ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຟິ​ລິບ​ປີນ ຂົ່ມ​ຂູ່​ທີ່​ຈະຕັດ​ ສາຍ​ພົວ​ພັນ​ ທາງ​ການ​ທູດກັບ ​ໄອ​​ຊ໌​ແລນ ຍ້ອນ ການ​ສືບ​ສວນ ​ຂອງ​ ສ​ປ​ຊ


ປະທານາທິບໍດີຟິລິບປີນ ທ່ານ ໂຣດຣີໂກ ດຸເຕີເຕ ໄປຮອດ
ສະໜາມບິນ ໂຈໂລ ແຂວງຊູລູ ທາງພາກໃຕ້ຂອງຟິລິບປີນ, 15 ກໍລະກົດ 2019.
ປະທານາທິບໍດີຟິລິບປີນ ທ່ານ ໂຣດຣີໂກ ດຸເຕີເຕ ໄປຮອດ ສະໜາມບິນ ໂຈໂລ ແຂວງຊູລູ ທາງພາກໃຕ້ຂອງຟິລິບປີນ, 15 ກໍລະກົດ 2019.

ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ ທ່ານ ໂຣດ​ຣີ​ໂກ ດຸ​ເຕີ​ເຕ ​ພວມ​ພິດ​ຈາ​ລະ​ນາ ໃນ​ການ​ຕັດ
​ສາຍ​ພົວ​ພັນທາງ​ການ​ທູດ ​ກັບ​ໄອຊ໌​ແລນ ໃນ​ການ​ນຳ​ພາ ທີ່​ຈະ​ຊຸກ​ຍູ້​ໃຫ້​ສະ​ພາ​ສິດ​ທິ
​ມະ​ນຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ສືບ​ສວນ ການ​ປາບ​ປາມ​ຢ່າງ​ໂຫດ​ຮ້າຍ​ປ່າເຖື່ອນ
ຕໍ່​ຕ້ານ​ຢາ​ເສບ​ຕິດ.

ມາດ​ຕະ​ການ​ດັ່ງ​ກ່າວ, ​ໄດ້ຮັບ​ການ​ອະ​ນຸ​ມັດ ໃນ​ວັນ​ພະ​ຫັດ​ແລ້ວ​ນີ້ ໂດຍ​ການ​ລົງ​
ຄະ​ແນນ​ສຽງ 18 ຕໍ່ 14 ທີ່​ລະ​ບຸ​ເຖິງການ​ສັງ​ຫານແບບ​ຮວບ​ຮັດ​ຕັດ​ຕອນ ການ​ຈັບ​ກຸມ
ໂດຍ​ພະ​ລະ​ການ ແລະ​ການ​ຫາຍ​ຕົວ​ໄປ​ຂອງ​ພວກ​ຜູ້​ຄົນໂດຍ​ເງື້ອມ​ມື​ຂອງຕຳ​ຫຼວດ
ນັບ​ຕັ້ງ​ແຕ່ທ່ານ​ດຸ​ເຕີ​ເຕ ໄດ້ເລີ້ມ​ການ​ປຸກ​ລະ​ດົມ ໃນ​ປີ 2016 ນັ້ນ.

ໂຄ​ສົກ​ຂອງປະ​ທາ​ນາ​ທິ​ບໍ​ດີ ທ່ານ Salvador Panelo ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ
ທີ່ນະ​ຄອນ​ມະ​ນີ​ລາ ໃນ​ແລງວັນ​ຈັນວານ​ນີ້​ວ່າ ​ມະ​ຕິ​ດັ່ງ​ກ່າວໄດ້ສະ​ແດງ ​ໃຫ້​ເຫັນ​ວ່າ
“​ພວກ​ປະ​ເທດ​ມະ​ຫາ​ອຳ​ນາດ​ຕາ​ເວັນ​ຕົກ ​ດູ​ຖູ​ກ​ຢຽດຢາມ​ແບບ​ໃດ ຕໍ່​ການ​ຊົມ​ໃຊ້​
ອະ​ທິ​ປະ​ໄຕຂອງ​ພວກ​ເຮົາ ທີ່​ຈະ​ປົກ​ປ້ອງ ປະ​ຊາ​ຊົນ​ພວກ​ເຮົາ.”

ທ່ານດຸ​ເຕີ​ເຕ ​ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ທີ່​ໂກດ​ແຄ້ນ ຕໍ່ການ​ຕຳ​ໜິ​ຕິ​ຕຽນ ຈາກ​ປະ​ຊາ​ຄົ​ມ​ນາໆ​ຊາດ
ກ່ຽວ​ກັບ​ການ​ປາບ​ປາມ​ຕ້ານ​ຢາ​ເສບ​ຕິດ​ທີ່ນອງ​ເລືອດ. ທ່ານ​ໄດ້​ຖອນ​ຕົວຟິ​ລິບ​ປີນ ​
ອອກຈາກ​ສານ​ອາ​ຍາສາ​ກົນ ໃນ​ຕົ້ນ​ປີ​ນີ້ ຫຼັງ​ຈາກ​ພວກ​ໄອ​ຍະ​ການໃນສານອາ​ຍາ​ສາ​ກົນ
​ທີ່​ມີ​ສຳ​ນັກ​ງານຢູ່ນະ​ຄອນ Hague ໄດ້​ປະ​ກາດ ໃນ​ປີ​ກາຍ​ນີ້​ວ່າ ຕົນໄດ້​ເປີດ​ການ​ສືບ​ສວນ
​ຂັ້ນ​ຕົ້ນທາງ​ອາຍາ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ ຕ້ານ​ມະ​ນຸດຊາດ ທີ່​ພົວ​ພັນ​ການ​ສືບ​ຕໍ່
ໃນ​ການ​ປາບ​ປາມ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG