ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​ຫຼວດ ບຸກ​ກວດ​ຄົ້ນ ​ແຫຼ່ງ​ຜະ​ລິດ ຢາ​ຊູ​ກຳ​ລັງ ແລະ ຈັບ​ກຸມ 234 ຄົນ ໃນ​ທົ່ວ​ຢູ​ໂຣບ


ສູນ​ກາງ​ຫ້ອງ​ການ​ໃຫຍ່ ຂອງ Europol ໃນ ປະ​ເທດ Netherlands, 2 ທັນ​ວາ 2016.
ສູນ​ກາງ​ຫ້ອງ​ການ​ໃຫຍ່ ຂອງ Europol ໃນ ປະ​ເທດ Netherlands, 2 ທັນ​ວາ 2016.

ການ​ປະ​ຕິ​ບັດ​ງານ​ຄັ້ງໃຫຍ່​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ຂອງ​ຕຳ​ຫຼວດ ​ຍຶດໄດ້​ຜົ​ງ​ສ​ເຕີ​ຣອຍຈຳ​ນວນ 24 ໂຕນ ແລະ​ຈັບ​ກຸມ 234 ຄົນ ໃນ​ທົ່ວ​ຢູ​ໂຣບ.

ນອກນັ້ນ ຍັງ​ພາ​ໃຫ້​ມີການ​ປິດ​ຫ້ອງ​ແລັບ​ໃຕ້​ດິ​ນ 9 ແຫ່ງ ທີ່​ຜະ​ລິດ​ພວກ​ຢາ​ຊູ​ກຳ​ລັງ​ເຫຼົ່າ​ນີ້ ແລະ​ທັບ​ມ້າງ​ 17 ກຸ່ມຈັດ​ຕັ້ງ​ອາ​ຊະ​ຍາ​ກຳ.

ການ​ປະ​ຕິ​ບັດ​ງານ​ນີ້ ແມ່ນ​ພົວ​ພັນ​ກັບ 33 ປະ​ເທດ ຊຶ່ງ​ຮວມ​ມີ 23 ປະ​ເທດ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ແລະອົງ​ການ​ຕຳ​ຫຼວດ​ຢູ​ໂຣບ ຫຼື Europol ແລະ ອົງ​ການ​ຕໍ່​ຕ້ານ​ຢາ​ຊູ​ກຳ​ລັງຂອງ​ໂລກ ຫຼື (WADA).

ຜູ້​ອຳ​ນວຍ​ການ​ສືບ​ລັບ ຂອງ​ອົງ​ການ WADA ທ່ານ Gunther Younger ໄດ້​ກ່າວ​ວ່າ “​ນີ້ແມ່ນ​ການ​ປະ​ສານ​ງານ​ແບບມີຫຼາຍ​ໜ່ວຍ​ງານທີ່​ສາ​ມາດສຳ​ເລັດ​ຜົນ​ອອກ​ມາ​ຢ່າງ​ແທ້ຈິງ ແລະ​ສາ​ມາດ​ທີ່​ຈະ​ສ້າງ​ຜົນ​ກະ​ທົບ​ທີ່ສຳ​ຄັນ ໃນ​ຄວາມ​ສາ​ມາດ​ທີ່​ຈະຈັບ​ກຸມ​ພວກ​ຢາ​ປອມ​ແລະ​ຢາທີ່​ຜິດ​ກົດ​ໝາຍ ທີ່​ພວກ​ນັກ​ກິ​ລາ ນຳ​ໃຊ້ ໃນ​ທົ່ວ​ໂລກ​ນັ້ນ.”

ອົງ​ການ Europol ໄດ້ກ່າວ​ວ່າ ການ​ປະ​ຕິ​ບັດ​ງານ ແມ່ນ​ມີ​ຜູ້​ຮ່ວມນຳ​ພາ ໂດຍ​ເຈົ້າ​ໜ້າ​ທີ່ປະ​ຕິ​ບັດ​ກົດ​ໝາຍ ຈາກ​ອີ​ຕາ​ລີ ແລະ​ກ​ຣີ​ສ ຊຶ່ງ​ມັນ​ແມ່ນ​ການ​ປະ​ຕິ​ບັດ​ງານ​ທີ່​ໃຫຍ່​ທີ່​ສຸດ ​ແບບ​ນີ້.

ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ນາໆ​ຊາດ ແມ່ນ​ໄດ້​ກຳ​ກັບ​ຢ່າງ​ໃກ້​ຊິດ ໃນ​ການ​ນຳ​ໃຊ້​ຢາ​ຊູ​ກຳ​ລັງ ທີ່​ພວກ​ນັກ​ກິ​ລາ​ໃຊ້​ກັນ ໃນ​ທົ່ວ​ໂລກ.

ໃນ​ປີ​ກາຍ​ນີ້, ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໄດ້​ກ່າວຫາ​ຕໍ່​ເຈົ້າ​ໜ້າ​ທີ່​ສືບ​ລັບ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ ໃນ​ຫຼາຍໆ​ກໍ​ລະ​ນີ ທີ່​ຮວມ​ທັງອົງ​ການ WADA ແລະ​ສະ​ຫະ​ພັນ​ເຕະ​ບານ​ໂລກ​ຫຼື​ອົງ​ການ FIFA.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG