ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ທີ່​ຖືກ​ປະ​ນາມ ​ໃນການ​ໃຊ້​ຄຳ​ເວົ້າທີ່ "ແບ່ງ​ແຍກເຊື້ອ​ຊາດ ​ຜິວ​ພັນ" ຍັງ​ສືບ​ຕໍ່ ໂຈມ​ຕີ​ສະ​ມາ​ຊິກ ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍ່າງ​ຜ່ານ​ເດີ່ນ​ຫຍ້າ​ຕອນໃຕ້​ ​ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຮອດ​ທຳ​ນຽບ​ຂາວ. 30 ມິ​ຖຸ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍ່າງ​ຜ່ານ​ເດີ່ນ​ຫຍ້າ​ຕອນໃຕ້​ ​ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຮອດ​ທຳ​ນຽບ​ຂາວ. 30 ມິ​ຖຸ​ນາ, 2019.

ສະ​ມາ​ຊິກ​ສະ​ພາ​ຕ່ຳແມ່​ຍິງ ສະ​ຫະ​ລັດ ທ່າ​ນ​ນາງ ອິ​ລ​ຮານ ໂອ​ມາ ໄດ້​ຂຽນ​ຂໍ້​ຄວາມ​ໃນ​
ທວິດເຕີເມື່ອຕອນແລງວັນພຸດວານນີ້ ພ້ອມກັບຮູບຂອງທ່ານນາງເອງ ໃນຫ້ອງການ
ສະພາຕ່ຳ ສະຫະລັດ ແລະຂໍ້ຄວາມສຳລັບປະທານາທິບໍດີ ດໍໂນລ ທຣຳ ແລະ ຜູ້ສະ
ໜັບສະໜູນຂອງທ່ານ, ຜູ້ທີ່ໃນສອງສາມວັນທີ່ຜ່ານມາ ໄດ້ແນະນຳຊ້ຳແລ້ວຊ້ຳອີກ ໃຫ້
ທ່ານນາງ “ກັບຄືນ” ໄປປະເທດບ້ານເກີດຂອງລາວ ເຊິ່ງແມ່ນ ໂຊມາເລຍ.

ທ່ານ​ນາງ ໂອ​ມາ ໄດ້​ຂຽນ​ວ່າ “ຂ້າ​ພະ​ເຈົ້າ​ຢູ່​ໃນ​ບ່ອນ​ທີ່​ເປັນ​ພູມ​ລຳ​ເນົາ​ຂອງ​ຂ້າ​ພະ​ເຈົ້າ,
ຢູ່ສະພາຕ່ຳຂອງປະຊາຊົນ ແລະ ເຈົ້າກໍມີແຕ່ຈະຕ້ອງໄດ້ຮັບມືກັບມັນ.”

ການ​ຕອບ​ໂຕ້​ຂອງ​ທ່ານ​ນາງ ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ທ່ານ ທ​ຣຳ, ເປັນ​ມື້​ທີ​ສີ່​ລຽນ​ຕິດ ແລ້ວ,
ໄດ້ໂຈມຕີທ່ານນາງ ໂອມາ ແລະ ແມ່ຍິງທີ່ບໍ່ແມ່ນຄົນຜິວຂາວອື່ນໆອີກ 3 ຄົນໃນ​ສະ​ພາ
ຕ່ຳ, ສືບຕໍ່ສົງໄສໃນຄວາມຈົງຮັກພັກດີຂອງເຂົາເຈົ້າຕໍ່ປະເທດ ແລະ ໄດ້ສະເໜີໃຫ້ເຂົາ
ເຈົ້າອອກໄປຈາກປະເທດ.

ທ່ານ ທ​ຣຳ ໄດ້​ກ່າວ​ກ່ຽວ​ກັບສະ​ມາ​ຊິກ​ສ​ະ​ພາ​ຕ່ຳ​ທ່ານ​ນາງ ໂອ​ມາ, ທ່ານ​ນາງ ອາ​ເລັກ​
ແຊນເດຣຍ ໂອຄາຊີໂອ ຄໍເທັສ, ທ່ານນາງ ອາຢານາ ເພຣັສລີ ແລະ ທ່ານນາງ ຣາຊີ
ດາ ຕລາອິບ ວ່າ “ຂ້າພະເຈົ້າຄິດວ່າໃນບາງກໍລະນີ ເຂົາເຈົ້າຊັງ ອາເມຣິກາ.”

ໃນ​ເວ​ລາ​ທີ່ທ່ານ ທ​ຣຳ ໄດ້​ກ່າວ​ຫາ​ທ່ານ​ນາງ ໂອ​ມາ, ເຊິ່ງ​ແມ່ນ​ອົບ​ພະ​ຍົບສົງ​ຄາມ​
ຈາກປະເທດ ໂຊມາເລຍ, ກ່ຽວກັບ “ຄຳເວົ້າຕໍ່ຕ້ານຊາວ ຢິວ” ນັ້ນ, ກຸ່ມຜູ້ສະໜັບສະ
ໜູນຂອງທ່ານໃນລັດ ຄາໂຣໄລນາເໜືອ ໄດ້ຮ້ອງຕອບວ່າ “ສົ່ງລາວກັບບ້ານ.”

ທ່ານ ທ​ຣຳ ໄດ້​ປະ​ກາດ​ໃນ​ການໂຮມຊຸມ​ນຸມ​ວ່າ “ສະ​ມາ​ຊິກ​ສະ​ພາ​ແມ່​ຍິງ​ພວກ ນີ້,
ຄວາມເວົ້າຂອງເຂົາເຈົ້າແມ່ນກຳລັງຊ່ວຍເຕີມເຊື້ອໄຟ ໃຫ້ການເຕີບໂຕຂຶ້ນຂອງ
ພວກປີກຊ້າຍຫົວຮຸນແຮງຈັດ. ແຕ່ມັນກໍບໍ່ເປັນຫຍັງ ເພາະວ່າພວກເຮົາຈະຊະນະ
ການເລືອກຕັ້ງນີ້ ຄືບໍ່ເຄີຍມີໃຜໄດ້ເຫັນມາກ່ອນ.”

ຫຼັງ​ຈາກ​ການ​ຮ້ອງ​ຂຶ້ນບໍ່​ດົນ, ທ່ານ​ນາງ ໂອ​ມາ ໄດ້​ອອກ​ມາ​ຕອບ​ໂຕ້​ໃນ​ທວິດ​ເຕີ ດ້ວຍ​
ການໃຊ້ຄຳເວົ້າຂອງທ່ານນາງ ມາຢາ ແອນເຈີລູ ນັກກະວີອາເມຣິກັນ ທີ່ມີຊື່ສຽງ.

ທ່ານ​ນາງ ໂອ​ມາ ໄດ້​ຂຽນ​ວ່າ “ເຈົ້າ​ອາດ​ຈະ​ຍິງ​ຂ້ອຍ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ. ເຈົ້າ​ອາດ
ຈະປາດຂ້ອຍດ້ວຍສາຍຕາຂອງເຈົ້າ. ເຈົ້າອາດຈະຂ້າຂ້ອຍດ້ວຍຄວາມຄຽດຊັງຂອງ
ເຈົ້າ, ແຕ່ຈັງໃດກໍຕາມ, ຄືກັບອາກາດ, ຂ້ອຍຈະລຸກຂຶ້ນສູງ.”

ການ​ຢັ່ງ​ຫາງ​ສຽງ​ແຫ່ງ​ຊາດຫຼາຍ​ຄັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ທ​ຣຳ ກຳ​ລັງມີ​ຄະ
ແນນນຳຫຼັງໃນການແຂ່ງຂັນກັບຜູ້ລົງແຂ່ງຂັນທີ່ນຳໜ້າຂອງພັກເດໂມແຄຣັດ ຫຼາຍ
ຄົນ ຜູ້ທີ່ກຳລັງແຂ່ງຂັນກັນ ເພື່ອເປັນຜູ້ຖືກສະເໜີຊື່ໂດຍພັກຂອງເຂົາເຈົ້າ ເພື່ອປະ
ເຊີນກັບທ່ານປະທານາທບໍດີ ໃນການເລືອກຕັ້ງຂອງປີໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG