ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ຕ່ຳ ລົງ​ຄະ​ແນນ​ສຽງ ເພື່ອ​ປະ​ນາມ​ຄວາມ​ຄິດ​ເຫັນ​​ທີ່​ກີດ​ກັນ​ຜິວ​ພັນ ຂອງ​ທ່ານ​ທ​ຣຳ


ສະພາຕ່ຳສະຫະລັດ ທີ່ນຳພາໂດຍພັກເດໂມແຄຣັດ ມີກຳນົດຈະລົງຄະແນນ ສຽງ
ໃນວັນອັງຄານມື້ນີ້ ກ່ຽວກັບຍັດ​ຕິ “ປະນາມ​ການ​ໃຫ້​ຄວາມ​ເຫັນ​ຈຳແນກ ເຊື້ອຊາດ ທີ່ເຈາະຈົງໃສ່ບັນດາສະມາຊິກລັດຖະສະພາ ຂອງປະທານາທິບໍດີ ທຣຳ” ຊຶ່ງເປັນ
ການຕອບໂຕ້ ຕໍ່ການທີ່ທ່ານທຣຳ ໄດ້ຂຽນຂໍ້ຄວາມລັກສະນະ ໂຈມຕີ ບັນດາສະມາຊິກ
ສະພາ 4 ທ່ານທີ່ເປັນຄົນຜິວດຳ ລົງໃນທວີດເຕີ້ຕິດ ຕໍ່ກັນຫຼາຍຄັ້ງ.

ຜູ້ນຳສຽງສ່ວນຫຼາຍຂອງສະພາຕ່ຳ ທ່ານສະເຕັນນີ ໂຮຍເອີ ໄດ້ປະກາດ​ກ່ຽວກັບ
ລົງຄະແນນສຽງດັ່ງກ່າວແລະເວົ້າ​ວ່າ ທ່ານຫວັງວ່າບັນດາສະມາຊິກຈາກ ພັກຣີພັບ
ບລີກັນ ຈະ “ເອົາປະເທດ ມາກ່ອນພັກ” ແລະລົງຄະແນນສຽງເຫັນ ພ້ອມກັບ
ມາດຕະການທີ່ກ່າວນັ້ນພ້ອມພຽງຄຽງຄູ່ກັບບັນດາສະມາຊິກຈາກພັກ ເດໂມແຄຣັດ.

ເນື້ອໄນຂອງຍັດ​ຕິລະບຸວ່າ “ເປັນການປະນາມຢ່າງຮຸນແຮງ ຕໍ່ຄວາມເຫັນຈຳແນກ
ເຊື້ອຊາດຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ໄດ້ເຮັດໃຫ້ຄວາມເຫັນ ນັ້ນຖືກ ແລະໄດ້ເພີ້ມຄວາມຢ້ານກົວ ແລະຄວາມກຽດຊັງຕໍ່ພວກຊາວອາເມຣິ ກັນລຸ້ນໃໝ່ ແລະພວກຄົນຜິວສີອື່ນດ້ວຍການກ່າວວ່າ ເພື່ອນຮ່ວມຊາດຂອງ ພວກເຮົາ ຜູ້ທີ່ເປັນ
ຄົນເຂົ້າມາອາໄສ ແລະພວກເຂົາເຫຼົ່ານັ້ນ ກໍອາດຈະມອງ ເຫັນທ່ານປະທານາທິບໍດີ ຜູ້ທີ່ເຂົ້າມາອາໄສ ຄືກັນ ກໍຄວນ ‘ກັບຄືນ’ ໄປປະ ເທດອື່ນນັ້ນ, ໂດຍການອ້າງວ່າ ພວກຄົນເຂົ້າມາອາໄສ ແລະພວກທີ່ເຂົ້າມາ ຂໍລີ້ໄພ ວ່າເປັນ ‘ພວກບຸກລຸກ’ ແລະດ້ວຍ
ການກ່າວວ່າ ບັນດາສະມາຊິກລັດ ຖະສະພາ ຜູ້ທີ່ເປັນຄົນເຂົ້າມາອາໄສ ຫຼື ຈຳພວກທີ່
ເປັນຄູ່ຮ່ວມງານຂອງພວກ ເຮົາ ຜູ້ທີ່ທ່ານສັນນິຖານຜິດພາດໄປວ່າ ເປັນຄົນເຂົ້າມາ
ອາໄສນັ້ນບໍ່ຄວນໄດ້ ເປັນສະມາຊິກລັດຖະສະພາ ຫຼື ຢູ່ໃນສະຫະລັດອາເມຣິກາ.”

ເປົ້າໝາຍການໂຈມຕີຂອງທ່ານທຣຳ ແມ່ນແນໃສ່ ພວກສະມາຊິກສະພາຕ່ຳ ທ່ານນາງ
ອີລຮານ ໂອມາ ສະມາຊິກສະພາຕ່ຳ ທ່ານນາງ ອາແລັກແຊນເດີ ໂອຄາຊີໂອ-ຄໍເຕັສ ສະມາຊິກສະພາຕ່ຳ ທ່ານນາງອາຢານາ ແພຣັສລີ ແລະ ສະມາຊິກສະພາຕ່ຳ ທ່ານນາງ
ຣາຊີດ ທາເລບ ນັ້ນ ກໍໄດ້ໄປປາກົດຕົວຕໍ່ໜ້າ ບັນດານັກຂ່າວໃນວັນຈັນວານນີ້ ໃນການ
ສະແດງອອກເຖິງກຳລັງ ຂອງການ ປຸ້ມລຸມກັນ ແລະຄວາມຫ້າວຫັນ ເພື່ອຕອບໂຕ້ຄືນ ຕໍ່ການກ່າວໂຈມຕີທາງສື່ ສັງຄົມ ແລະທາງວາຈາ ຕໍ່ພວກເຂົາເຈົ້າຫຼາຍຮອບຂອງ
ທ່ານທຣຳ.

ທ່ານນາງ ໂອມາ ຜູ້ທີ່ເກີດຢູ່ໃນໂຊມາເລຍ ສັງກັດພັກເດໂມແຄຣັດ ຈາກລັດ ມິນເນ
ໂຊຕາແລະໄດ້ຮັບສັນຊາດສະຫະລັດໄດ້ກ່າວວ່າ “ທ່ານທຣຳ ເປີດສາກ ໂຈມຕີດ້ວຍ
ການຈຳແນກເຊື້ອຊາດຢ່າງຊັດເຈນຕໍ່ສະມາຊິກສະພາຕ່ຳສະຫະລັດ 4 ທ່ານ ທີ່ໄດ້
ຖືກເລືອກມາຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງພວກທ່ານທັງໝົດນີ້ ເປັນແມ່ຍິງ
ຄົນຜິວດຳ.”

ທ່ານທຣຳໄດ້ກໍ່ໃຫ້ເກີດເລື້ອງນອງນັນດັ່ງພາຍຸໄຟໃນວັນອາທິດຜ່ານມານີ້ ດ້ວຍ ການຂຽນຂໍ້ຄວາມລົງທວີດເຕີ້ວ່າ ບັນດາສະມາຊິກສະພາຄວນ “ກັບຄືນໄປແລະ
ຊ່ອຍແກ້ໄຂ ປະເທດທັງຫຼາຍທີ່ເພພັງທັງໝົດນັ້ນ ແລະເຕັມໄປດ້ວຍອາຊະຍາກຳ ຊຶ່ງເປັນບ່ອນທີ່ພວກເຂົາເຈົ້າມາຈາກນັ້ນ”
ເຖິງແມ່ນວ່າ 3 ໃນ 4 ສະມາຊິກ
ສະພາ ໄດ້ເກີດຢູ່ໃນສະຫະລັດ ກໍຕາມ. ຂໍ້ຄວາມໃນທວີດ​ເຕີ ເທື່ອທຳອິດ ໄດ້ ອອກມາບໍ່ດົນຫຼັງຈາກທີ່ ມີລາຍງານກ່ຽວກັບສະມາຊິກສະພາ ກຸ່ມນ້ອຍກຸ່ມນຶ່ງ
ໂດຍໂທລະພາບ Fox News.

ທ່ານນາງ ໂອຄາຊີໂອ-ຄໍເຕັຊ ເປັນຄົນທີ່ເກີດຢູ່ໃນນະຄອນນິວຢອກ ສ່ວນທ່ານນາງ
ແພຣັສລີ ໄດ້ເກີດຢູ່ໃນນະຄອນຊິນຊິນເນຕີ ລັດໂອໄຮໂອ ແລະ ທ່ານນາງ ທາເລບ ໄດ້ເກີດຢູ່ໃນນະຄອນດີທຣອຍ ລັດມິຊິແກນ.

ທ່ານນາງໂອມາ ແລະ ທ່ານນາງທາເລບ ຕ່​າງ​ກໍເປັນແມ່ຍິງຊາວມຸສລິມຄົນທຳອິດ ທີ່ໄດ້ຮັບໃຊ້ເປັນສະມາຊິກລັດຖະສະພາ ຊຶ່ງພວກເຂົາໄດ້ຮຽກຮ້ອງຢ່າງຊັດ ເຈນ ໃຫ້ຟ້ອງປົດທ່ານທຣຳ ອອກຈາກຕຳແໜ່ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG