ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ​ຜູ້​ພິ​ພາກ​ສາ ຈອນ ພອ​ລ ສະ​ຕີ​ເວັນ​ສ໌ ໄດ້​ເຖິງ​ແກ່ ມໍ​ລະ​ນະ​ກຳແລ້ວ ​ຮວມອາ​ຍຸ​ໄດ້ 99 ປີ


ຜູ້​ພິ​ພາກ​ສາ​ສ​ານ​ສູງ​ສຸດ ທີ່​ບຳ​ນານ​ແລ້ວ ທ່ານ​ຈອນ ພອ​ລ ສະ​ຕີ​ເວັນ​ສ໌ ​ລາຍ​ງານກ່ຽວ​ກັບ​ການ​ເພີ້ມ​ເງິນໃຊ້​ຈ່າຍ​ໃນ​ການ​ເລືອກ​ຕັ້ງ ຕໍ່​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ສະ​ພາ​ສ​ູງ ທີ່​ລັດ​ຖະ​ພາ ວັນ​ທີ 30 ເມ​ສາ 2014.
ຜູ້​ພິ​ພາກ​ສາ​ສ​ານ​ສູງ​ສຸດ ທີ່​ບຳ​ນານ​ແລ້ວ ທ່ານ​ຈອນ ພອ​ລ ສະ​ຕີ​ເວັນ​ສ໌ ​ລາຍ​ງານກ່ຽວ​ກັບ​ການ​ເພີ້ມ​ເງິນໃຊ້​ຈ່າຍ​ໃນ​ການ​ເລືອກ​ຕັ້ງ ຕໍ່​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ສະ​ພາ​ສ​ູງ ທີ່​ລັດ​ຖະ​ພາ ວັນ​ທີ 30 ເມ​ສາ 2014.

ຜູ້​ພິ​ພາກ​ສາ​ສ​ານ​ສູງ​ສຸດ ທີ່​ບຳ​ນານ​ແລ້ວ ທ່ານ​ຈອນ ພອ​ລ ສະ​ຕີ​ເວັນ​ສ໌ ຜູ້ທີ່​ໄດ້ເຂົ້າຮ່ວມ
​ເປັນ​ຜູ້​ພິ​ພາກ​ສາ​ສານສູງ​ສຸດ ໃນ​ຖາ​ນະ​ຜູ້​ອະ​ນຸ​ລັກ​ນິ​ຍົມ ແຕ່​ໄດ້​ກາຍ​ມາ​ເປັນ​ຜູ້​ພິ​ພາກ
​ສາ​ຫົວ​ເສ​ລີ​ທີ່​ກ້າ​ປາກ​ກ້າ​ເວົ້າ​ທີ່​ສຸດ​ນັ້ນ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ​ໃນ​ວັນ​ອັງ​ຄານ​ວານ
​ນີ້ ອາ​ຍຸ​ໄດ້ 99 ປີ​.

ທ່ານ​ສະ​ຕີ​ເ​ວັນ​ສ໌​ ໄດ້ເປັນ​ລົມ​ສາ​ລະ​ບາດ​ນຶ່ງ​ມື້​ກ່ອນ​ນັ້ນ ແລະ​ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳຢູ່
​ທີ່​ໂຮງ​ໝໍ​ໃນ​ເມືອງ​ຝອດ ລໍ​ເດີເດ​ລ ລັດ​ຟ​ລໍ​ຣິ​ດາ.

ເວ​ລາ​ທ່ານອອກບຳ​ນານ ​ໃນ​ປີ 2010 ນັ້ນ ທ່ານມີອາ​ຍຸໄດ້ 90 ປີ ທ່ານ​ສະ​ຕີເ​ວັນ​ສ໌ ແມ່ນ​
ເປັນ​ຜູ້​ມີ​ອາ​ຍຸ​ສູງ​ສຸດ ແລະ​ເປັນ​ຄົນ​ທີ​ສອງ ທີ່​ໄດ້​ຮັບ​ໜ້າ​ທີ່ ​ເປັນ​ຜູ້​ພິ​ພາກ​ສາຍາວ​ນານ​ທີ່​
ສຸດ ​ໃນປະ​ຫວັດ​ສາດ​ຂອງສານ​ສະ​ຫະ​ລັດ​.

ທຳ​ນຽບ​ຂາວ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານ​ນີ້ ສ​ະ​ແດງ​ຄວາມ​ເສົ້າ
​ສະ​ຫລົດ​ໃຈ ຂອງ​ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ພັນ​ລະ​ຍາ ທ່ານ​ນາງ​ເມລ​າ​ເນຍ.

ຖະ​ແຫຼງ​ການ​ກ່າວ​ວ່າ “ວຽກ​ງານ​ຂອງ​ທ່ານ​ເກືອບ 35 ປີ ຢູ່​ສານ​ສູງ​ສຸດ ຈະສືບຕໍ່​ຫຼໍ່​ຫຼອມ
​ຂອບ​ກົດ​ໝາຍຂອງ​ປະ​ເທດ​ພວກ​ເຮົາ​ຕໍ່ໄປ​ອີກ​ໃນ​ຫຼາຍ​ປີ​ຂ້າງ​ໜ້າ. ຄວາມຮູ້​ສຶກ​ອັນ​ແຮງ
​ກ້າຂອງ​ທ່ານ​ຕໍ່​ກົດ​ໝາຍ ແລະ​ເພື່ອ​ປ​ະ​ເທດ​ຂອງ​ພວກ​ເຮົາ ຈະ​ບໍ່ຖືກຫລົງ​ລືມ​ແຕ່​ຢ່າງ​
ໃດ​ເລີຍ.”

ທ່ານ​ສະ​ຕິ​ເ​ວັນ​ສ໌ ໄດ້​ເກີດ​ຢູ່​ນະ​ຄອນ​ຊິ​ຄາ​ໂກ ລັດ​ອິ​ລ​ລິ​ນອຍ ​ທາງພາ​ກ​ກາງຂອງ​ສະ​
ຫະ​ລັດ ຈາກຄອບ​ຄົວ​ທຸ​ລະ​ກິດ ທີ່​ຮັ່ງ​ມີ. ໃນ​ປີ 1928 ພໍ່​ຕູ້​ຂອງ​ທ່ານ​ໄດ້​ເປີດ​ ​ໂຮງ​ແຮມ
​ທີ່​ໃຫຍ່​ສຸດ​ຂອງ​ໂລກ ​ໃນ​ເວ​ລານັ້ນ. ​ໂຮງ​ແຮມ​ດັ່ງ​ກ່າວ ​ຍັງມີ​ການບໍ​ລິ​ຫານ​ຢູ່​ຈົນຮອດ​ມື້​ນີ້.

John Paul Stevens, who served on the Supreme Court for nearly 35 years and became its leading liberal, has died. He was 99.

Stevens' influence was felt on issues including abortion rights, protecting consumers and placing limits on the death penalty. He led the high court's decision to allow terrorism suspects held at Guantanamo Bay to plead for their freedom in U.S. courts.

As a federal appeals court judge in Chicago, Stevens was considered a moderate when Republican President Gerald Ford nominated him. On the Supreme Court he became known as an independent thinker and a voice for ordinary people against powerful interests.

He retired in June 2010 at age 90, the second oldest justice in the court's history.

XS
SM
MD
LG