ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຂະ​ບວນ​ການ #MeToo ສ້າງ​ເງື່ອນ​ໄຂ ໃຫ້​ມີ​ການ​ຟ້ອງ​ ມະ​ຫາ​ເສດ​ຖີ ແອັບ​ສ​ໄຕ​ນ໌ ຄືນ​ໃໝ່


ຢູ່​ໃນ​ຫ້ອງ​ສານ ນັກ​ແຕ້ມ​ໄດ້​ວາດ​ຮູບ​ຈຳ​ເລີຍ ແຈັ​ຟ​ຟ​ຣີ ​ແອັບ​ສ​ໄຕ​ນ໌ (ກາງ) ນັ່ງ​ຢູ່​ກັບ​ທະ​​ນາຍ​ຄວາມ ທ່ານ​ມາ​ຕິນ ວິນ​ເບີກ.
ຢູ່​ໃນ​ຫ້ອງ​ສານ ນັກ​ແຕ້ມ​ໄດ້​ວາດ​ຮູບ​ຈຳ​ເລີຍ ແຈັ​ຟ​ຟ​ຣີ ​ແອັບ​ສ​ໄຕ​ນ໌ (ກາງ) ນັ່ງ​ຢູ່​ກັບ​ທະ​​ນາຍ​ຄວາມ ທ່ານ​ມາ​ຕິນ ວິນ​ເບີກ.

ການ​ຟ້ອງ​ຮ້ອງ​ມະ​ຫາ​ເສດ​ຖີ​ພັນ​ລ້ານ ແຈັບຟຣີ ແອັບສໄຕນ໌ ໃນ​ອາ​ທິດນີ້ ໃນ​ຂໍ້​ຫາ​ລັກ​ລອບ​ຄ້າ​ປະ​ເວ​ນີນັ້ນ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ກົດ​ດັນ​ຂອງ​ປະ​ຊາຊົນ​ແລະ​ນັກ​ການ​ເມືອງ ທີ່​ເກີດ​ຈາກ​ຂະ​ບວນ​ການ #MeeToo ນັ້ນ ໄດ້​ພາ​ໃຫ້ໄອ​ຍະ​ການ ທົບ​ທວນ​ຢ່າງ​ໃກ້​ຊິດ ​ເບິ່ງ​ຄະ​ດີ​ການ​ລວນ​ລາມ​ທາງ​ເພດ​ຕ່າງໆ ​ຊຶ່ງ​ມີທ່າ​ທາງວ່າ​ ອາດ​ມິດ​ງຽບ​ໄປແລ້ວ ​ເມື່ອ​ສອງ​ສາມ​ປີ​ຜ່ານ​ມາ​ນັ້ນ.

​ເມື່ອ​ປີ 2007 ທ່ານແອັບສໄຕນ໌ທີ່ເປັນ​ຜູ້​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ​ຂອງ​ພວກຄົນ​ຮັ່ງ​ມີ ຊຶ່ງ​ມີ​ທັງ​ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ທ່ານ​ບິ​ລ ຄ​ລິນ​ຕັນ ເປັນ​ເພື່ອນ​ຂອງທ່ານນັ້ນ ໄດ້​ຫຼີກ​ລ່ຽງ​ຄວາມ​ຜິດ​ທາງອາ​ຍາ​ທີ່​ມີ​ເພດ​ສຳ​ພັນ​ກັບ​ພວກ​ທີ່​ຍັງ​ເຍົາ​ໄວທີ່​ອາດ​ເຮັດ​ໃຫ້​ທ່ານ​ຕິດ​ຄຸກ​ໄປ​ແລ້ວ​ຫຼາຍ​ສິບ​ປີ.

ໃນ​ເວ​ລານັ້ນ ທ່ານແອັບສໄຕນ໌ ໄດ້​ຖືກ​ກ່າວ​ຫາ​ວ່າ ລວນ​ລາມ​ທາງ​ເພດ​ຕໍ່​ພວກ​ແມ່​ຍິງ​ອາ​ຍຸ​ຕ່ຳ​ກວ່າ​ກະ​ສຽນ​ ຫຼາຍ​ສິບ​ຄົນ ທີ່​ເຮືອນ​ຂອງ​ທ່ານ ​ໃນ​ລັດ​ຟ​ລໍ​ຣິ​ດາ​ແລະລັດນິວຢອກ. ຫຼັງ​ຈາກນັ້ນ ຫ້ອງ​ການ​ໄອ​ຍະ​ການ​ທີ່​ລັດ​ຟ​ລໍ​ຣິ​ດາໄດ້​ເຮັດ​ການຕົກ​ລົງ​ແບບ​ລັບໆ ​ກັບ​ທ່ານແອັບສໄຕນ໌ ໂດຍປ່ອຍ​ໃຫ້​ທ່ານ​ເປັນ​ອິດ​ສະ​ຫຼະ​ຫຼັງ​ຈາກ​ໄດ້ຕິດ​ຄຸກ​ນຶ່ງ​ປີກວ່າໆ​ເທົ່າ​ນັ້ນ. ຫ້ອງ​ການ​ດັ່ງ​ກ່າວແມ່ນ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງທ່ານ​ອາ​ເລັກ​ຊານ​ເດີ ອາ​ໂຄ​ສ​ຕາ ຜູ້​ຊຶ່ງ​ໃນ​ເວ​ລານີ້ ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ແຮງ​ງານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ. ທ່ານ​ອາ​ໂຄ​ສ​ຕາ​ໄດ້​ປະກາດ​ລາ​ອອກ ໃນ​ວັນ​ສຸກວານນີ້ ກ່ຽວ​ກັບ​ການ​ຈັດການ​ໃນ​ຄະ​ດີ​ທ່ານແອັບສໄຕນ໌.

ການ​ຕົກ​ລົງ​ຂອງ​ທ່ານແອັບສໄຕນ໌ມີ​ຂຶ້ນ 10 ປີ​ກ່ອນຂະ​ບວນ​ການ #MeeToo ປາ​ກົດ​ໂຕ​ຂຶ້ນ​ມາ​ໃນ​ປີ 2017. ພວກ​ແມ່​ຍິງ​ໃນ​ສະ​ຫະ​ລັດແລະ​ໃນ​ທົ່ວ​ໂລກ​ຫຼາຍສິບພັນ​ຄົນ ໄດ້​ພາ​ກັນ​ອອກ​ມາ ​ເວົ້າ​ເຖິງ​ການ​ປະ​ຕິ​ບັດ​ແບບ​ບໍ່​ຖືກ​ບໍ່​ຕ້ອງ​ຕໍ່​ພວກເຂົາ​ເຈົ້າ ນັບ​ແຕ່​ການ​ລວນ​ລາມ​ທາງ​ເພດຕະ​ຫຼອດ​ຈົນ​ການ​ຂົ່ມ​ຂືນ​ສຳ​ເລົາ. ຂະບວນ​ການ​ດັ່ງ​ກ່າວ ​ຍັງ​ໄດ້​ເພັ່ງ​ເລັງ​ຄວາມ​ສົນ​ໃຈ​ໄປ​ໃສ່​ວ່າ ພວກ​ຜູ້​ຊາຍ​ທີ່​ມີ​ອິດ​ທິພົນ​ລອດ​ພົ້ນຈາກ​ຄະ​ດີ​ລວນ​ລາມ​ທາງ​ເພດ​ໄປ​ໄດ້​ຢ່າງ​ໃດ ໂດຍ​ການ​ຂົ່ມ​ຂູ່​ຕໍ່ພວກ​ເຄາະ​ຮ້າຍ​ແລະ​ໃຊ້​ອິດ​ທິ​ພົນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຜ່ອນ​ຜັນ​ເວ​ລາ​ຖືກ​ຈັບ​ໄດ້.

ໃນ​ມື້​ວັນ​ຈັນ​ຜ່ານ​ມານີ້ ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ທີ່​ນະ​ຄອນ​ນິວຢອກ ​ໄດ້​ເປີດເຜີຍ​ການ​ຟ້ອງ​ຮ້ອງ​ໃໝ່​ຕໍ່​ທ່ານແອັບສໄຕນ໌ ໂດຍ​ກ່າວ​ຫາ​ທ່ານ​ ໃນ​ຄວາມ​ຜິດ​ລັກລອບ​ຄ້າ​ປະ​ເວ​ນີ ທີ່​ອາດ​ເຮັດ​ໃຫ້​ທ່ານ​ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ​ຂອງ​ທ່ານ.

ຄວາມ​ລົ້ມ​ແຫຼວ ​ຂອງ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ ທີ່​ລັດ​ຟ​ລໍ​ຣິ​ດາ ໃນ​ການ​ຕັ້ງ​ຂໍ້​ຫາຕໍ່​ທ່ານແອັບ ສໄຕນ໌ ໃນ​ຄວາມ​ຜິດ​ແບບ​ດຽວ​ກັນ​ນີ້ ໄດ້​ພາ​ໃຫ້​ເກີດ​ພາ​ຍຸ​ການ​ເມືອງທີ່​ພາ​ໃຫ້​ການ​ອາ​ໂຄ​ສ​ຕາ​ຕ້ອງ​ລາ​ອອກ. ສຳ​ລັບ​ຫຼາຍໆ​ຄົນ​ແລ້ວຄວາມ​ສັບ​ສົນ​ດັ່ງກ່າວ​ແມ່ນ​ເປັນ​ສັນ​ຍາ​ລັກ​ກ່ຽວ​ກັບ​ວ່າ​ສັງ​ຄົມ​ມອງ​ເບິ່ງ​ຄວາມ​ຮຸນ​ແຮງ​ໃນ​ການ​ລວນລາມ​ທາງ​ເພດ ໃນ​ຍຸກ​ສະ​ໄໝຂອງ​ຂະ​ບວນ​ການ #MeeToo ແບບ​ໃດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG