ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ພະ​ຍາ​ກອນ​ອາ​ກາດ ສ​ະ​ຫະ​ລັດ ເຕືອນ ກ່ຽວ​ກັບ ຜົນ​ຕົກ​ໜັກ ລຸນຫຼັງ​​ພາ​ຍຸ ​ເຮີ​ຣິ​ເຄນ ແບ​ຣີ


ເຈົ້າ​ໜ້າ​ທີ່​ເກັບ​ກວາດ​ຊາກ​ຫັກ​ພັງ​ຈາກ​ທາງຫຼວງ​ເລກທີ 23 ພາ​ຍຸ ແບ​ຣີ ໃນ​ເມືອງ ແພ​ລກ​ໄມ​ນ​ສ໌ ແພ​ຣິ​ຊ, ລັດ ຫຼຸຍ​ຊຽນ​ນາ, 14 ກໍ​ລະ​ກົດ 2019.
ເຈົ້າ​ໜ້າ​ທີ່​ເກັບ​ກວາດ​ຊາກ​ຫັກ​ພັງ​ຈາກ​ທາງຫຼວງ​ເລກທີ 23 ພາ​ຍຸ ແບ​ຣີ ໃນ​ເມືອງ ແພ​ລກ​ໄມ​ນ​ສ໌ ແພ​ຣິ​ຊ, ລັດ ຫຼຸຍ​ຊຽນ​ນາ, 14 ກໍ​ລະ​ກົດ 2019.

ບັນ​ດາ​ລັດ​ທີ່​ຕັ້ງ​ຢູ່​ຕາມ​ພາ​ກ​ໃຕ້​ຂອງ​ແມ່​ນ້ຳ ມິ​ສ​ຊີ​ສ​ຊິບ​ປີ ​ກຳ​ລັງ​ມີ​ຝົນ​ຕົກ​ໜັກຈາກ​ພາ​ຍຸ
ເຮີຣິເຄນ ທີ່ໄດ້ພັດເຂົ້າຊາຍຝັ່ງອ່າວທະເລສະຫະລັດນັ້ນ ຫຼັງຈາກມັນໄດ້ເຄື່ອນເຂົ້າມາ
ຝັ່ງ.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ຄາດ​ວ່າ ຝົນ​ຈາກ​ເຮີ​ຣິ​ເຄ​ນ ແບ​ຣີ ຈະ​ຕົກ​ລົງມາ​ເຖິງ 7
ຫາ 15 ຊັງຕີແມັດ ຈາກຝົນທີ່ຕົກເພີ່ມເຕີມໃນຫຼາຍພາກສ່ວນຂອງລັດ ອາແຄັນຊໍ,
ເທັນເນັສຊີ, ມິສຊູຣີ ແລະ ມິສຊິສຊິບປີ, ພ້ອມກັບເຂດທີ່ຢູ່ໂດດດ່ຽວ ຈະໄດ້ຮັບນ້ຳຝົນ
ສູງກວ່າໝູ່.

ເຂົາ​ເຈົ້າ​ໄດ້​ເຕືອນ​ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ຂອງ​ນ້ຳ​ຖ້ວມ​ກະ​ທັນ​ຫັນ​ຈາກ ຝົນ​ຟ້າ​ຄະ​ນອງ​ທີ່
ຕົກໜັກ ແລະ ຂີ້ເຝື້ອຝົນຫຼາຍກ້ອນ ຈະເຄື່ອນຜ່ານບໍລິເວນດຽວກັນ.

ພາ​ຍຸ ແບ​ຣີ ໄດ້​ພັດ​ຂຶ້ນ​ຝັ່ງ​ໃນ​ລັດ ຫຼຸຍ​ຊຽນ​ນາ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ເປັນ​ເຮີ​ຣິ​ເຄນ​ລະ​
ດັບ 1, ໄດ້ຜ່ານນະຄອນ ນິວ ອໍລີນສ໌ ໂດຍບໍ່ໄດ້ພັດເຂົ້າໂດຍກົງ, ແຕ່ໄດ້ເຮັດໃຫ້ໄຟ
ຟ້າມອດ ແລະ ນ້ຳຖ້ວມໃນພາກສ່ວນອື່ນໆຂອງເມືອງດັ່ງກ່າວ.

ບໍ່​ມີ​ລາຍ​ງານ​ ເຖິງ​ຜູ້​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຫຼື ຄວາມ​ເສຍ​ຫາຍ​ຄັ້ງ​ໃຫຍ່.

ຜູ້​ປົກ​ຄອງ​ລັດ ຫຼຸຍ​ຊຽນ​ນາ ທ່ານ ຈ​ອນ ແບ​ລ ເອັດ​ເຫວີດ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ
ໃນວັນອາທິດວານນີ້ວ່າ, “ພວກເຮົາດີໃຈຫຼາຍທີ່ກໍລະນີທີ່ຮ້າຍແຮງທີ່ສຸດບໍ່ໄດ້ເກີດ
ຂຶ້ນ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ລັດ ຫຼຸຍ​
ຊຽນນາ ກ່ອນພາຍຸໄດ້ພັດເຂົ້າ, ອະນຸມັດທຶນລັດຖະບານກາງໃຫ້ ເພື່ອຊ່ວຍເຫຼືອບັນ
ດາເຈົ້າໜ້າທີ່ໃນທ້ອງຖິ່ນ ເພື່ອຮັບມືກັບສິ່ງໃດກໍຕາມທີ່ຕ້ອງການເພື່ອການຟື້ນຟູຫຼັງ
ຈາກພາຍຸ.

ພາ​ຍຸ ແບ​ຣີ ເປັນ​ພາ​ຍຸ​ລູກ​ທີ​ສອງ​ຂອງ​ລະ​ດູ​ການ​ພາ​ຍຸ ເຮີ​ຣິ​ເຄນ ມະ​ຫາ​ສະ​ໝຸດ ແອັດ
ແລນຕິກ ປີ 2019, ເຊິ່ງຈະມີໄປຈົນຮອດວັນທີ 30 ພະຈິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG