ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​​ວາງ​ແຜນ ຈະ​ເລີ້ມ​ການປະ​ຕິ​ບັດ​ງານ ກວດ​ຄົ້ນ ພວກ​ຄົນ​ເຂົ້​າເມືອງ ຜິດ​ກົດ​ໝາຍ


ເຈົ້າ​ໜ​້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ ແລະ​ພາ​ສີ​ຂອງສະ​ຫະ​ລັດ ຄົນ​ນຶ່ງ​ກຳ​ລັງ​ໃຫ້​ຄຳ​ແນ​ະ​ນຳ ​ແກ່​ຄົນ​ຜູ້​ນຶ່ງ​ ຢູ່ນອກ​ສານ​ນະ​ຄອນ​ອັດ​ລັນ​ຕາ ລັດ​ຈໍເຈຍ ວັນ​ທີ 12 ມິ​ຖຸ​ນາ 2019.
ເຈົ້າ​ໜ​້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ ແລະ​ພາ​ສີ​ຂອງສະ​ຫະ​ລັດ ຄົນ​ນຶ່ງ​ກຳ​ລັງ​ໃຫ້​ຄຳ​ແນ​ະ​ນຳ ​ແກ່​ຄົນ​ຜູ້​ນຶ່ງ​ ຢູ່ນອກ​ສານ​ນະ​ຄອນ​ອັດ​ລັນ​ຕາ ລັດ​ຈໍເຈຍ ວັນ​ທີ 12 ມິ​ຖຸ​ນາ 2019.

ພວກ​ເຈົ້າ​ໜ້​າ​ທີ່​ສະ​ຫະ​ລັດ​ ມີລ​າຍ​ງານ​ວ່າ ພວມ​ວາງ​ແຜນ​ທີ່​ຈະ​ເລີ້ມບຸກ​ເຂົ້າ​ໄປ ກວດ​
ຄົ້ນຫາພວກຄົນ​ເຂົ້າ​ເມືອງ ໃນ​ວັນ​ອາ​ທິດ​ຈະ​ມາ​ເຖິງ​ນີ້ ແລະ​ຄາດ​ວ່າ​ຈະ​ແນ​ເປົ້າ​ໝາຍ​
ໃສ່​ພວກທີ່​ບໍ່​ມີ​ເອກ​ກະ​ສານ ຢ່າງ​ໜ້ອຍ 2,000 ຄົນ ທີ່​ທາງ​ການໄດ້​ອອກຄຳ​ສັ່ງ​ໃຫ້ເນ
​ລະ​ເທດໄປ​ແລ້ວ ​ຊຶ່ງຈຳ​ນວນ​ນຶ່ງ​ເປັນ​ຜົນ​ມາ​ຈາກ​ພວກ​ເຂົາ​ເຈົ້າ​ ​ບໍ່​ໄດ້​ໄປ​ປາ​ກົດ​ໂຕ​ຢູ່​
ສານເພື່ອ​ດຳ​ເນີນການ​ກ່ຽວ​ກັບ​ເລື້ອງ​ພວກຄົນ​ເຂົ້າ​ເມືອງນັ້ນ.

ເຖິງ​ແມ່ນ​ວ່າ​ບໍ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກອົງ​ການກວດ​ຄົນ​ເຂົ້າ​ເມືອງແລະ​ພາ​ສີ​ຂອງ ສະ​
ຫະ​ລັດ ຫຼື ICE ກໍ​ຕາມ ​ແຕ່ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ ​ມີ​ຂຶ້ນ​ສາມ​ອາ​ທິດ​ຫຼັງ​ຈາກປະ​ທາ
​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ເນ​ລ​ະ​ເທດ “​ພວກ
ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຫຼາຍ​ລ້ານ​ຄົນ” ຈາກ​ສະ​ຫະ​ລັດ.

ທ່ານ​ແມັດ​ທີວ ເບີ​ກີ ໂຄ​ສົກ​ຂອງ​ອົງ​ການ ICE ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ດັ່ງ​ທີ່​ເຄີຍ​
ປະ​ຕິ​ບັດ​ກັນ​ມາ ອົງ​ການ ICE ​ແມ່ນ​ໃຫ້​ບູ​ລິ​ມະ​ສິດໃນການ​ຈັບ​ກຸມ ແລະເນ​ລະ​ເທດ​
ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ
​ແຫ່ງ​ຊາດ ຄວາມ​ປອດ​ໄພສາ​ທາ​ລະ​ນະ ແລະ​ຄວາມ​ປອດ​ໄພ​ຊາຍ​ແດນ.”

ທ່ານ​ເບີ​ກີ ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ລາຍ​ລະ​ອຽດທີ່​ສະ​ເພາະ​ເຈາະ​ຈົງ ກ່ຽວ​ກັບ​ການ ​ປະ​ຕິ​
ບັດ​ງານ​ຂອງ​ເຈົ້າ​ໜ້​າ​ທີ່ ແຕ່ກໍ​ໄດ້​ກ່າວ​ວ່າ “ຜູ້ລະ​ເມີດ​ທັງ​ໝົດ​ຕໍ່​ກົດ​ໝາຍ​ຄົນ​ເຂົ້​າເມືອງ
ອາດເປັນ​ເປົ້າ​ໝາຍ ໃນ​ການຈັບກຸມ ຕິດ​ຄຸກ ແລະ​ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ ​ໃຫ້​ເນ​ລະ
​ເທດ​ໃນຄຳ​ສັ່ງ​ຂັ້ນ​ສຸດ​ທ້າຍ​ ກໍຈະ​ຖືກ​ເນ​ລະ​ເທດອອກ​ຈາກ​ສະ​ຫະ​ລັດ.”

ໜັງ​ສື​ພິມ​ນິວຢອກ​ໄທ໌​ມ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ເປັນເທື່ອ​ທຳ​ອິດ​ໃນ
​ວັນ​ພະ​ຫັດວານ​ນີ້. ອີງ​ຕາມ​ໜັງ​ສື​ພິມ​ສະ​ບັບ​ນີ້​ແລ້ວ ການ​ປະ​ຕິ​ບັດ​ງານ​ຈະ​ເລີ້​ມ​ ໃນ​ວັນ​
ອາ​ທິດ​ຈະ​ມາ​ເຖິງ​ນີ້ ​ຢູ່​ໃນ 10 ຫົວ​ເມືອງ​ໃຫຍ່ໆທົ່ວ​ປະ​ເທດແລະ​ຈະໃຊ້​ເວ​ລາ​ຫຼາຍ​ມື້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ຢູ່​ທີ່​ທຳ​ນຽບ​ຂາວກ່ຽວ​ກັບ​ການ​ເນ​ລະ​ເທດ​ດັ່ງ​ກ່າວ​ມາ​ໄດ້​ຫຼາຍເດືອນ​ແລ້ວ.

ໃນ​ວັນ​ພຸດວານ​ນີ້ ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ ຫ້ອງ​ການ​ບໍ​ລິ​ການສັນ​ຊາດ​ ແລະ​ຄົນ​
ເຂົ້າ​ເມືອງ​ສະ​ຫະ​ລັດ​ ຫລື USCIS ​ທ່ານ​ເຄັນ ຄຸດ​ຊີ​ແນ​ລ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ
​ວ່າ ຫ້ອງ​ການ​ຈະ​ແນ​ເປົ້າ​ໝາຍທຳ​ອິດ ​ໃສ່ພວກຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດ​ໝາຍ 1 ລ້ານ​ຄົນ
ຢູ່​ໃນ​ສະ​ຫະ​ລັດ ຜູ້​ທີ່​ໄດ້​ຮັບຄຳ​ສັ່ງ​ຂັ້ນ​ສຸດ​ທ້າຍ​ໃຫ້​ເນ​ລະ​ເທດ​ແລ້ວນັ້ນ.

ເຈົ້າ​ໜ້າ​ທີ່​ອົງ​ການ ICE ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ​ຈຳ​ນວນ​ທັງ​ໝົດ “​ຍັງ​ບໍ່ ຮູ້ໃນ​ທັນ​ທີ
ເທື່ອ” ​ກ່ຽວ​ກັບຈຳ​ນວນພວກ​ທີ່​ປະ​ເຊີນ​ໜ້າ​ກັບ​ຄຳ​ສັ່ງ​ຖືກ​ເນ​ລະ​ເທດຫຼື ພວກ​ທີ່​ໄດ້​ຖືກ
ວາງ​ໄວ້ໃຫ້​ຖືກ​ເນ​ລະ​ເທດນັ້ນ.

​ອົງ​ການ ICE ​ລາຍ​ງານວ່າ ມີ 256,085 ຄົນສຳ​ລັບສົກ​ປີ 2018 ແລະ ​ມີ 226,119 ຄົນ
​ສຳ​ລັບ​ສົກ​ປີ 2017.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG