ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກະ​ຊວງ​ຕ່າງປະ​ເທດ ສ​ຫລ ອ​ະ​ນຸ​ມັດ ການ​ຂາຍ​ອາ​ວຸດ ​ໃຫ້​ໄຕ້​ຫວັນ ໃນ​ມູນ​ຄ່າ 2 ພັນ 2 ຮ້ອຍ ລ້ານ​ໂດ​ລາ


ລົດ​ຖັງ M1-A2SEP ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ໃນ​ເຂດປອດ​ທະ​ຫານ ໃນ​ແຫຼມ​ເກົາ​ຫຼີ (ພາບ: VOA / Steve Herman)
ລົດ​ຖັງ M1-A2SEP ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ໃນ​ເຂດປອດ​ທະ​ຫານ ໃນ​ແຫຼມ​ເກົາ​ຫຼີ (ພາບ: VOA / Steve Herman)

ໄຕ້​ຫວັນ ໄດ້​ຂໍຊື້​ອຸບ​ປະ​ກອນ​ທາງ​ທະ​ຫານ ​ຈາກກະ​ຊວງ​ການ​ຕ່າງປະ​ເທດສະ​ຫະ​ລັດ ​
ໃນ​ມູນ​ຄ່າ 2 ພັນ 2 ຮ້ອຍ ລ້ານ​ໂດ​ລາ.

ຂໍ້​ຕົກ​ລົງ ໄດ້​ປະ​ກາດ​ໄປ​ໃນ​ວັນ​ຈັນ​ວານ​ນີ້ ໂດຍອົງ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ກະ​ຊວງ​ປ້ອງ​ກັນປະ​ເທດ ທີ່​ຮວມ​ມີ ​ລົດ​ຖັງ Abrams M1A2T 108 ຄັນ ລູກ​ສອນ​ໄຟຍິງ​ເຮືອ​ບິນ​ທີ່​ແບກ​ໃສ່​ບ່າ Stringer 250 ກະ​ບອກ ແ​ລະ​ລູກ​ສອນ​ໄຟ ຍິງລົດ​ຖັງ 1,500 ​ກະ​ບອກ. ອົງ​ການ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງນີ້ຈະ​ບໍ່​ປ່ຽນ​ແປງ ຄວາມ​ກ້ຳ​ເກິ່ງທາງ​ທະ​ຫານ ຂັ້ນພື້ນ​ຖານ ໃນ​ຂົງ​ເຂດ.

ຂໍ້​ຕົກ​ລົງທີ່​ອາດ​ມີ​ຂຶ້ນ​ນີ້ ເບິ່ງ​ຄື​ວ່າ ຈະເຮັດ​ໃຫ້​ຈີນໂກດ​ແຄ້ນ ຕໍ່​ໄຕ້​ຫວັນ ທີ່​ມີ​ສາຍ​ພົວ​ພັນທີ່​ຂົ່ມ​ຂື່ນ ​ຂ້າມ​ຊ່ອງ​ແຄບ. ທັງ​ສອງ​ປະ​ເທດ ໄດ້​ຖືກ​ແບ່ງ​ແຍກ​ອອກ​ຈາກ​ກັນ ນັບ​ຕັ້ງ​ແຕ່​ປີ 1949 ​ເວ​ລາ​ເກີດສົງ​ຄາມ​ການ​ເມືອງ ຕອນ​ທີ່ກອງ​ກຳ​ລັງຈີນ​ຄະ​ນະ​ຊາດ​ຂອງ Chaing Kai-shek ໄດ້​ຖືກ​ຂັບ​ໄ​ລ່ ອອກ​ຈາກ​ປະ​ເທດ ໂດຍປະ​ທານ​ເໝົາ ເຈີຕຸງ ​ຜູ້​ນຳ​ຄອມ​ມຸຍ​ນິ​ສ ແລະ​ໄດ້​ພາ​ກັນ​ໄປ​ຕັ້ງ​ຫຼັກ ​ຢູ່​ໄຕ້​ຫວັນ. ແຕ່ປັກກິ່ງ ຄິດ​ວ່າປະ​ເທດ​ເກາະ​ທີ່​ປົກຄອງ​ຕົນ​ເອງ​ດັ່ງ​ກ່າວ ​ເປັນ​ສ່ວນນຶ່ງ​ຂອງ​ດິນ​ແດນ​ຈີນ ແລະ​ໄດ້​ປະ​ຕິ​ຍານ​ຕົນ​ວ່າ ຈະ​ຕ້ອງ​ເຂົ້າ​ຄວບ​ຄຸມ ຖ້າ​ຫາກວ່າຈຳ​ເປັນຕ້ອງ​ໄດ້​ໃຊ້​ກຳ​ລັງ.

ສະ​ຫະ​ລັດ ປ່ຽນ​ຈາກ​ການ​ຮັບ​ຮູ້​ໄຕ້​ຫວັນ​ຢ່າງ​ເປັນ​ທາງ​ການ​ ໄປ​ຮັບ​ຮູ້​ຈີນໃນ​ປີ 1979, ແຕ່​ວ່າ​ປະ​ທະ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ຕາມ​ກົດ​ໝາຍແລ້ວ ​ແມ່ນ​ຈະ​ຕ້ອງໃຫ້​ການສະ​ໜັບ​ສະ​ໜຸນ​ດ້ວຍ​ອາ​ວຸດ ແລະໃຫ້​ການ​ປົກ​ປ້ອງ​ໄຕ້​ຫວັນ.

ຂໍ້​ຕົກ​ລົງ​ນີ້ ​ຍັງມີ​ຂຶ້ນ​ທ່າມ​ກາງ ການ​ຜິດ​ຂ້ອງ​ຕ້ອງ​ຖຽງທາງ​ການ​ຄ້າ ​ກັບ​ປັກ​ກິ່ງຂອງ​ລັດ​ຖະ​ບານທ່ານ​ທ​ຣຳ ໂດຍ​ທີ່​ທັງ​ສອງ​ປະ​ເທດ ໄດ້​ຕອບໂຕ້ກັບ​ໄປກັບ​ມາໃນ​ການ​ຂຶ້ນພາ​ສີສິນ​ຄ້າ ຊຶ່ງ​ກັນແລະ​ກັນ ນັບ​ຕັ້ງ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG