ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຖອນ​ຕົວ ຈາກ​ຂໍ້​ຕົກ​ລົງ ນິວ​ເຄ​ລຍ ອີ​ຣ່ານ ຂອງ ​ທ. ທ​ຣຳ ເປັນ "ການທຳລາຍທີ່ເຈາະຈົງ" ທາງ​ການ​ທູດ


ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ທ່ານ ຄິມ ດາ​ຣັອກ ຈັດ​ງານ​ສະ​ໂມ​ສອນ ເສດ​ຖະ​ກິດ​ແຫ່ງ​ຊາດ ຢູ່​ສະ​ຖານ​ທູດ ອັງ​ກິດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 20 ຕຸ​ລາ, 2017.
ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ທ່ານ ຄິມ ດາ​ຣັອກ ຈັດ​ງານ​ສະ​ໂມ​ສອນ ເສດ​ຖະ​ກິດ​ແຫ່ງ​ຊາດ ຢູ່​ສະ​ຖານ​ທູດ ອັງ​ກິດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 20 ຕຸ​ລາ, 2017.

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ປະ​ຈຳ ສະ​ຫະ​ລັດ ເຊື່ອ​ວ່າ ການ​ຖອນ​ຕົວ​ອອກ​
ຈາກຂໍ້ຕົກລົງນິວເຄລຍ ອີຣ່ານ ຂອງປະທານາທິບໍດີ ດໍໂນລ ທຣຳ ເປັນການກະທຳ
“ປ່າເຖື່ອນທາງການທູດ” ຕໍ່ຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ຄື ທ່ານ ບາຣັກ
ໂອມາບາ, ອີງຕາມບັນທຶກທີ່ໄດ້ຮົ່ວໄຫຼອອກມາ ເຊິ່ງຖືກເປີດເຜີຍໂດຍ ໜັງສືພິມ
ແຫ່ງນຶ່ງຂອງອັງກິດ.

ໜັງ​ສື​ພິມ Mail ໄດ້​ຕີ​ພິມ​ບັນ​ທຶກ​ຈາກ​ທ່ານ ຄິມ ດາ​ຣັອກ ໃນ​ວັນ​ອາ​ທິດມື້ນີ້.

ໃນ​ອາ​ທິດ​ແລ້ວນີ້, ໜັງ​ສື​ພິມ​ດັ່ງ​ກ່າວ​ໄດ້​ຕີ​ພິມ​ບັນ​ທຶກ​ທີ່​ໄດ້​ຮົ່ວ​ໄຫຼ​ອອກ​ມາ​ອີກ​ອັນ​ນຶ່ງ
​ຈາກທ່ານ ດາຣັອກ ກ່ຽວກັບ ທ່ານ ທຣຳ, ເຊິ່ງທູດຄົນດັ່ງກ່າວ ໄດ້ອະທິບາຍເຖິງຜູ້ນຳ
ສະຫະລັດ ວ່າ “ບໍ່ເໝາະສົມ” ແລະ “ບໍ່ໝັ້ນຄົງ” ແລະລັດຖະບານຂອງທ່ານວ່າ “ເຮັດ
ໜ້າທີ່ຜິດປົກກະຕິເປັນພິເສດ.”

ທ່ານ ດາ​ຣັອກ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ເປີດ​ເຜີຍ
ໂທລະເລກທາງການທູດ ແລະ ການໂຈມຕີໃນທວິດເຕີຂອງທ່ານ ທຣຳ ກ່ຽວກັບ
ບັນທຶກນັ້ນ.

ທ່ານ ທ​ຣຳ ໄດ້​ຂຽນ​ວ່າ​ທ່ານ ດາ​ຣັອກ ແມ່ນ “ຄົນ​ທີ່​ໂງ່ຫຼາຍ” ແລະ “ເປັນ​ຄົນ​ຂີ້ອວດ”.
ປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າ ທ່ານ ຈະ “ບໍ່ພົວພັນກັບ” ເອກອັກຄະລັດຖະທູດ
ອັງກິດ ຄົນດັ່ງກ່າວອີກ.

ໂທ​ລະ​ເລກ​ທີ່​ຮົ່ວ​ໄຫຼ​ອອກ​ມາ ຄວນ​ມີ​ແຕ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ອາ​ວຸ​ໂສ​ ແລະຂ້າລັດຖະການ
ຂອງ ອັງກິດ ເທົ່ານັ້ນທີ່ເບິ່ງໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG