ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄະ​ນະ​ກຳ​ມະ​ການ ສະ​ພາ​ຕ່ຳ ສ​ຫລ ອະ​ນຸ​ຍາດ ໃຫ້​ຮຽກ​ຕົວ ເຈົ້າ​ໜ້າ​ທີ່ ລັດ​ຖະ​ບານ ປ. ທຣຳ ໄປ​ໃຫ້​ການ


ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈິມ ຈໍ​ແດັນ ສະ​ມາ​ຊິກ​ພັ​ກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ໂອ​ຮາຍ​ໂອ ພວມ​ກ່າວ​ຖະ​ແຫຼງ ໃນ​ຂະ​ນະ​ທີ່ ທ່ານ​ເອ​ລີ​ຈາ ຄຳ​ມິງ​ສ໌ ປະ​ທານ​ຄະ​ນະ​ກຳ​ມະ​ການຄຸ້ມ​ຄອງແລະ​ປະ​ຕິ​ຮູບ ຂອງ​ສະ​ພາ​ຕ່ຳ (ຂວາ) ນຳ​ພາ ໃນ​ການ​ລົງ​ຄະ​ແນນ​ສຽງ
ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈິມ ຈໍ​ແດັນ ສະ​ມາ​ຊິກ​ພັ​ກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ໂອ​ຮາຍ​ໂອ ພວມ​ກ່າວ​ຖະ​ແຫຼງ ໃນ​ຂະ​ນະ​ທີ່ ທ່ານ​ເອ​ລີ​ຈາ ຄຳ​ມິງ​ສ໌ ປະ​ທານ​ຄະ​ນະ​ກຳ​ມະ​ການຄຸ້ມ​ຄອງແລະ​ປະ​ຕິ​ຮູບ ຂອງ​ສະ​ພາ​ຕ່ຳ (ຂວາ) ນຳ​ພາ ໃນ​ການ​ລົງ​ຄະ​ແນນ​ສຽງ

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳສະ​ຫະ​ລັດ ໃນວັນພະຫັດວານນີ້ ໄດ້​ໃຫ້​ການ ອະນຸມັດ​ການອອກໝາຍຮຽກຕົວເຈົ້າໜ້າທີ່ທັງໃນອະດີດແລະປັດຈຸບັນ​ສິບ​ກວ່າ​ຄົນຂອງ
ລັດຖະບານທ່ານທຣຳ ແລະ​ຄະ​ນະໂຄສະນາຫາສຽງ ​ໃນ​ຖາ​ນະ​ທີ່ເປັນພາກສ່ວນນຶ່ງຂອງ ການສືບສວນເຂົ້າ​ໃນ​ການ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປະ​ທາ​ນາທິ​ບໍ​ດີ​ໃນ​ປີ 2016 ຂອງ​ຣັດ​
ເຊຍ ແລະການແບ່ງແຍກຄອບຄົວຢູ່ເຂດຊາຍແດນຕິດ​ກັ​ບ​ເມັກ​ຊິ​ໂກ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ນຳ​ພາ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໄດ້​ລົງ​ຄະ​ແນນ​ສຽງ​ເອົາ
​ຊະ​ນະ ​ການ​ຄັດ​ຄ້ານ​ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ເພື່ອ​ມອບ​ອຳ​ນາດ​ຢ່າງກວ້າງຂວາງ​ໃຫ້​ປະ
​ທານ​ຄະນະ​ກຳ​ມະ​ການ ທ່ານ​ເຈ​ໂຣ​ລ ແນດ​ເລີ ຮຽກ​ຕົວ​ເຈົ້​າ​ໜ້າ​ທີ່ຫຼາຍໆ​ຄົນ ທີ່​ມີ​ຄວາມ
​ໃກ້​ຊິດ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ໃນ​ໄລ​ຍະ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີສອງ​ປິ​ເຄິ່ງ
​ຂອງ​ທ່ານນັ້ນ.

ທ່ານ​ແນດ​ເລີ ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ຢຸດ​ເຊົາ ຈົນ​ກວ່າ​ພວກ​ເຮົາ​ຈະ​ໄດ້​ຟັງ​ຄຳໃຫ້​ການ ແລະ​ໄດ້​ຮັບ​ເອກ​ກະ​ສານ​ຕ່າງໆ.”

ຮວມ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່ນັ້ນ ກໍ​ມີ​ລູກ​ເຂີຍ​ທ່ານ​ທ​ຣຳ ພ້ອມ​ທັງ​ເປັນ​ທີ່​ປຶກ​ສາ​ອະ​ວຸ​ໂສຂອງ​
ທຳ​ນຽບ​ຂາວ ທ່ານຈາເຣັດ ຄຸສເນີ ອະດີດທີ່ປຶກສາດ້ານຄວາມປອດໄພແຫ່ງຊາດທ່ານ
ໄມເກິລ ຟລິນ ອະດີດຫົວໜ້າທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ ອະດີດລັດຖະ
ມົນຕີກະຊວງຍຸຕິທຳ ທ່ານເຈັຟ ເຊັສເຊິນ ແລະ ອະດີດ ຮອງລັດຖະມົນຕີຍຸຕິທຳ ທ່ານ
ຣອດ ໂຣເຊັນສໄຕນ໌.

ລາຍ​ຊື່​ຂອງ 12 ຄົນ​ດັ່ງ​ກ່າວ ຍັງ​ລວມ​ມີ​ອະ​ດີດ​ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ​ຂອງ
ທ່ານ ທຣຳ ທ່ານຄໍຣີ ເລີວາຍໂດສກີ ແລະ ທ່ານ ເດວິດ ເພັກເກີ ຫົວໜ້າວາລະສານ
National Enquirer ຂອງບໍລິສັດ American Media Inc ຊຶ່ງໄດ້ຈ່າຍເງິນປິດປາກ
ໃຫ້ແມ່ຍິງຜູ້ທີ່ໄດ້ກ່າວວ່າ ມີ​ຄວາມ​ສຳ​ພັນ​ຖານ​ຊູ້​ສາວກັບທ່ານທຣຳໃນລະຫວ່າງການ
ໂຄສະນາຫາສຽງປະທານາທິບໍດີ 2016.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເອ​ກະ​ສານ ແລະ ການ​ໃຫ້​ປາກ​ຄຳ​ທີ່​ເຂົາ​ເຈົ້າ
ຊອກຫາແມ່ນກ່ຽວຂ້ອງກັບ “ນະໂຍບາຍ ບໍ່ມີການຜ່ອນຜັນ ຫຼື Zero Tolerance
ແລະນະໂຍບາຍການແບ່ງແຍກຄອບຄົວອື່ນໆຂອງລັດຖະບານທ່ານທຣຳ ການກັກ
ຂັງເດັກນ້ອຍ ແລະຄອບຄົວຕ່າງໆ ແລະການປຶກສາຫາລືກ່ຽວກັບຫຼືການໃຫ້ອະໄພ
ຍະໂທດປະທານາທິບໍດີຕໍ່ບັນດາເຈົ້າໜ້າທີ່ຫຼືພະນັກງານຂອງກະຊວງຮັກສາຄວາມ
ປອດໄພພາຍໃນ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG