ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເທີ​ກີໄດ້​ຮັບ ລະ​ບົບ​ຕໍ່​ຕ້ານ​ ລູກ​ສອນ​ໄຟ S-400 ຈາກຣັດ​ເຊຍ ແລ້ວ


ລະ​ບົບ​ລູກ​ສອນ​ໄຟ S-400 ທີ່​ຍິງ​ຈາກ​ພື້ນ​ດິນ ຫາ​ອາ​ກາດ ຂອງ​ຣັດ​ເຊຍ ທີ່​ຕິດ​ຕັ້ງ ຢູ່​ຖານ​ທັບ​ແຫ່ງ​ນຶ່ງ ນອກ​ເມືອງກາ​ວາ​ເດ (Gvardeysk) ໃກ້ໆ​ກັບ​ກາ​ລີ​ນິນກ​ຣາດ (Kaliningrad) ໃນ​ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 11 ມີ​ນາ 2019. 11, 2019.
ລະ​ບົບ​ລູກ​ສອນ​ໄຟ S-400 ທີ່​ຍິງ​ຈາກ​ພື້ນ​ດິນ ຫາ​ອາ​ກາດ ຂອງ​ຣັດ​ເຊຍ ທີ່​ຕິດ​ຕັ້ງ ຢູ່​ຖານ​ທັບ​ແຫ່ງ​ນຶ່ງ ນອກ​ເມືອງກາ​ວາ​ເດ (Gvardeysk) ໃກ້ໆ​ກັບ​ກາ​ລີ​ນິນກ​ຣາດ (Kaliningrad) ໃນ​ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 11 ມີ​ນາ 2019. 11, 2019.

ເທີ​ກີ ໄດ້​ຮັບລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ S-400 ​ຊຸດ​ທຳ​ອິດ ຈາກ​ຣັດ​ເຊຍ​ໃນ​ວັນ​ສຸກມື້ີ້ນີ້ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເທີ​ກີ.

ການ​ມອບ​ຮັບລະ​ບົບ​ປ້​ອງ​ກັນ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ໄລ​ຍະ​ໄກ​ດັ່ງ​ກ່າວ ມີ​ຂຶ້ນ​ທີ່​ຖານ​ທັບ​ອາ​ກາດ Murted ທີ່​ຕັ້ງ​ຢູ່ນອກ​ນະ​ຄອນ​ຫຼວງ​ອັງ​ກາ​ຣາ.

ການ​ຕົກ​ລົງ​ຊື້​ອາ​ວຸດ​ຣັດ​ເຊຍ​ດັ່ງ​ກ່າວ ແມ່ນ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ປະ​ເທດ​ສະ​ມາ​ຊິກ​ຂອງອົງ​ການ​ເນ​ໂຕ້ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ເປັນ​ຫ່ວງວ່າ ເທີ​ກີ​ແມ່ນ​ເອນ​ອຽງ​ໄປສູ່​ເຂດ​ອິດ​ທິ​ພົນ​ຂອງ​ຣັດ​ເຊຍ​ຫຼາຍ​ຂຶ້ນ.

ສະ​ຫະ​ລັດ​ໄດ້​ຮຽກ​ຮ້ອງ​ຢ່າງ​ແຂງ​ຂັນ​ໃຫ້​ເທີ​ກີ ຍົກ​ເລີກລາຍ​ງານການ​ຊື້​ຂາຍ​ທີ່​ມີມູນ​ຄ່າ 2 ພັນ​ລ້ານ​ໂດ​ລາ ໂດຍ​ເຕືອນ​ອັງ​ກາ​ຣາ​ ກ່ຽວ​ກັບ​ການ​ລົງ​ໂທດ​ທີ່​ອາດ​ມີຂຶ້ນ ແລະ​ການ​ຖອນ​ສິດ​ຈາກ​ບໍ​ລິ​ສັດ​ສ້າງ​ເຮືອ​ບິນ​ລົບອາຍ​ພົ່ນ F-35 ​ທີ່​ເຣ​ດ້າ​ຈັບ​ບໍ່​ໄດ້ ທີ່​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ​ພັນ​ລ້ານ​ໂດ​ລາ ໃຫ້​ແກ່​ເທີ​ກີ ໃນ​ການ​ສູນ
ເສຍ​ສັນ​ຍາ​ດັ່ງ​ກ່າວ.

ເທີ​ກີ​ມີ​ແຜນ​ການ​ທີ່​ຈະ​ຊື້​ເຮືອ​ບິນ​ລົບ​ນີ້ ພາຍ​ໃຕ້​ໂຄງ​ການ​ທີ່​ຮວມ​ທັງ​ການ​ຝຶກ​ແອບ​ນັກ​ບິນ​ເທີ​ກີ​ໃນ​ສະ​ຫະ​ລັດ ຊຶ່ງນັ້ນ​ມີ​ທ່າ​ທາງວ່າ ອາດ​ຈະ​ຍຸ​ຕິ​ລົງ​ໃນ​ເວ​ລານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG