໂກເປັນ​ໄລ​ຍະ​ເວ​ລາ​ອັນ ຍາວ​ນານ ເນື່ອງ​ຈາກການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ຂອງ​ລັດ​ຖະ​ບານ​ມາຍາວ​ນານ ​ໃນ​ການ​ສົ່ງ​ພວກ​ຂໍ​ລີ້​ໄພ​ກັບ​ຄືນ​ຢູ່​ຊາຍ​ແດນ​ພາກ​ໃຕ້​ ໂດຍ​ຜ່ານການ​ວັດ​ແທກແລະ ​ກົນ​ລະ​ຍຸດ​ອື່ນໆ.”

ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ​ ກົດ​ລະ​ບຽບ​ໃໝ່ ໝາຍ​ຄວາມ​ວ່າເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່​ໃນ​ລະ​ບົບ​ການ​ຂໍ​ລີ້​ໄພ​ສະ​ຫະ​ລັດ.

ກ່ອນ​ກົດ​ໝາຍ​ນີ້​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ໄດ້​ໃຫ້​ຂໍ້​ສັງ​ເກດ​ຢູ່​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງວ່າ “ການ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຂອງ ​ພວກ​ຊາວ​ຕ່າງ​ດ້າວ” ທີ່​ມາ​ເຖິງ​ຊາຍ​ແດນ ​ສະ​ຫະ​ລັດ​ຕິດ​ກັບເມັກ​ຊິ​ໂກ ຊຶ່ງ​ໄດ້ ເພີ້ມໃສ່ “ພຽງ​ແຕ່​ຈຳ​ນວນ​ນ້ອ​ຍໆ​ ຂອງສ່ວນ​ບຸກ​ຄົນ​ເຫຼົ່າ​ນີ້” ​ທີ່​ມີ​ຄຸນ​ນະ​ສົມ​ບັດ​ໃນ​ການ​ຂໍ​ລີ້​ໄພນັ້ນ.


ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG