ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ເຊີນ​ກັບ ຂີດ​ເສັ້ນ​ຕາຍ ທີ່​ຈະ​ຂະ​ຫຍາຍ ຂີດ​ຈຳ​ກັດ ​ການ​ກູ້​ຢືມ​ເງິນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ ສ​ຕ​ີ​ຟ ມະ​ນູ​ຊິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ ທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ກໍ​ລະ​ກົດ, 2019.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ ສ​ຕ​ີ​ຟ ມະ​ນູ​ຊິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ ທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ກໍ​ລະ​ກົດ, 2019.

ທຳ​ນຽບ​ຂາວ ແລະ ສະ​ພາ​ຕ່ຳ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາທີ່ຫຍຸ້ງ​ຍາກ ແລະ ຈະ​ດຳ
ເນີນໄປຈົນຮອດນາທີສຸດທ້າຍນຳກັນ ກ່ຽວກັບ ການຈຳກັດການກູ້ຢືມເງິນຂອງລັດຖະ
ບານ ສະຫະລັດ ແລະ ຕົກລົງ ກ່ຽວກັບ ລະດັບການໃຊ້ຈ່າຍໃໝ່ ສຳລັບສອງປີທີ່ຈະມາ
ເຖິງນີ້.

ຂໍ້​ຄວາມ​ໃນ​ທວິດ​ເຕີຄັ້ງ​ຫຼ້າ​ສຸດຫຼາຍ​ສະ​ບັບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຕໍ່​ສະ​ມາ​
ຊິກສະພາ ຫົວກ້າວໜ້າພັກເດໂມແຄຣັດ ສີ່ຄົນ ແລະ ການໂຄສະນາຫາສຽງເລືອກຕັ້ງ
ປະທານາທິບໍດີປີ 2020 ໃນຂັ້ນຕົ້ນນັ້ນ ແມ່ນກຳລັງໄດ້ຮັບຄວາມສົນໃຈ ໃນນະຄອນ
ຫຼວງ ວໍຊິງຕັນ. ແຕ່ຜົນທີ່ອອກມາ ຂອງການປຶກສາຫາລືຢູ່ເບື້ອງຫຼັງ ລະຫວ່າງລັດຖະ
ມົນຕີການເງິນ ທ່ານ ສຕີຟ ມະນູຊິນ ແລະ ປະທານສະພາຕ່ຳທ່ານນາງ ແນນຊີ ເພໂລ
ຊີ ກ່ຽວກັບ ຂີດຈຳກັດໜີ້ສິນ ເຊິ່ງເປັນ ຂີດຈຳກັດ ກ່ຽວກັບ ການກູ້ຢືມເງິນເພື່ອມາບໍລິ
ຫານລັດຖະບານ ແລະ ງົບປະມານປີ 2020 ອາດພິສູດໃຫ້ເຫັນຜົນທີ່ຈະຕາມມາຫຼາຍ
ຂຶ້ນ.

ການ​ຕົກ​ລົງ ກ່ຽວ​ກັບ ຂີດ​ຈຳ​ກັດ​ໜີ້​ສິນ​ໃໝ່ ແລະ ຂໍ້​ຕົກ​ລົງ​ ກ່ຽວ​ກັບ ແຜນ​ການ​ໃຊ້​ຈ່າຍ​
ສອງປີສະບັບໃໝ່ ທີ່ຈະເລີ່ມຕົ້ນໃນເດືອນຕຸລານັ້ນ ອາດເອົາສອງບັນຫາດັ່ງກ່າວອອກ
ຈາກການພິຈາລະນາ ກ່ອນການລົງແຂ່ງຂັນເລືອກຕັ້ງເພື່ອດຳລົງຕຳແໜ່ງອີກສະໄໝ
ຂອງທ່ານ ທຣຳ ໃນເດືອນພະຈິກ 2020 ແລະ ຄວາມພະຍາຍາມຂອງພັກເດໂມແຄຣັດ
ທີ່ຈະຂັບໄລ່ທ່ານອອກຈາກຕຳແໜ່ງ ຫລັງຈາກນຶ່ງສະໄໝໃນທຳນຽບຂາວ.

ຂີດ​ຈຳ​ກັດ​ໜີ້​ສິນ​ເກົ່າ​ທີ່​ດົນ​ເຖິງ​ສັດ​ຕະ​ວັດ ແມ່ນ​ຂໍ້​ຈຳ​ກັດ​ທາງ​ກົດ​ໝາຍ ກ່ຽວ​ກັບ ຈຳ​
ນວນເງິນ ທີ່ລັດຖະບານສາມາດຢືມ ເພື່ອຊ່ວຍໃນການຂາດແຄນລາຍຮັບ. ໃນເດືອນ
ມີນາທີ່ຜ່ານມາ, ຂີດຈຳກັດໜີ້ສິນແມ່ນໄດ້ໝົດອາຍຸລົງ ແລະ ໜີ້ສິນໃນຕອນນີ້ລວມ
ທັງໝົດແມ່ນ ຊາວສອງພັນຫ້າຮ້ອຍຕື້ໂດລາ.

ທ່ານ ມະ​ນູ​ຊິນ, ເຊິ່ງ​ແມ່ນ​ຄົນ​ສຳ​ຄັນ​ຂອງ​ທ່ານ ທ​ຣຳ ໃນ​ການ​ເຈ​ລະ​ຈາ​ງົບ​ປະ​ມານ​
ການໃຊ້ຈ່າຍ, ແລະ ທ່ານນາງ ເພໂລຊີ, ຜູ້ນຳຂອງສະພາຕ່ຳທີ່ພັກເດໂມແຄຣັດເປັນ
ຜູ້ຄວບຄຸມນັ້ນ, ໄດ້ທຳການເຈລະຈາຫຼາຍຄັ້ງໃນສອງສາມວັນທີ່ຜ່ານມາ ແລະ ໄດ້
ທຳຄວາມກ້າວໜ້າ ໃນການບັນລຸຂໍ້ຕົກລົງ ແຕ່ບໍ່ໄດ້ຮອດຂັ້ນສຸດທ້າຍເທື່ອ, ອີງຕາມ
ລາຍງານຂ່າວ. ທ່ານນາງ ເພໂລຊີ ໄດ້ປະຕິເສດ ທີ່ຈະເຮັດຂໍ້ຕົກລົງ ກ່ຽວກັບ ການ
ເພີ່ມຂີດຈຳກັດເງິນກູ້ຢືມ ຈົນກວ່າທັງສອງຝ່າຍຈະຕົກລົງກັນໄດ້ກ່ຽວກັບ ລະດັບ
ການໃຊ້ຈ່າຍເຊັ່ນກັນ.

ການ​ປຶກ​ສາ​ຫາ​ລື​ແມ່ນ​ຊັບ​ຊ້ອນ​ ຍ້ອນ​ຕາ​ຕະ​ລາງຂອງ​ລັດ​ຖະ​ສະ​ພາ, ເຊິ່ງ​ບັນ​ດາ​ສະ​
ມາຊິກສະພາຕ່ຳມີກຳນົດທີ່ຈະອອກໄປຈາກນະຄອນຫຼວງ ວໍຊິງຕັນ ໃນວັນທີ 26 ກໍ
ລະກົດ ສຳລັບການພັກຜ່ອນລະດູຮ້ອນ ປະຈຳປີ 5 ອາທິດຂອງເຂົາເຈົ້າ ແລະ ສະ
ພາສູງກໍຈະຕາມໄປນຶ່ງອາທິ ດຫຼັງຈາກນັ້ນ. ການທີ່ວ່າ ທ່ານ ທຣຳ ຈະເຊັນຂໍ້ຕົກລົງ
ໃດໆທີ່ໄດ້ບັນລຸໂດຍທ່ານ ມະນູຊິນ ແລະ ທ່ານນາງ ເພໂລຊີ ຫຼືບໍ່ດັ່ງນັ້ນ ຍັງເປັນທີ່
ຕ້ອງສົງໄສຢູ່, ເຖິງແມ່ນວ່າລັດຖະມົນຕີກະຊວງການເງິນ ໄດ້ລາຍງານສັ້ນ ກ່ຽວກັບ
ການປຶກສາຫາລືທີ່ກຳລັງດຳເນີນຢູ່ໃຫ້ທ່ານປະທານາທິບໍດີຊາບກໍຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG