ບັນດາເຈົ້າໜ້າທີ່ໃນພາກເໜືອຂອງ ອິນເດຍ ກ່າວວ່າ ຢ່າງໜ້ອຍ 8 ຄົນໄດ້ເສຍຊີວິດ
ໃນເວລາທີ່ຕຶກໄດ້ພັງລົງໃນວັນອາທິດວານນີ້, ລຸນຫຼັງຝົນຕົກໜັກຍ້ອນພາຍຸມໍລະສຸມ.
ບັນດານັກກູ້ໄພ ກຳລັງຊອກຫາອີກຢ່າງໜ້ອຍ 6 ຄົນທີ່ຍັງຫາຍໄປ, ອີງຕາມການກ່າວ
ຂອງບັນດາເຈົ້າໜ້າທີ່ໃນເມືອງ ຮິມາຈາລ ປຣາແດັຊ໌ (Himachal Pradesh).
ບັນດາທະຫານໄດ້ທຳການລ້ຽງສະຫຼອງໃນຮ້ານອາຫານແຫ່ງນຶ່ງ ໃນຕຶກດັ່ງກ່າວໃນເວ
ລາທີ່ມັນພັງລົງ.
ເຫດການດັ່ງກ່າວ ແມ່ນມັກຈະເກີດຂຶ້ນເລື້ອຍໆ ໃນທົ່ວເຂດເອເຊຍໃຕ້ ໃນລະຫວ່າງ
ລະດູພາຍຸມໍລະສຸມຈາກເດືອນມິຖຸນາ ຫາ ກັນຍາ, ເຊິ່ງຝົນຕົກໜັກ ຈະເຮັດໃຫ້ຫຼັງຄາ
ແລະ ຖານຂອງອາຄານຕ່າງໆ ທີ່ຖືກສ້າງຂຶ້ນບໍ່ໄດ້ມາດຕະຖານ ມີຄວາມອ່ອນແອ.