ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ຈະ​ບໍ່​ຕື່ມ​ຄຳ​ຖາມ ກ່ຽວ​ກັບ​ເລື້ອງ​ສັນ​ຊາດ ໃສ່​ການ​ສຳ​ຫຼວດ ສຳ​ມະ​ໂນ​ຄົວ ປີ 2020


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ພວມ​ອອກ​ດຳ​ລັດ​ຂອງ​ຝ່າຍ​ບໍ​ລິ​ຫານໃຫ້​ກະ​ຊວງ​ການ​ຄ້າ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດ ແຕ່ໄດ້​ຍົກ​ເລີກ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ເພີ້ມຄຳ​ຖາມກ່ຽວ​ກັບ​ເລື້ອງ​ສັນ​ຊາດ​ທີ່​ເປັນບັນ​ຫາ​ໂຕ້​ແຍ້ງເຂົ້າ​ໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ຊຶ່ງ​ມີ​ຂຶ້ນ​ສິບ​ປີ​ໃດ​ເທື່ອ​ນຶ່ງ​ໃນປີ​ໜ້ານີ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ມີ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ແລະລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທ່ານ​ວິ​ລ​ເບີ ຣັອ​ສ ຢືນ​ຢູ່​ຄຽງ​ຂ້າງ​ໃນ​ສວນດອກກຸ​ຫຼາບ​ຂອງ​ທຳ​ນຽບ​ຂາວກ່າວ​ວ່າ “ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ດຳ​ລັດ​ທີ່​ອອກ​ໃນມື້ນີ້ ພວກ​ເຮົາ​ຈະ​ສາ​ມາດ​ ຄ້ຳ​ປະ​ກັນ​ໄດ້​ວ່າ ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ ໃນ​ປີ 2020 ຈະ​ພາ​ໃຫ້​ມີ​ການ​ນັບ​ທີ່​ຖືກ​ຕ້ອງວ່າ ມີ​ພວກ​ທີ່​ຖື​ສັນ​ຊາດ​ຫຼາຍ​ປານ​ໃດ ມີຜູ້​ທີ່​ບໍ່​ແມ່ນ​ສັນ​ຊາດ ແລະ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຫຼ​າຍ​ປານ​ໃດ​ຢູ່​ໃນ​ສະ
ຫະ​ລັດ​ອາ​ເມ​ຣິ​ກາ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຖອຍ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່ຈະ​ນັບພວກ​ທີ່​ຖື​ສັນ​ຊາດ ໃນ​ໝູ່​ປະ​ຊາ​ກອນ​ຂອງ​ສະ​ຫະ​ລັດ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ປະ​ກາດ​ວ່າ ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ກາງຈະ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ຂ້ອງ ​ໃຫ້​ແກ່​ກະ​ຊວງ​ການ​ຄ້າ​ ທີ່​ສາມ​າດ​ຈັດ​ເປັນ​ຕາ​ຕະ​ລາງບອກ​ໃຫ້​ຮູ້​ທັງ​ພວກ​ທີ່​ເປັນ​ສັນ​ຊາດ ແລະ​ພວກ​ທີ່​ບໍ່​ແມ່ນ​ສັນ​ຊາດ ຢູ່​ໃນ​ສະ
ຫະ​ລັດ.

ທ່ານ​ທ​ຣຳ​ກ່າວ​ວ່າ “ພວກ​ເຮົາ​ຄິດ​ວ່າ ມັນ​ຈະ​ມີ​ຄວາມ​ແມ່ນ​ຍຳ​ຫຼາຍ​ຂຶ້ນ.”

ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີຄຳ​ສັ່ງ​ບໍ່​ໃຫ້​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ເລື້ອງ​ສັນ​ຊາດ​ເຂົ້າ​ໃສ່​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວລຸນ​ຫຼັງ​ທີ່​ສານ​ສູງ​ສຸດເອີ້ນ​ວ່າເປັນ “ແຜນ​ການ” ໃນ​ການ​ໂຕ້​ແຍ້ງ​ຂອງ​ລັດ​ຖະ​ບານ ທີ່​ວ່າ​ຄຳ​ຖາມ​ດັ່ງ​ກ່າວ​ມີຄວາມ​ຈຳ​ເປັນ​ເພື່ອ​ສະ​ໜັບ​ສະ​ໜຸນ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ໃນ​ການ​ປ່ອນ​ບັດ.

ທ່ານ​ບາ​ໃຫ້​ການ​ອະ​ທິ​ບາຍ​ວ່າ “ການ​ຕັດ​ສິນ​ໃໝ່​ໃດໆ​ກໍ​ຕາມ ຈະ​ຖືກ​ທ້າ​ທາຍ​ໃນ​ທັນ​ທີ” ຖ້າ​ລັດ​ຖະ​ບານ ຫາກ​ຍັງສືບ​ຕໍ່ ​ທີ່​ຈະ​ຕໍ່​ສູ້​ໃນສາມ​ຄະ​ດີ ​ຂອງ​ລັດ​ຖະ​ບານ​ກາງ ທີ່​ຈະ​ເອົາ​ຄຳ​ຖາມ​ເລື້ອງ​ສັນ​ຊາດ ເຂົ້າ​ໃສ່​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ໃນ​ປີ 2020.”

ທ່ານ​ເດ​ລ ໂຮ ຜູ້​ອຳ​ນວຍ​ການໂຄງ​ການ​ສິດ​ທິ​ໃນ​ການ​ປ່ອນ​ບັດ ຂອງ​ສະ​ຫະ​ພັນອິດ​ສະ​ຫຼະ​ພາບ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທ​ຣຳ ທີ່​ຢາກຈະ​ໃຊ້​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ເປັນ​ອາ​ວຸດ ​ຈະ​ສິ້ນ​ສຸດ​ລົງ​ບໍ່​ແມ່ນດ້ວຍ​ສຽງ​ດັງ​ທີ່​ແຮງໆ ແລະ​ຈະ​ສິ້ນ​ສຸດ​ດ້ວຍ​ສຽງ​ຮ້ອງ​ຄາງ​ຄ່ອຍໆ.”

ທ່ານ​ໂຮ ທີ່​ໄດ້​ຕໍ່​ສູ້​ຄະ​ດີ​ຢູ່​ໃນ​ສານ​ສູງ ກ່າວ​ວ່າ “ທ່ານ​ໄດ້​ເສຍ​ໄຊ ​ຢູ່​ສານ​ສູງ​ສຸດຊຶ່ງ​ໄດ້​ມອງ​ເຫັນ​ການ​ຕົວະ​ຂອງ​ທ່ານ ກ່ຽວ​ກັບ​ຄວາມ​ຈຳ​ເປັນຂອງຄຳ​ຖາມ​ເລື້ອງສັນ​ຊາດ​ສຳ​ລັບ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ໃນ​ການ​ປ່ອນ​ບັດ. ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ທ່ານ​ຢາກ​ຈະ​ປູກ​ຝັງ​ຄວາມ​ຢ້ານ​ກົວ​ຢູ່​ໃນ​ປະ​ຊາ​ຄົມ​ພວກ​ຄົນ​ເຂົ້າ​ເມືອງ ເພື່ອ​ເລັ່ງລັດໃນ​ຄວາມ​ພະ​ຍາ​ຍາມ​ສຳ​ລັບ​ການ​ສວຍ​ໃຊ້​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ຈະ​ເຮັດ​ໃຫ້ອິດ​ທິ​ພົນ​ຂອງ​ປະ​ຊາ​ຄົມ​ອາ​ເມ​ຣິ​ກາ​ລາ​ຕິນ​ອ່ອນ​ແອລົງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG