ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສະ​ຫະ​ລັດ ລົງ​ຄະ​ແນນ​ສຽງ ເພື່ອ​ກ່າວ​ປະ​ນາມ ຄຳ​ເວົ້າທີ່ "ແບ່ງ​ແຍກ​ເຊື້ອ​ຊາດ​ ຜິວ​ພັນ​ຂອງ​ທ່ານ ທ​ຣຳ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ, ຊ້າຍ, ແນມ​ເບິ່ງ​ເຈ້ຍ ທີ່​ທ່ານ ທ​​ຣຳ ຈັບຢູ່ ກ່ຽວ​ກັບ ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ​ນາງ ອິ​ລ​ຮານ ໂອ​ມາ ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ຂາວ. ນະ​ຄອນຫຼວງວໍ​ຊິງ​ຕັນ. 16 ກໍ​ລະ​ກົດ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ, ຊ້າຍ, ແນມ​ເບິ່ງ​ເຈ້ຍ ທີ່​ທ່ານ ທ​​ຣຳ ຈັບຢູ່ ກ່ຽວ​ກັບ ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ​ນາງ ອິ​ລ​ຮານ ໂອ​ມາ ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ຂາວ. ນະ​ຄອນຫຼວງວໍ​ຊິງ​ຕັນ. 16 ກໍ​ລະ​ກົດ, 2019.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ 4 ຄົນ​ໄດ້​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ໝົດ​ທຸກ​
ຄົນໃນສະພາຕ່ຳ ໃນຕອນແລງຂອງວັນອັງຄານວານນີ້ ເພື່ອຮັບຮອງຮ່າງຍັດຕິ ກ່າວ
ປະນາມຄຳເວົ້າ “ແບ່ງແຍກເຊື້ອຊາດຜິວພັນ” ຂອງປະທານາທິບໍດີ ດໍໂນລ ທຣຳ ກ່ຽວ
ກັບ ພວກສະມາຊິກສະພາຕ່ຳຊົນກຸ່ມນ້ອຍຂອງພັກເດໂມແຄຣັດ.

ຮ່າງຍັດຕິ​ສະ​ພາ​ຕ່ຳ, ເຊິ່ງ​ໄດ້​ຮັບ​ຜ່ານ ​ດ້ວຍຄະ​ແນນ​ສຽງ 240 ຕໍ່ 187 ນັ້ນ, ໄດ້​ “ກ່າວ​
ປະນາມຄຳເວົ້າທີ່ເປັນການແບ່ງແຍກເຊື້ອຊາດຜິວພັນຢ່າງແຮງຂອງທ່ານ ທຣຳ ທີ່
ໄດ້ເຮັດໃຫ້ມີຄວາມຢ້ານກົວ ແລະ ຄຽດຊັງຕໍ່ຄົນ ອາເມຣິກັນໃໝ່ ແລະ ຄົນຜິວດຳນັ້ນ.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້ຮຽກ​ຮ້ອງ​ໃຫ້​ສະ​ພາ​ສາ​ມັກ​ຄີ​ກັນ​ໃນ​
ການ “ກ່າວປະນາມຄຳເວົ້າທີ່ແບ່ງແຍກເຊື້ອຊາດຜິວພັນຂອງທ່ານ ທຣຳ ໃນທວິດເຕີ.”

ຄຳ​ເວົ້າ​ຂອງ​ທ່ານ​ນາງ ໄດ້​ກໍ່​ໃຫ້​ເກີດ​ການ​ຄັດ​ຄ້ານ​ຢ່າງ​ເປັນ​ທາງ​ການ​ຈາກ​ສະ​ມາ​ຊິກ​
ສະພາຕ່ຳ ທ່ານ ດັກ ຄອລລິນສ໌, ຜູ້ທີ່ໄດ້ໂຕ້ແຍ້ງວ່າ ຄຳເວົ້າຂອງປະທານສະພາຕ່ຳ
ໄດ້ລະເມີດ “ຈັນຍາບັນຂອງສະພາຕ່ຳ. ແນວໃດກໍຕາມ, ການລົງຄະແນນສຽງຂອງ
ສະພາຕ່ຳກໍໄດ້ປະຕິເສດການຮຽກຮ້ອງຂອງພັກຣີພັບບລີກັນ ເພື່ອຫ້າມຄຳເຫັນຂອງ
ທ່ານນາງ ເພໂລຊີ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທ່ານ ແດນ ມິວ​ເຊີ ໄດ້​ກ່າວ​ວ່າ “ການ​ໃສ່​ຮ້າຍ​ທີ່ບໍ່​ມີ​ສາ​ລະ​ນີ້ ໄດ້
ສ້າງຄວາມເສຍຫາຍໃຫ້ປະເທດຂອງພວກເຮົາແທ້ໆ.”

ທ່ານ ທ​ຣຳ, ຜູ້​ທີ່​ກຳ​ລັງ​ມີ​ບັນ​ຫາ​ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ໃຫ້​ຄຳ​ເຫັນ​ໃນ​ທວິດ​ເຕີ​ເມື່ອ​ວັນ​ອາ
ທິດທີ່ຜ່ານມານັ້ນ, ແມ່ນບໍ່ໄດ້ປ່ຽນຄວາມຄິດເຫັນຂອງທ່ານ. ທ່ານໄດ້ໃຊ້ທວິດເຕີໃນ
ຕອນຄ່ຳຂອງວັນອັງຄານວານນີ້ເພື່ອຍົກຍ້ອງສະມາຊິກພັກຣີພັບບລີກັນ ຜູ້ທີ່ໄດ້ລົງ
ຄະແນນສຽງຄັດຄ້ານຕໍ່ຮ່າງຍັດຕິດັ່ງກ່າວ ແລະ ທ່ານໄດ້ສືບຕໍ່ວິຈານ ສະມາຊິກສະ
ພາຕ່ຳຍິງ ທ່ານນາງ ອິລຮານ ໂອມາ, ອາເລັກແຊນເດຣຍ ໂອຄາຊີໂອ ຄໍເທັສ, ທ່ານ
ນາງ ອາຢານາ ເພຣັສລີ ແລ ທ່ານນາງ ຣາຊີດາ ຕະໄລອິບ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ມັນ​ດີຫຼາຍ​ທີ່​ໄດ້​ເຫັນ​ວ່າ​ພັກ​ຣີ​ພັບ​ບ​ລີ​ກັນ​ມີ​ຄວາມ​ສາ​ມັກ​ຄີ​ກັນ
ຫຼາຍຊ່ຳໃດກັບ ການລົງຄະແນນສຽງຂອງມື້ນີ້ ກ່ຽວກັບ ຄຳເວົ້າທີ່ຂ້າພະເຈົ້າໄດ້ເວົ້າຕໍ່
ສະມາຊິກສະພາຕ່ຳຍິງ 4 ຄົນຈາກພັກເດໂມແຄຣັດນັ້ນ. ຖ້າເຈົ້າຢາກເຫັນຄຳເວົ້ານັ້ນ
ແທ້, ໃຫ້ເຈົ້າເບິ່ງສິ່ງທີ່ຊົ່ວຮ້າຍທີ່ເຂົາເຈົ້າໄດ້ເວົ້າ ກ່ຽວກັບ ປະເທດຂອງເຮົາ, ອິສຣາ
ແອລ ແລະ ຫຼາຍໆຢ່າງອີກ.”

ທ່ານ ທ​ຣຳ, ຜູ້​ທີ່​ໄດ້​ກ່າວ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ດັ່ງ​ກ່າວ​ຄວນ​ອອກ​ໄປ​ຈາກ ສະ​
ຫະລັດ ນັ້ນ, ໄດ້ຖືກນັກຂ່າວຖາມໃນລະຫວ່າງກອງປະຊຸມຄະນະລັດຖະມົນຕີໃນ
ຕອນເຊົ້າວັນອັງຄານວານນີ້ວ່າ ເຂົາເຈົ້າຄວນໄປໃສ?

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຕອບ​ວ່າ “ມັນ​ຂຶ້ນ​ກັບ​ເຂົາ​ເຈົ້າ, ບ່ອນ​ໃດ​ກໍ​ໄດ້​ທີ່​ເຂົາ​ເຈົ້າ​ຢາກ
ໄປ ຫຼື ເຂົາເຈົ້າຈະຢູ່ກໍໄດ້. ແຕ່ເຂົາເຈົ້າຄວນຮັກປະເທດຂອງເຮົາ. ເຂົາເຈົ້າບໍ່ຄວນ
ຊັງປະເທດຂອງເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG