ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ໃນນະ​ຄອນ ນິວ​ອໍ​ລີນ ກຽມ​ຮັບ​ມື ກັບ​ລົມ​ພາ​ຍຸ ແບ​ຣີ


ນາງ​ທິບ​ຟາ​ນີ ເດ​ລີ ພວມ​ຂົນ​ຖົງ​ຂີ້​ຊາຍ ຂຶ້ນ​ໃສ່​ລົດ​ກະ​ບະ ໃນ​ຂະ​ນະ​ທີ່​ສາ​ມີ​ຂອງ​ນາງ ທ່ານ​ໄມ​ຄ໌ ເດ​ລີ (ຊ້າຍ) ພ້ອມ​ແລ້ວ ທີ່​ຈະ​ມັດ​ຖົງ​ຊາຍ ອີກ​ຖົງ​ນຶ່ງ ທີ່​ເມືອງ​ມໍ​ແກນ ລັດ​ຫຼຸຍ​ເຊຍ​ນາ ວັນ​ທີ 12 ກໍ​ລະ​ກົດ 2019.
ນາງ​ທິບ​ຟາ​ນີ ເດ​ລີ ພວມ​ຂົນ​ຖົງ​ຂີ້​ຊາຍ ຂຶ້ນ​ໃສ່​ລົດ​ກະ​ບະ ໃນ​ຂະ​ນະ​ທີ່​ສາ​ມີ​ຂອງ​ນາງ ທ່ານ​ໄມ​ຄ໌ ເດ​ລີ (ຊ້າຍ) ພ້ອມ​ແລ້ວ ທີ່​ຈະ​ມັດ​ຖົງ​ຊາຍ ອີກ​ຖົງ​ນຶ່ງ ທີ່​ເມືອງ​ມໍ​ແກນ ລັດ​ຫຼຸຍ​ເຊຍ​ນາ ວັນ​ທີ 12 ກໍ​ລະ​ກົດ 2019.

ພວກ​ນັກ​ພະ​ຍາ​ກອນ​ອາ​ກາດ ກ່າວ​ວ່າ ຝົນ​ຈາກ​ລົມ​ພາ​ຍຸ​ເຂດ​ຮ້ອນ​ແບ​ຣີ ເລີ້ມ​ເຄື່ອນ​ຂຶ້ນ​ຝັ່ງແລ້ວ ໃນ​ວັນ​ເສົາ​ມື້ນີ້.

ສູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ​ເຕືອນ​ວ່າ ລົມ​ພາ​ຍຸ​ແບ​ຣີຈະ​ພາ​ໃຫ້​ມີ​ຄື້ນ​ຟອງ​ທີ່ເປັນ ​ອັນ​ຕະ​ລາຍ ບວກ​ໃສ່​ກັບ​ລົມ​ແຮງ ແລະ​ຝົນ​ຕົກ​ໜັກ.

​ຈະ​ມີລົມ​ແຮງ​ສຸດເຖິງ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ​ເວ​ລານີ້ ພວມ​ເຄື່ອນ​ເຂົ້າຫາ​ແຄມ​ຝັ່ງ ໃນ​ລະ​ດັບ 7 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ປະ​ຊາ​ຊົນ​ໃນນະ​ຄອນນິວ​ອໍລີນພວມ​ຫາ​ທາງ​ປົກ​ປ້ອງ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ສະ​ສົມ​ເຄື່ອງ​ກິນ​ເຄື່ອງ​ໃຊ້ ໃນ​ຂະ​ນະ​ທີ່​ລົມ​ພາ​ຍຸ​ແບ​ຣີ​ພັດ​ຂຶ້ນ​ຝັ່ງ​ຈາກອ່າວ​ເມັກ​ຊິ​ໂກ.

ເຈົ້າ​ໜ້າ​ທີ່​ໃນນະ​ຄອນນິວ​ອໍລີນໄດ້​ແນະ​ນຳ​ປະ​ຊາ​ຊົນ​ໃຫ້​ຢູ່​ໃນ​ເຮືອນຂອງ​ເຂົາເຈົ້າ ນອກ​ຈາກ​ສອງ​ເຂດ ທີ່​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ດັ່ງ​ກ່າວ ບ່ອນ​ທີ່​ໄດ້​ມີ​ການອອກ​ຄຳ​ສັ່ງ​ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ແບບ​ບັງ​ຄັບ.

ພວກ​ນັກ​ທ່ອງ​ທ່ຽວ​ສ່ວນ​ໃຫຍ່​ແລ້ວໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ດັ່ງ​ກ່າວ​ໃນ​ວັນ​ສຸກວານນີ້. ສາຍ​ການ​ບິນ​ບາງ​ສາຍ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ອອກ​ຈາກ​ນະ​ຄອນນິວ​ອໍລີນ ໃນ​ວັນ​ເສົາ​ມື້ນີ້.

ສູນ​ກາງ​ເຮ​ຣິ​ເຄນ​ແຫ່ງ​ຊາດ ຄາດ​ວ່​າ ລົມ​ພາ​ຍຸ​ແບ​ຣີ​ຈະ​ເພີ້ມ​ຄວາມ​ແຮງ​ຂຶ້ນ​ກ່ອນຈະ​ພັດ​ຂຶ້ນ​ຝັ່ງ ໃນ​ຖາ​ນະ​ລົມ​ພາ​ຍຸ ​ປະ​ເພດ 1. ມັນ​ຈະ​ເປັນ​ເຮີ​ຣິ​ເຄນຫົວ​ທຳ​ອິດ​ຈາກ​ມະ​ຫາ​ສະ​ໝຸດ​ແ​ອດແ​ລນ​ຕິກໃນລະ​ດູ​ນີ້.

​ໄພ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ຈາກ​ລົມ​ພາ​ຍຸ​ດັ່ງ​ກ່າວ ແມ່ນ​ຄາດ​ວ່າ​ຈະ​ມາ​ຈາກ​ນ້ຳ​ຖ້ວມ ຫຼາຍກວ່າ​ລົມ​ແຮງ. ລົມ​ພາ​ຍຸ​ຫົວ​ນີ້​ ແມ່ນ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ ເປັນ​ການ​ທົດ​ສອບຕໍ່​ລະ​ບົບ​ປ້ອງ​ກັນ​ດິນ​ຟ້າ​ອາ​ກາດ​ຂອງ​ນະ​ຄອນນິວ​ອໍລີນທີ່​ໄດ້​ມີ​ການ​ຈັດ​ຕັ້ງປະ​ຕິ​ບັດ ຫຼັງ​ຈາກ​ລົມ​ເຮີ​ຣິ​ເຄນ​ຄາ​ທ​ຣີ​ນາ​ພັດ​ເຂົ້າ​ຖະ​ຫຼົ່ມໃນ​ປີ 2005 ທີ່​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 1,800 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ຢູ່​ລັດ ຫລຸຍ​ເຊຍ​ນາໃນ​ຄືນ​ວັນ​ພະ​ຫັດ​ຜ່ານ​ມາໂດຍ​ອະ​ນຸ​ຍາດ​ໃຫ້​ກະ​ຊວງ​ຮັກ​ສາ​ຄວາມປອດ​ໄພ​ພາຍ​ໃນແລະ​ອົງ​ການ​ຄຸ້ມ​ຄອງ​ເຫດ​ການ​ສຸກ​ເສີນ​ຂອງ​ລັດ​ຖະ​ບານ​ກາງປະ​ສານ​ງານ​ໃນ​ເລື້ອງ​ເງິນ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ຂອງ​ລັດ​ຖະ​ບານ​ກາງ​ເພື່ອຊ່ວຍ​ລັດ​ດັ່ງ​ກ່າວ​ຮັບ​ມື​ກັບ​ລົມ​ພາ​ຍຸ​ແບ​ຣີແລະ​ຫຼັງ​ຈາກ​ລົມ​ພາ​ຍຸ​ດັ່ງ​ກ່າວ​ພັດ​ເຂົ້າ​ຖະ​ຫຼົ່ມ​ແລ້ວ.

ຄວາມ​ແຮງ​ຂອງ​ລົມ​ພາ​ຍຸ​ແບ​ຣີ​ໃນ​ຄືນ​ວັນ​ສຸກວານນີ້ ແມ່ນ​ຢູ່​ໃນ​ລະ​ດັບ 100 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ​ລົມ​ພາ​ຍຸ​ດັ່ງ​ກ່າວ ​ຄາດ​ວ່າ​ຈະ​ພາ​ໃຫ້​ມີ​ຝົນ​ຕົກ​ໜັກ​ເຖິງ 60 ຊັງ​ຕີ​ແມັດ​ຢູ່​ໃນ​ບາງ​ເຂດ ຊຶ່ງ​ຈະ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ຢ່າງ​ແຮງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG