ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ວ່າ ຜູ້​ຊາຍ​ຄົນ​ນຶ່ງ ເສຍ​ຊີ​ວິດ ຫຼັງ​ຈາກ​ໄດ້ໂຈມ​ຕີ ສູນ​ກັກ​ຂັງ ຄົນ​ເຂົ້າ​ເມືອງ ໃນ​ລັດວໍ​ຊິ​ງ​ຕັນ


ສູນ​ກັກ​ຂັງ​ຕາ​ເວັນ​ຕົກ​ສຽງເໜືອ ໃນ​ເມືອງ ທາ​ໂຄ​ມາ. 17 ຕຸ​ລາ, 2008.
ສູນ​ກັກ​ຂັງ​ຕາ​ເວັນ​ຕົກ​ສຽງເໜືອ ໃນ​ເມືອງ ທາ​ໂຄ​ມາ. 17 ຕຸ​ລາ, 2008.

ຜູ້​ຊາຍ​ອາ​ຍຸ 69 ປີ​ຄົນ​ນຶ່ງ​ທີ່​ພົກ​ພາ​ປືນ​ຍາວ ໄດ້ແກວ່ງ​ລະ​ເບີດ​ໄຟ ໃສ່​ຄຸກ​ຄົນ​ເຂ​ຂົ້າ​ເມືອງ
ໃນລັດວໍຊູງຕັນ ໃນຕອນເຊົ້າວັນເສົາວານນີ້, ແລະ ຖືກພົບເຫັນເສຍຊີວິດ ຫຼັງຈາກເຈົ້າ
ໜ້າທີ່ຕຳຫຼວດສີ່ຄົນໄດ້ເດີນທາງໄປຮອດ ແລະ ໄດ້ຍິງປືນໃສ່, ອີງຕາມການກ່າວຂອງ
ບັນດາເຈົ້າໜ້າທີ່.

ກົມ​ຕຳຫຼວດ ທາ​ໂຄ​ມາ ໄດ້​ກ່າ​ວ່າ ຕຳຫຼວດ​ທີ່​ໄດ້​ອອກ​ໄປ​ຕອບ​ໂຕ້ຕອນ​ປະ​ມານ 4 ໂມງ​
ເຊົ້າ ຢູ່ສູນກັກຂັງ ທາໂຄມາ ຕາເວັນຕົກສຽງເໜືອ ທີ່ດຳເນີນການໂດຍສ່ວນຕົວ, ເປັນ
ສະຖານທີ່ກັກຂັງຂອງກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທີ່ກັກຕົວຜູ້
ຍົກຍ້າຍຖິ່ນຖານທີ່ລໍຖ້າການດຳເນີນການເນລະເທດ. ສູນກັກຂັງດັ່ງກາວ ຍັງໄດ້ຂັງຜູ້
ເປັນພໍ່ແມ່ທີ່ພະຍາຍາມຂໍເຂົ້າເມືອງ ທີ່ຖືກແຍກຈາກລູກຂອງເຂົາເຈົ້າ ພາຍໃຕ້ນະໂຍ
ບາຍບໍ່ມີການຜ່ອນຜັນຂອງປະທານາທິບໍດີ ດໍໂນລ ທຣຳ, ເປັນຄວາມພະຍາຍາມທີ່ມີ
ຈຸດປະສົງ ຍັບຢັ້ງຄົນເຂົ້າເມືອງຜິດກົດໝາຍ.

ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ປະ​ມານ​ຫົກ​ຊົ່ວ​ໂມງ ຫຼັງ​ຈາກ​ການ​ຊຸມ​ນຸມ​ທີ່​ສະ​ຫງົບ ຢູ່​ຕໍ່​ໜ້າ​ສູນ​
ກັກຂັງ, ອີງຕາມການກ່າວຂອງໂຄສົກຕຳຫຼວດ ທ່ານນາງ ລໍເຣັດຕາ ຄູລ.

ໃນ​ຕອນ​ຄ່ຳ​ວັນ​ເສົາ​ວານນີ້, ຫ້ອງ​ການ​ວິ​ໄຈ​ດ້ານ​ການ​ແພດ​ຂອງ​ເມືອງ ພຽ​ສ ໄດ້​ລະ​ບຸ​
ຕົວຂອງຜູ້ຊາຍຄົນດັ່ງກ່າວວ່າແມ່ນທ້າວ ວິເລັມ ແວນ ສປຣອນເຊັນ ຈາກເມືອງ ວາ
ຊອນ ໄອແລນ (Vashon Island), ອີງຕາມການລາຍງານຂອງໜັງສືພິມ Tacoma
news-Tribune ແລະ Seatle Times.

ຕຳຫຼວດ​ໄດ້​ກ່າວ​ວ່າ ທ້າວ ແວນ ສ​ປ​ຣອນ​ເຊັນ ໄດ້​ເຮັດ​ຈູດ​ລົດ ແລະ ວ່າ​ລາວ​ໄດ້​ພະ​
ຍາຍາມທີ່ຈະລະເບີດຖັງແກັສໃຫຍ່ ແລະ ຈູດຕຶກດັ່ງກ່າວນັ້ນ. ຕຳຫຼວດໄດ້ກ່າວວ່າ
ນອກຈາກປືນຍາວແລ້ວ, ລາວຍັງມີຖົງໜັງ ແລະ ບັ້ງໄຟ.

ທ່ານນາງ ຄູ​ລ ໄດ້​ກ່າວ​ວ່າ ທຸກຫຼວດ​ທັງ​ສີ່​ຄົນ ໄດ້​ຍິງ​ປືນ​ຂອງ​ເຂົາ​ເຈົ້າ, ແຕ່​ທ່າ​ນນາງບໍ່
ໄດ້ໃຫ້ລາຍລະອຽດທີ່ເຈາະຈົງວ່າແມ່ນຫຍັງໄດ້ເກີດຂຶ້ນ. ທ່ານນາງໄດ້ກ່າວວ່າ ຕຳຫຼວດ
ບໍ່ໄດ້ໃສ່ກ້ອງຕິດຕົວ, ແຕ່ບໍລິເວນດັ່ງກ່າວແມ່ນເຕັມໄປດ້ວຍກ້ອງວົງຈອນປິດຈາກສູນ
ກັກຂັງ. ທ່ານນາງບໍ່ໄດ້ຮູ້ວ່າ ຜູ້ຊາຍຄົນດັ່ງກ່າວໄດ້ຍິງປືນໃສ່ຕຳຫຼວດຫຼືບໍ່.

ຫຼັງ​ຈາກ​ຍິງ​ປືນ, ຕຳຫຼວດ​ໄດ້​ທຳ​ການ​ຄຸ້ມ​ກັນ, ປິດ​ບໍ​ລິ​ເວນ​ດັ່ງ​ກ່າວ ແລະ ຕັ້ງ​ຈຸດ​ຊ່ວຍ
ເຫຼືອດ້ານການແພດ ຢູ່ຈຸດທີ່ບໍ່ຫ່າງໄກອອກໄປ, ອີງຕາມການກ່າວຂອງຕຳຫຼວດ.

ຫຼັງ​ຈາກ​ນັ້ນ​ຕຳຫຼວດ​ໄດ້​ເຫັນ​ທ້າວ ແວນ ສ​ປ​ຣອນ​ເຊັນ ແລະ ໄດ້​ພິ​ຈາ​ລະ​ນາ​ວ່າ​ລາວ
ຖືກຍິງ ແລະ ເສຍຊີວິດຢູ່ຈຸດເກີດເຫດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນັກ​ສືບ​ສວນ​ສອບ​ສວນ ແມ່ນ​ກຳ​ລັງ​ກວດ​ສອບ​ສະ​ຖານ​ທີ່​
ເກີດເຫດ ແລະ ຕຳຫຼວດກໍກຳລັງສືບຕໍ່ທຳການສອບສວນ. ບໍ່ມີເຈົ້າໜ້າທີ່ຕຳຫຼວດຄົນ
ໃດໄດ້ຮັບບາດເຈັບ. ເຈົ້າໜ້າທີ່ຕຳຫຼວດ ທາໂຄມາ ທັງສີ່ຄົນ ຜູ້ທີ່ໄດ້ຍິງປືນຂອງເຂົາ
ເຈົ້າໄດ້ຖືກສັ່ງຈ້າງພັກງານ ເຊິ່ງແມ່ນມາດຕະຖານທີ່ກຳນົດຕໍ່ເຈົ້າໜ້າທີ່ໆມີສ່ວນຮ່ວມ
ໃນການຍິງກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG