ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ສະ​ຫະ​ລັດ ຖືກ​ຂ້າ​ຕາຍ ໃນອັ​ຟ​ກາ​ນິ​ສ​ຖານ ຂະນະທີ່ ປະຕິບັດໜ້າທີ່


ກອງ​ກຳ​ລັງ ສະ​ຫະ​ລັດ ລາດ​ຕະ​ເວນ​ຢູ່​ຖານກອງ​ທັບ​ບົກ​ແຫ່ງ​ຊາດ ອັ​ຟ​ກາ​ນິ​ສ​ຖານ, ແຂວງ ໂລ​ກາ, ອັ​ຟ​ກາ​ນິ​ສ​ຖານ. 7 ສິ​ງ​ຫາ, 2018.
ກອງ​ກຳ​ລັງ ສະ​ຫະ​ລັດ ລາດ​ຕະ​ເວນ​ຢູ່​ຖານກອງ​ທັບ​ບົກ​ແຫ່ງ​ຊາດ ອັ​ຟ​ກາ​ນິ​ສ​ຖານ, ແຂວງ ໂລ​ກາ, ອັ​ຟ​ກາ​ນິ​ສ​ຖານ. 7 ສິ​ງ​ຫາ, 2018.

ພັນ​ທະ​ມິດ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ນຳ​ໜ້າ​ໂດຍ​ອົງ​ການ NATO ໃນ​ປະ​ເທດ ອັ​ຟ​ກາ
ນິສຖານ ໄດ້ກ່າວວ່າ ທະຫານ ອາເມຣິກັນ ຄົນນຶ່ງໄດ້ຖືກຂ້າຕາຍ “ໃນການປະຕິບັດ
ໜ້າທີ່” ໃນວັນເສົາວານນີ້, ເຊິ່ງໄດ້ເພີ່ມຈຳນວນທະຫານ ສະຫະລັດ ທີ່ເສຍຊີວິດໃນ
ອັຟການິສຖານ ຂຶ້ນເປັນ 11 ຄົນໃນປີນີ້.

ໜ່ວຍ​ປະ​ຕິ​ບັດ​ງານ​ຂອງ​ພັນ​ທະ​ມິດ ເນ​ໂຕ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ ແລະ ໄດ້​
ກັກຊື່ຂອງທະຫານຄົນດັ່ງກ່າວນັ້ນໄວ້ ຈົນກວ່າຍາດຕິພີ່ນ້ອງຈະຖືກແຈ້ງໃຫ້ຮູ້. ການ
ເສຍຊີວິດດັ່ງກ່າວມີລາຍງານວ່າໄດ້ເພີ່ມຕົວເລກຂອງທະຫານ ສະຫະລັດ ທີ່ໄດ້ເສຍ
ຊີວິດໃນ ອັຟການິສຖານ ຂຶ້ນເປັນ 2,430 ຄົນ ນັບຕັ້ງແຕ່ສົງຄາມ ອັຟການິສຖານ
ໄດ້ເລີ່ມຂຶ້ນໃນເດືອນຕຸລາ 2001 ເປັນຕົ້ນມາ.

ກຸ່ມ​ກະ​ບົດ​ຕາ​ລີ​ບານ ໄດ້​ກ່າວ​ໃນ​ລາຍ​ງານ​ສັ້ນ​ສະ​ບັບ​ນຶ່ງວ່າ ນັກ​ຮົບ​ຂອງ​ພວກ​ເຂົາ ໄດ້​
ວາງລະເບີດຂ້າງທາງໃນເມືອງ ຊາເຢດາບັດ ໃນແຂວງ ວາດັກ ທີ່ຕັ້ງຢູ່ພາກຕາເວັນ
ອອກຂອງປະເທດ.

ພວກ​ເຂົາ​ຍັງ​ໄດ້​ອ້າງວ່າ ລະ​ເບີດ​ທີ່​ຮຸນ​ແຮງ​ໄດ້​ແຕກ​ໃສ່​ລົດ​ກັນ​ລູກ​ປືນ ທີ່ຂົນ​ສົ່ງ​ເຈົ້າ​
ໜ້າທີ່ອາເມຣິກັນ , ສັງຫານທະຫານຕ່າງປະເທດທີ່ລ່ວງລ້ຳ ສອງຄົນ ແລະ ບາດເຈັບ
ສາມຄົນ, ແຕ່ແນວໃດກໍຕາມການກ່າວອ້າງຂອງພວກກະບົດມັກຈະເກີນຄວາມເປັນ
ຈິງ.

ພວກ​ຕາ​ລີ​ບານ ກຸ່ມ​ນຶ່ງ​ໄດ້​ດັກ​ຊຸ້ມ​ໂຈມ​ຕີ​ໃນ​ເມືອງ​ດຽວ​ກັນ ເມື່ອ​ທ້າຍ​ເດືອນ​ທີ່​ຜ່ານ​ມາ
ສັງຫານທະຫານ ອາເມຣິກັນ ສອງຄົນ.

ທະ​ຫານໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ​ທີ່​ນຳ​ໜ້າ​ໂດຍ​ອົງ​ການ ເນ​ໂຕ ປະ​ມານ 20,000
ຄົນ ປະກອບມີທະຫານອາເມຣິກັນ ສ່ວນໃຫຍ່ ແລະ ເຂົາເຈົ້າໄດ້ຖືກແຕ່ງຕັ້ງໃຫ້ໄປຝຶກ
ຊ້ອມ, ຊ່ວຍເຫຼືອ ແລະ ຊີ້ນຳກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ໃນ
ການຕໍ່ສູ້ກັບກຸ່ມ ຕາລີບານ.

ໃນ​ຂະ​ນະ​ດຽວ​ກັນ, ບັ​ນ​ດາ​ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ມືລະ​ເບີດ​
ສະຫຼະຊີບ ທີ່ພົກພາອາວຸດຢ່າງຫຼວງຫຼາຍ ໄດ້ບຸກເຂົ້າໄປໃນຫ້ອງການຕຳຫຼວດ ໃນ
ເມືອງ ກາລາ-ອີ-ນໍ, ເປັນເມືອງຫຼວງຂອງແຂວງ ບາກິສ ທາງພາກຕາເວັນຕົກສຽງເໜືອ,
ສັງຫານເຈົ້າໜ້າທີ່ຮັກສາຄວາມປອດໄພຢ່າງໜ້ອຍ ສາມຄົນ ແລະ ບາດເຈັບອີກ ແປດ
ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG