ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​​ ສະ​ຫະ​ລັດ ​ປະ​ຕິ​ຍານ​ ວ່າ ຈະ​ຕໍ່​ສູ້ ກັບ​ອັນ​ທີ່​ເອີ້ນ​ວ່າ ​ຄື້ນ​ຟອງ​ຕໍ່​ຕ້ານ ຊາວຢິວ


ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຍຸ​ຕິ​ທຳ ວິ​ລ​ລຽມ ບາ ຮ່ວມ​ກັບ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​​ຍຸ​ຕິ​ທຳ ທ່ານ Jeffrey A. Rosen, ໃນກອງ​ປະຊຸມ​ສຸດຍອດ​ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ເພື່ອ​ປາບ​ປາມ​ການ​ຕໍ່​ຕ້ານ​ຊາວ​ຢິວ​, 15 ກໍ​ລະ​ກົດ 2019.
ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຍຸ​ຕິ​ທຳ ວິ​ລ​ລຽມ ບາ ຮ່ວມ​ກັບ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​​ຍຸ​ຕິ​ທຳ ທ່ານ Jeffrey A. Rosen, ໃນກອງ​ປະຊຸມ​ສຸດຍອດ​ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ເພື່ອ​ປາບ​ປາມ​ການ​ຕໍ່​ຕ້ານ​ຊາວ​ຢິວ​, 15 ກໍ​ລະ​ກົດ 2019.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ປະ​ຕິ​ຍານ​ ໃນ​ວັນ​ຈັນ​ວານ​ນີ້ວ່າ
ຈະ​ຕໍ່​ສູ້ ກັບ​ອັນ​ທີ່​ພວກເຂົາເຈົ້າເວົ້າ​ວ່າ ເປັນ​ຄື້ນ​ຟອງ ​ຕໍ່​ຕ້ານຊາວຢິວ ໃນ​ເວ​ລາ​ທີ່​
ເກີດຄວາມ​ຮຸນ​ແຮງເພີ້ມ​ຂຶ້ນ ​ແລະ​ພາ​ໃຫ້​ມີ​ການ​ສັງ​ຫານ​ໝູ່ນັ້ນ.

​ໂດຍເອີ້ນ​ການ​ຕໍ່​ຕ້ານ​ຊາວຢິວ ​ວ່າ ເປັນ “ມະ​ເຮັງ,” ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ
ວິ​ລ​ລຽມ ບາ​ ໄດ້​ກ່າວ​ວ່າ ທ່ານ​ແມ່ນ​ເປັນ​ຫ່ວງ​ເປັນ​ໃຍ​ຢ່າງ​ໃຫຍ່​ຫຼວງ ກ່ຽວ​ກັບ​ການ
​ເພີ້ມ​ຂຶ້ນ​ຂອງ​ອາ​ຊະ​ຍາ​ກຳ​ທີ່ກຽດ​ຊັງ ແລະ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ ຊຶ່ງ​ຮວມ​ທັງ
"ຂີດ​ໝາຍ​ຂອງ​ການ​ເພີ້ມ​ຂຶ້ນ" ໃນ​ການ​ໂຈມ​ທີ່​ແນ​ເປົ້າໝ​າຍ​ໃສ່ບັນ​ດາ​ສະ​ມາ​ຊິກ
ຂອງປະ​ຊາ​ຄົມ​ຊາວອາ​ເມ​ຣິ​ກັນ ເຊື້ອ​ສາຍ​ຢິວ.

ອາ​ຊະ​ຍາ​ກຳ​ການ​ທີ່​ກຽດ​ຊັງໃນ​ສະ​ຫະລັດ ແມ່ນ​ເພີ້ມ​ຂຶ້ນ 31 ເປີ​ເຊັນ ລະ​ຫວ່າງ 2014
ຫາ 2017 ໃນ​ຂະ​ນະ​ທີ່ເຫດ​ການກ່ຽວ​ກັບ​ການ​ຕໍ່​ຕ້ານ​ຊາວ​ຢິວ ​ແມ່ນ​ໄດ້​ເພີ້ມ​ຂຶ້ນ ​ຫຼາຍ
ກວ່າ 50 ເປີ​ເຊັນ ໃນ​ໄລ​ຍະ​ດຽວ​ກັນ, ອີງ​ຕາມສະ​ຖິ​ຕິ​ຫວ່າງ​ມໍ່ໆ ​ມາ​ນີ້​ຂອງ​ອົງ​ການ​ສັນ​ຕິ
​ບານ​ກາງ​ສະ​ຫະ​ລັດ. ອາ​ຊະ​ຍາກຳ​ຕໍ່​ຕ້ານ​ຊາວ​ຢິວ ​ສ່ວນ​ໃຫຍ່ ເປັນການ​ໂຈມ​ຕີທາງ​
ສາ​ສະ​ໜາ ທີ່​ຮັກ​ຫຼັງ​ຊັງ​ບ່ຽງ.

“ພວກ​ເຮົາ​ຈະ​ບໍ່​ມີ​ການ​ອົດ​ກັ້ນ ຢ່າງ​ເດັດ​ຂາດ ສຳ​ລັບ​ຄວາມ​ຮຸນ​ແຮງທີ່​ມີ​ແຮງ​ຈູງໃຈ​
ມາ​ຈາກ​ການ​ກຽດ​ຊັງ​ສຳ​ລັບ​ປະ​ຊາ​ຊົນ​ພວກ​ເຮົາ, ​ບໍ່​ວ່າຈະ​ເປັນ​ເຊື້ອຊາດ​ເຜົ່າ​ພັນ​ໃດ,
ເພດ ຫຼື​ບໍ່ ກໍ​ຄວາມ​ເຊື່ອ​ຖື​ໃດ,”
ຊຶ່ງ​ທ່ານ​ບາ ໄດ້​ກ່າວ​ໄວ້ໃນ​ກອງ​ປະຊຸມ​ສຸດຍອດ​ຂອງ
​ກະ​ຊວງ​ຍຸ​ຕິ​ທຳ ເພື່ອ​ປາບ​ປາມ​ການ​ຕໍ່​ຕ້ານ​ຊາວ​ຢິວ​ແລະ​ທ່ານ​ໄດ້ ​ກ່າວ​ຕື່ມ​ວ່
“ຄວາມ​ຮຸນ​ແຮງ​ໃນ​ການ​ຕໍ່​ຕ້ານ​ຊາວ​ຢິວ ​ໂດຍ​ສະ​ເພາະ ແມ່ນ​ປ່າ​ເຖື່ອນ ຍ້ອນ​ວ່າ
ມັນ​ມີ​ຈຸດ​ປະ​ສົງ ແນ​ໃສ່ທັງ​ເຊື້ອ​ຊາດ​ຢິວ​ແລະ​ພວກ​ທີ່ປະ​ຕິ​ບັດ​ສາ​ສະໜາກິດ​ນຳ​ດ້ວຍ.”

“ໃນ​ຖາ​ນະ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ແລະ​ພີ່​ນ້ອງປະ​ຊາ​ຊົນ,” ທ່ານ​ບາ
ກ່າວ​ຕໍ່​ໄປວ່າ “ຂ້າ​ພະ​ເຈົ້າ​ຢາກ​ຈະ​ຄ້ຳ​ປະ​ກັນປະ​ຊາ​ຄົມ​ຊາວ​ຢິວ ​ວ່າກະ​ຊວງ​ຍຸ​ຕິ​ທຳ
ແລະ​ລັດ​ຖະ​ບານ​ກາງ​ທັງ​ໝົດ ແມ່ນ​ຢືນຄຽງ​ຂ້າງກັບພວກທ່ານ ແລະ​ຈະບໍ່ໂຍະ​ຍານ
​ຜ່ອນ​ຜັນຕໍ່​ການ​ໂຈມ​ຕີ​ເຫຼົ່າ​ນີ້.”

ທ່ານ​ບາ ໄດ້​ກ່າວ​ໃຫ້​ຄວາມ​ເຫັນ ໃນ​ໂຄງ​ການ​ທັງ​ວັນ ທີ່​ເນັ້ນ​ເຖິງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ
ຊຶ່ງ​ຮວມ​ທັງ ຜູ້​ອຳ​ນວຍ​ການ​ອົງ​ການ​ສັນ​ຕິ​ບານ​ກາງ​ສະ​ຫະ​ລັດ ທ່ານ Christopher
Wray, ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ ທ່ານ​ນາງ Betsy DeVos ແລະ ລັດ​ຖະ​ມົນ​ຕີ
ກະ​ຊວງການ​ເງິນ ທ່ານ Steven Mnuchin ພ້ອມ​ທັງບັນ​ດາ​ຜູ້​ນຳ​ຈາກ​ປະ​ຊາ​ຄົມ
​ຊາວຢິວ ແລະ​ນັກ​ວິ​ຊາ​ການ​ທັງ​ຫຼາຍ.

ທ່ານ Elan S. Carr ເຈົ້າ​ໜ້າ​ທີ່​ພິ​ເສດ ທີ່​ກຳ​ກັບ​ແລະ​ຮັບ​ຜິດ​ຊອບ​ໃນ​ການ​ປາບ
ປາມ​ແລະ​ຕໍ່​ຕ້ານ​ຊາວ​ຢິວ ໄດ້​ເອີ້ນ​ກອງ​ປະ​ຊຸມ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນີ້​ວ່າ ເປັນ​ສ່ວນ​ນຶ່ງ​
ຂອງ​ຄວາມ​ພະ​ຍາຍາມ​ ທີ່ກວ້າງ​ອອກ​ໄປ ​ຊຶ່ງຈະ​ເຮັດ​ໃຫ້​ການ​ຕໍ່​ຕ້ານ​ຊາວ​ຢິວ ກາຍ​ມາ
​ເປັນ “ການ​ຕໍ່​ສູ້​ຢ່າງກວ້າງ​ຂວາງ​ຂອງ​ລັດ​ຖະ​ບານ​ຊຸດ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG